ສຸດລ້ຳ! ບໍລິສັດລົດໄຟຍີ່ປຸ່ນກຽມໃຊ້ ແວ່ນແປພາສາ ໃນປ່ອງຂາຍປີ້


ຂຶ້ນຊືື່ວ່າປະເທດຍີ່ປຸ່ນ ຄວາມລ້ຳຂອງເທັກໂນໂລຢີເປັນທີ່ລືຊາມາແຕ່ດົນມາ. ໂດຍຫຼ້າສຸດທາງສະຖານີລົດໄຟຂອງປະເທດຍີ່ປຸ່ນກຽມໃຊ້ລະບົບແປພາສາເທິງແວ່ນຫ້ອງຈຳໜ່າຍປີ້ລົດໄຟ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດນັ້ນເອງ.

ບໍລິສັດ Seibu Railway Co ໄດ້ເປີດຕົວລະບົບແປຄຳເວົ້າອັດຕະໂນມັດໂດຍຈະສະແດງຄຳເວົ້າທີ່ແປແລ້ວເທິງແວ່ນໃສກັ້ນປ່ອງຂາຍປີ້ ໂດຍທີ່ລະບົບດັ່ງກ່າວໄດ້ຮັບການອອກແບບມາເພື່ອຊ່ວຍໃຫ້ຜູ້ດຳເນີນການລົດໄຟຕອບສະໜອງໄດ້ຢ່າງມີປະສິດທິພາບຕໍ່ນັກທ່ອງທ່ຽວຕ່າງປະເທດທີ່ມາຍີ່ປຸ່ນເປັນຈຳນວນຫຼວງຫຼາຍ.

ລະບົບນີ້ໄດ້ຮັບການພັດທະນາໂດຍບໍລິສັດການພິມລາຍໃຫຍ່ຢ່າງ Toppan Inc. ໂດຍແວ່ນໂປ່ງໃສ ຜູ້ໂດຍສານຈະສາມາດເບິ່ງເຫັນທັງພະນັກງານປະຈຳສະຖານີໄດ້ ແລະ ໃນເວລາທີ່ໂອ້ລົມກັນນັ້ນ ຈະຖືກແປພາສາ ພ້ອມສະແດງຜົນຂຶ້ນແວ່ນໂປ່ງໃສແບບ Real time ສາມາດຮັບຮອງພາສາຕ່າງປະເທດໄດ້ຮອດ 12 ພາສາ ລວມໄປຮອດພາສາອັງກິດ ແລະ ພາສາຈີນ.

ການຕິດຕັ້ງອຸປະກອນດັ່ງກ່າວເປັນຄວາມຕ້ອງການຂອງບໍລິສັດ Seibu Railway Co  ທີ່ຕ້ອງການປັບປຸງສິ່ງອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວຕ່າງປະເທດ. ທັງນີ້ ບໍລິສັດຍັງສາທິດການໃຊ້ອຸປະກອນດັ່ງກ່າວໃຫ້ກັບສື່ມວນຊົນໄດ້ເຫັນການເຮັດວຽກຂອງເຄື່ອງແປພາສານີ້ແລ້ວ ໂດຍຈະເປັນການສົນທະນາລະຫວ່າງພະນັກງານປະຈຳສະຖານີທີ່ເປັນຄົນຍີ່ປຸ່ນ ແລະ ພະນັກງານໄຕ້ຫວັນ. ຫຼັງຈາກນີ້ບໍລິສັດຈະດຳເນີນການສາທິດລະບົບດັ່ງກ່າວໃນລະແວກ ຊິນຈູກຸ ຂອງ ໂຕກຽວ ເຊິ່ງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຕ່າງປະເທດ ພ້ອມກັບຕັ້ງເປົ້າຈະຕິດລະບົບດັ່ງດກ່າວຕາມສະຖານີລົດໄຟຕ່າງໆຢ່າງເຕັມຮູບແບບໃນປາຍປີນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/