ສູນກາງຊາວໜຸ່ມ ປູກຈິດສຳນຶກໃຫ້ເຍົາວະຊົນມີນ້ຳໃຈຮັກຊາດ ມີຄ່ານິຍົມແບບຖືກຕ້ອງ


ໃນວາລະກອງປະຊຸມ ສະພາແຫ່ງຊາດ ຊຸດທິ 5 ສະໄໝທີ IX ໃນວັນທີ 7 ກໍລະກົດ 2023 ພາຍໃຕ້ການເປັນປະທານ ຂອງທ່ານ ສຸວອນ ເລືອງບຸນມີ ຮອງປະທານສະຫາແຫ່ງຊາດ.

ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ນໍາສະເໜີຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ ສະບັບສ້າງໃໝ່ ເຊິ່ງກົດໝາຍສະບັບນີ້ ຈະໄດ້ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ ກວດກາ ການປົກປ້ອງ, ການສົ່ງເສີມ ແລະ ການພັດທະນາເຍົາວະຊົນລາວ ເພື່ອເຕົ້າໂຮມ, ສຶກສາອົບຮົມ ແລະ ປູກຈິດສໍານຶກເຍົາວະຊົນລາວ ໃຫ້ມີຄຸນສົມບັດ, ມີນໍ້າໃຈຮັກຊາດ, ມີລະບຽບວິໄນ, ຮູ້ວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າ ແນໃສ່ສ້າງຄວາມສາມັກຄີ, ຍົກສູງນໍ້າໃຈຮັກຊາດ, ມີຄວາມຕື່ນຕົວຫ້າວຫັນ, ມີຄ່ານິຍົມຖືກຕ້ອງ ກາຍເປັນໜໍ່ແໜງຜູ້ສືບທອດທີ່ດີຂອງຊາດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ກົດໝາຍສະບັບນີ້ປະກອບມີ 11 ພາກ 2 ໝວດ ແລະ 74 ມາດຕາ ໂດຍທ່ານໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ, ສະພາບການຄົ້ນຄວ້າຮ່າງກົດໝາຍໃນໄລຍະຜ່ານມາ ໂຄງປະກອບລວມເຖິງຄາດຄະເນຜົນໄດ້ຮັບ ພາຍຫຼັງທີ່ຮ່າງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ. ພ້ອມນັ້ນ ບັນດາສະມາຊິສະພາແຫ່ງຊາດໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/