ຮູ້ຫຼືບໍ່? “ພຸ ຫຼື ດອກໄມ້ໄຟ” ທີ່ໃຊ້ໄວ້ຈູດໃນວັນສໍາຄັນຕ່າງໆນັ້ນ ສົ່ງຜົນກະທົບຕໍ່ການປ່ຽນເເປງຂອງສະພາບອາກາດ ເເລະ ສຸຂະພາບຂອງເຮົາ


ພຸ ຫຼື ດອກໄມ້ໄຟທີ່ເຮົາເຫັນໃນວັນສຳຄັນຕ່າງໆເພື່ອສະເຫຼີມສະຫຼອງນັ້ນ ຫຼັງຈາກທີ່ມັນລອຍຂຶ້ນສູ່ເທິງຟ້າ ເເລະ ເເຕກເປັນປະກາຍໄຟສີສັນຕ່າງໆທີ່ເຮັດໃຫ້ເຮົາຕື່ນຕາຕື່ນໃຈເເລ້ວ ໂລຫະທີ່ເປັນສ່ວນປະສົມໃນພຸນັ້ນສາມາດຖືກປ່ອຍອອກສູ່ອາກາດ ເເລະ ນ້ຳ, ໂດຍໂລຫະເຫຼົ່ານັ້ນຖືກນຳມາໃຊ້ເພື່ອເພີ່ມສີສັນໃຫ້ເເກ່ດອກໄມ້ໄຟ ເມື່ອມັນລະເບີດໂລຫະເຊັ່ນ: ຂີ້ກົ່ວ, titanium, strontium ແລະ ທອງຈະບໍ່ສະຫຼາຍຫາຍໄປ ແຕ່ຈະຖືກປ່ອຍອອກສູ່ສະພາບແວດລ້ອມເເທນ, ເມື່ອເວລາຜ່ານໄປໂລຫະທີ່ເປັນພິດເຫຼົ່ານີ້ສາມາດສະສົມຢູ່ໃນຮ່າງກາຍຂອງຄົນເຮົາ ຫຼື ສິ່ງເເວດລ້ອມໄດ້.

ອີງຕາມການລາຍງານສະຖາບັນສຸຂະພາບແຫ່ງຊາດ, ການທີ່ຄົນເຮົາໄດ້ຮັບສານພິດເຫຼົ່ານີ້ເຂົ້າໄປໃນຮ່າງກາຍບໍ່ວ່າຜ່ານທາງການດື່ມ ຫຼື ອາບນ້ຳ, ອາກາດທີ່ສູດເຂົ້າໄປ, ອາຫານທີ່ກິນ ເເລະ ສຳຜັດໂດຍກົງເປັນເວລາດົນສາມາດເຮັດໃຫ້ເກີດຜົນກະທົບທີ່ຮ້າຍເເຮງຕໍ່ສຸຂະພາບເຊັ່ນ: ຄວາມຜິດປົກກະຕິກ່ຽວກັບກະເພາະລໍາໄສ້ ແລະ ໝາກໄຂ່ຫຼັງ, ຄວາມຜິດປົກກະຕິຂອງລະບົບປະສາດ, ໂຣກຜິວໜັງ, ຫຼອດເລືອດໄດ້ຮັບຄວາມເສຍຫາຍ, ລະບົບພູມຕ້ານທານເຮັດວຽກຜິດປົກກະຕິ, ຄວາມບົກຜ່ອງດ້ານການເກີດລູກ ແລະ ມະເຮັງ. ເຖິງເເມ່ນວ່າເຮົາຈະສຳຜັດສານພິດເຫຼົ່ານີ້ເປັນເວລາສັ້ນໆ ມັນກໍສາມາດເຮັດໃຫ້ເຮົາເປັນໂຣກປອດເຊັ່ນ: ໂຣກຫອບຫືດ ຫຼື ຫຼອດລົມອັກເສບຢ່າງຮຸນເເຮງ ເເລະ ຍັງເພີ່ມຄວາມໄວຕໍ່ການຕິດເຊື້ອທາງເດີນຫາຍໃຈ. ສຳລັບຜູ້ທີ່ເປັນໂຣກຫົວໃຈຫາກສຳພັດ ຫຼື ສູດດົມເອົາຄວັນຈາກພຸໃນໄລຍະສັ້ນໆອາດເຮັດໃຫ້ເກີດອາການຫົວໃຈວາຍ  ຫຼື ຫົວໃຈເຕັ້ນຜິດຈັງຫວະໄດ້.

ນອກຈາກນີ້, ດອກໄມ້ໄຟຍັງປ່ອຍຄວັນ ເເລະ ກ໊າສເຮືອນເເກ້ວເຊັ່ນ ຄາບອນໄດອັອກໄຊ, ຄາບອນໂມໂນໄຊ ແລະ ໄນໂຕຣເຈນ ເຊິ່ງກ໊າສທັງໝົດນີ້ຈະເພີ່ມອັດຕາການປ່ຽນແປງຂອງດິນຟ້າອາກາດ.

ທີ່ມາ:

aol

ncbi.nlm.nih.gov

brightly.eco

scimath.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/