ອາຟຣິກາໃຕ້ ກ໊າສຮົ່ວມີຄົນເສຍຊີວິດ 16 ຄົນ ທາງການຄາດຕົ້ນເຫດມາຈາກການລັກລອບຂຸດຄຳ


ທາງການອາຟຣິກາໃຕ້ໄດ້ລາຍງານວ່າພົບເສຍຊີວິດແລ້ວຢ່າງໜ້ອຍ 16 ຄົນ ຫຼັງເກີດເຫດກ໊າສໄນຕິກອັອກໄຊ (Nitric oxide) ຮົ່ວໄຫຼອອກມາໃນພື້ນທີ່ນິຄົມນອກລະບົບ ທີ່ເມືອງບອກສເບີກ ທາງຕາເວັນອອກຂອງນະຄອນໂຢຮັນເນສເບີກ ໂດຍມີຜູ້ເສຍຊີວິດລວມເຖິງຜູ້ຍິງ ແລະ ເດັກນ້ອຍພຽງອາຍຸ 1 ປີ ທີ່ສູດດົມກ໊າສນີ້ເຂົ້າໄປ.

ໂດຍເຈົ້າໜ້າທີ່ຕຳຫຼວດອາຟຣິກາໃຕ້ໄດ້ລາຍງານວ່າ ເຫດກ໊າສຮົ່ວໄຫຼອອກຈາກຖັງແກ໊ສໃນຊຸມຊົນແອງເຈໂລ ໃນເມືອງບອກສເບີກ ພ້ອມປະກາດເຕືອນວ່າ ການຮົ່ວໄຫຼອາດຈະເຊື່ອມໂຍງກັບກິດຈະກຳເຮັດເໝືອງທີ່ຜິດກົດໝາຍ ໂດຍກ໊າສໄນຕິກອັອກໄຊມັກຖືກໃຊ້ໂດຍນັກຂຸດຄຳຜິດກົດໝາຍ.

ທາງດ້ານທີມຄົ້ນຫາ ແລະ ກູ້ໄພຍັງຄົງເຮັດວຽກໃນພື້ນທີ່ເພື່ອພະຍາຍາມກວດສອບຂອບເຂດຂອງການຮົ່ວໄຫຼວ່າມີໃຜທີ່ຍັງໄດ້ຮັບຜົນກະທົບອີກຫຼືບໍ? ໂດຍທາງໂຄສົກໜ່ວຍງານສຸກເສີນ ວິວລຽມ ກ່າວວ່າ ເຈົ້າໜ້າທີ່ໃຫ້ຂໍ້ມູນເບື້ອງຕົ້ນວ່າ ຄົນງານເໝືອງຜິດກົດໝາຍໃຊ້ແກ໊ສໃນຖັງເພື່ອແປຮູບຄຳພາຍໃນຕູບ ມີພາບຖ່າຍຂອງຖັງແກ໊ສທີ່ຕັ້ງຢູ່ບໍລິເວນຕູບ.

ຈາກການລາຍງານຂອງສຳນັກຂ່າວ BBC ລາຍງານວ່າຂໍ້ມູນຈາກເຈົ້າໜ້າທີ່ກຸ້ໄພວ່າ ບໍ່ມີໃຜຖືກນຳສົ່ງໄປໂຮງໝໍຫຼັງຈາກເກີດເຫດກ໊າສຮົ່ວໄຫຼ ໂດຍທີມກູ້ໄພຍັງພະຍາຍາມຄົ້ນຫາ ແລະ ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກກ໊າສຮົ່ວໃນພື້້ນທີ່ຢ່າງຕໍ່ເນື່ອງຕະຫຼອດເວລາ ເນື່ອງຈາກມີຄວາມຢ້ານວ່າອາດຈະມີຜູ້ເສຍຊີວິດເພີ່ມຂຶ້ນອີກ.

ໃນປັດຈຸບັນຄາດວ່າໃນອາຟຣິກາໃຕ້ມີຄົນງານເໝືອງຜິດກົດໝາຍຫຼາຍຮອດ 30.000​ ຄົນ ແລະ ໃນແຕ່ລະປີມັກມີຜູ້ເສຍຊີວິດຈາກເມືອງຖະລົ່ມ, ກ໊າສຮົ່ວ ແລະ ການຕໍ່ສູ້ລະຫວ່າງຄົນງານເໝືອງຜິດກົດໝາຍກັບຄົນງານທີ່ເຈົ້າຂອງເໝືອງຈ້າງມາ.

ການເຕີບໃຫຍ່ຂອງການເຮັດເໝືອງທີ່ຜິດກົດໝາຍໃນອາຟຣິກາໃຕ້ ມີສາເຫດມາຈາກອັດຕາການວ່າງງານທີ່ສູງຂອງປະເທດ ແລະ ການຫຼົ້ມສະຫຼາຍຂອງອຸດສາຫະກຳເໝືອງແຮ່ ເນື່ອງຈາກປະລິມານແຮ່ສຳຮອງທີ່ໝົດລົງ, ຕົ້ນທຶນການຈ້າງງານທີ່ສູງຂຶ້ນ ແລະ ແຫຼ່ງພະລັງງານໄຟທີ່ບໍ່ໝັ້ນຄົງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/