ສິງກະໂປເຄື່ອນໄຫວສ້າງສະຖານທີ່ທ່ອງທ່ຽວສີຂຽວແຫ່ງໃໝ່ ພາຍໃຕ້ແນວຄິດ “ເມືອງໃນທຳມະຊາດ” ເພີ່ມເຂດອະນຸລັກປ່າ ແລະ ພັນສັດ ພ້ອມສົ່ງເສີມວິຖີທ່ອງທ່ຽວໃກ້ຊິດທຳມະຊາດຢູ່ພື້ນທີ່ໃນເມືອງ.

ສິງກະໂປ ປະເທດທີ່ຂຶ້ນຊື່ວ່າເຕັມໄປດ້ວຍຕຶກສູງທີ່ທັນສະໄໝ ແລະ ມີປະຊາກອນໜາແໜ້ນ ໃນພື້ນທີ່ພຽງແຕ່ 700 ກວ່າກິໂລຕາແມັດ. ແຕ່ມື້ນີ້ສິງກະໂປກຳລັງກຽມຕົວປ່ຽນແປງ ແລະ ພັດທະນາປະເທດໃຫ້ກາຍເປັນ “ເມືອງໃນທຳມະຊາດ” (City in Nature) ພາຍໃນປີ 2030 ພາຍໃຕ້ຈຸດຢືນທີ່ວ່າ ເມືອງຕ້ອງຄວບຄູ່ໄປກັບທຳມະຊາດ ແລະ ສິ່ງແວດລ້ອມທີ່ດີ.
ນອກຈາກນີ້,ສິງກະໂປ ຍັງມີໂຄງການອີກຫຼາກຫຼາຍທີ່ຈະເພີ່ມພື້ນທີ່ສີຂຽວໃນຕົວເມືອງເຊັ່ນ ສ້າງສວນລະດັບໂລກ ແລະ ສານຕໍ່ໂຄງການອະນຸລັກທຳມະຊາດແລະພັນສັດປາ ພ້ອມກັບການສົ່ງເສີມວິຖີທ່ອງທ່ຽວທີ່ໃກ້ຊິດຕິດແທດກັບທຳມະຊາດພື້ນເມືອງ ໂດຍມີໂຄງການເດັ່ນໆດັ່ງນີ້:

- ມັນໄດ ແຫຼ່ງທ່ອງທ່ຽວແບບນິເວດຂະໜາດໃຫຍ່
“ມັນໄດ” ເປັນໂຄງການສ້າງແຫຼ່ງທ່ອງທ່ຽວແບບນິເວດທີ່ໃຫຍ່ທີ່ສຸດໃນສິງກະໂປ ໃນຮູບແບບການອະນຸລັກທຳມະຊາດ ແລະ ພັນສັດປ່າແບບໃໝ່. ໂດຍໂຄງການດັ່ງກ່າວມີຈຸດປະສົງຄື ການເປັນສູນກາງໃນການທ່ອງທ່ຽວແບບນິເວດ (Eco – Tourism) ທີ່ດຶງດູດຜູ້ຊົມໃຫ້ໄດ້ຫຼາຍກວ່າ 10 ລ້ານຄົນຕໍ່ປີ ແລະ ຄາດວ່າຈະສຳເລັດໃນປີ 2023.

- ສວນສັດປ່າຝົນ
ສວນສັດປ່າຝົນ ຈະເປັນແຫຼ່ງທ່ອງທ່ຽວທີ່ມີການຈຳລອງບັນຍາກາດໃຫ້ມີຄວາມໃກ້ຄຽງກັບປ່າຝົນເຂດຮ້ອນທຳມະຊາດຫຼາຍທີ່ສຸດ ໂດຍມີຈຸດເດັ່ນຄືເປັນແຫຼ່ງຮວບຮວມຄວາມຫຼາກຫຼາຍທາງຊີວະພາບທີ່ພົບເຫັນໃນອາຊີຕາເວັນສຽງໃຕ້ໄວ້ໃນບ່ອນດຽວ. ນອກຈາກນັ້ນ, ສວນສັດປ່າຝົນຍັງເປັນສູນດູແລ ແລະ ຟື້ນຟູສັດປ່າທີ່ບາດເຈັບ ໂດຍຈະມີທີມງານອາສາສະໝັກຊ່ວຍດູແລສັດປ່າທີ່ປະຊາຊົນພົບເຫັນ ແລະ ນຳມາສົ່ງສວນສັດແຫ່ງນີ້ເພື່ອຊ່ວຍເບິ່ງແຍງກ່ອນຈະສົ່ງກັບຄືນສູ່ທຳມະຊາດ.

- ສວນບຶງ ຈູລົ່ງ
ສວນບຶງ ຈູລົ່ງ ເປັນພື້ນທີ່ສີຂຽວທີ່ມີ 4 ສ່ວນໄດ້ແກ່:
- ເລກໄຊ ກາເດັນ (Lakeside Garden) ເຊິ່ງມີສະໜາມເດັກຫຼິ້ນ,ເສັ້ນທາງປັ່ນລົດຖີບ ແລະ ສະໜາມຫຍ້າຂະໜາດໃຫຍ່ທີ່ມາພ້ອມກັບດອກໄມ້ສີບົວຫຼາກຫຼາຍສາຍພັນ.
- ໄຊນີສ ກາເດັນ (Chinese Garden) ມີອຸໂມງປ່າໄຜ່ ຮັບຄວາມເຢັນຈາກນ້ຳຕົກ ແລະ ກິດຈະກຳຊົມຄວາມງາມຂອງດວງເດືອນທີ່ມີຈຸດຊົມເດືອນຍາມຄ່ຳຄືນ.
- ເຈແປນນີສກາເດັນ (Japanese Garden) ມີຈຸດເດັ່ນຄື ເປັນພື້ນທີ່ທີ່ອ້ອມຮອບດ້ວຍສວນພັນບົວໃຫຍ່ທີ່ສຸດໃນສິງກະໂປ
- ກາເດັນ ພລອມມີເນດ(Garden Promenade) ກັບບັນຍາກາດສວນທີ່ຊວນໃຫ້ຍ່າງຫຼິ້ນຢ່າງເພີດເພີນ.

ທີ່ມາ: https://mgronline.com/travel/detail/9640000068354
ພາບ: mgronline
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/