ສີລັງກາ ຂູ່ຟ້ອງ ປະເທດໄທ ຫາກຍັງຈະມາຮັບຊ້າງ ພາຍປະຕູຜາ ແລະ ພາຍສິນະລົງ ກັບປະເທດ


ທາງ Page Facebook World Forum ข่าวสารต่างประเทศ ໄດ້ລາຍງານວ່າສຳນັກຂ່າວທ້ອງຖິ່ນຂອງປະເທດສີລັງກາ ໄດ້ອອກມາເປີດເຜີຍວ່າ ທ່ານ ເນລັນຊະຍາ ໄວເຍລັດເນ ນັກການເມືອງຝ່າຍຄ້ານ ອະດີດທ່ານຜູ້ປົກຄອງສຳນັກງານຂອງຫົວໜ້າຝ່າຍອຸປັດຖາກ Sri Dalada Maligawa ວັດພະແຂ້ວແກ້ວ ຫົວໜ້າຝ່າຍຄາລະວາດ ມີອຳນາດຈັດການສົ່ງເສີມກ່ຽວກັບວັດໃນເມືອງແຄນດີ້.

ທ່ານ ເນລັນຊະຍາ ໄວເຍລັດເນ ໄດ້ໃຫ້ຂໍ້ມູນຜ່ານສື່ສີລັງກາວ່າ ຊ້າງໄທຣາຊາ ໄດ້ຮັບມອບເປັນຂອງຂວັນໃຫ້ແກ່ ວັດສີດາລະດາ ມະລິກາວາ ຫຼື ວັດພະແຂ້ວແກ້ວ ຈາກພະຫາກະສັດໄທເມື່ອ 37 ປີທີ່ແລ້ວ ທີ່ມີສຸຂະພາບແຂງແຮງດີ ໂດຍທາງປະເທດສີລັກາ ອ້າງວ່າ NGO ອົງກອນທີ່ກ່ຽວກັບສັດ ບາງຄົນທີ່ໄດ້ສົ່ງຂໍ້ມູນທີ່ບໍ່ຖືກຕ້ອງໄປໃຫ້ກັບລັດຖະບານໄທກ່ຽວກັບຊ້າງ.

ໂດຍທາງປະເທດສີລັງກາ ໄດ້ບອກວ່າ ຫາກຍັງມີການພະຍາຍາມນຳຊ້າງທີ່ໄດ້ຮັບພະຣາຊະທານກັບໄປປະເທດໄທ ທາງສີລັງການຈະຟ້ອງຮ້ອງຄ່າຊົດເຊີຍສຳລັບຄ່າໃຊ້ຈ່າຍໃນການບຳລຸງ, ດູແລຮັກສາຊ້າງຈົນຮອດປັດຈຸບັນ ທາງສີລັງກາ ບອກວ່າຊ້າງໄດ້ຮັບການດູແລເປັນຢ່າງດີຈາກຮຸ່ນອ້າຍທີ່ຈົບທາງດ້ານສັດຕະວະແພດສາດ ຕັ້ງແຕ່ຮັບຊ້າງມາເມື່ອ 37 ປີກ່ອນ ກໍໄດ້ໃຊ້ເງິນຈຳນວນມະຫາສານໃນການດູແລຊ້າງ.

ພ້ອມຍັງກ່າວວ່າ NGO ອົງກອນທີ່ກ່ຽວກັບສັດ ທີ່ເພິ່ງພາເງິນຈາກຕ່າງປະເທດກຳລັງເຮັດວຽກເພື່ອສົ່ງຊ້າງ 2 ເຊືອກກັບປະເທດໄທ ຕາມຄຳສັ່ງລັດຖະມົນຕີວ່າການກະຊວງສິ່ງແວດລ້ອມຂອງໄທ NGO ອົງກອນທີ່ກ່ຽວກັບສັດ ກ່າວວ່າເມື່ອໄວໆນີ້ວ່າ ຫາກຄົນໄທຮຽກຮ້ອງ ພວກເຂົາກໍພ້ອມທີ່ຈະນຳຊ້າງທີ່ເຫຼືອກັບປະເທດໄທ.

ທັງນີ້ປະເທດໄທໄດ້ສົ່ງຊ້າງໄປໃຫ້ປະເທດສີລັງກາທັງໝົດ 3 ເຊືອກ ແລະ ໄດ້ນຳກັບມາປະເທດ 1 ເຊືອກ ນັ້ນກໍຄືພາຍສັກສຸລິນ ໂດຍຊ້າງທັງ 3 ເຊືອກໄດ້ຖືກນຳໄປໃຊ້ງານໃນພິທິແຫ່ພະແຂ້ວແກ້ວ ຂອງສີລັງກາ ທີ່ມີມາດົນກວ່າ 270 ປີ ແລະ ຫຼາຍວັດຂອງສີລັງກາ ໄດ້ລ້ຽງດູຊ້າງທີ່ເຂົ້າຕຳລາສະຫງ່າງາມໄວ້ຮ່ວມກິດຈະກຳແຫ່ຂະບວນ ການແຫ່ຂະບວນຊ້າງຈຳນວນຫຼາຍ ໄດ້ຮັບຄວາມສົນໃຈຈາກຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/