ນັກວິໄຈ ສາມາດເຊື່ອມດວງຕາເຖິງສະໝອງ ເຮັດໃຫ້ຄົນພິການທາງສາຍຕາແນມເຫັນໄດ້!


Bernadette Gomez ເປັນຄົນໜຶ່ງທີ່ພິການທາງສາຍຕາເປັນເວລາ 16 ປີ ເນື່ອງຈາກວ່າເສັ້ນປະສາດຂອງລາວທີ່ເຊື່ອມຕໍ່ດວງຕາໄປທີ່ສະໝອງ ໄດ້ຖືກທຳລາຍ, ຖ້າຫາກວ່າລາວບໍ່ພິການສາຍຕາ ປັດຈຸບັນຄົງຈະໃຊ້ຊີວິດແບບທຳມະດາຄືກັບຄົນທົ່ວໆໄປ ແຕ່ລາວກໍໃຊ້ຊີວິດແບບນີ້ມາຈົນລຶ້ງເຄີຍ ໃຊ້ຊີວິດໄດ້ທັງປົກກະຕິ ແຕ່ອາດຈະຍາກເປັນບາງເທື່ອ.

ໂຊກດີທີ່ສຸດ ທີ່ມີນັກວິໄຈຈາກມະຫາວິທະຍາໄລ Miguel Hernandez ໄດ້ພັດທະນາ ແລະປະດິດ ອຸປະກອນທີ່ສຳຄັນ ເສີມສ້າງເຮັດໃຫ້ຄົນພິການທາງສາຍຕາສາມາດແນມເຫັນໄດ້, ເຊິ່ງສ້າງໂດຍ Eduardo Fernandez ໄດ້ນຳອຸປະກອນສັນຍານພາບຈາກກ້ອງທີ່ແວ່ນຕາ ແປງເປັນສັນຍານອີເລັກໂທນິກເຂົ້າສູ່ສະໝອງຂອງໂກເມສໄດ້ໂດຍກົງ.

ການປະມວນພາບຈາກອຸປະກອນນີ້ ແມ່ນໄດ້ໃນຄວາມຄົມຊັດພຽງ 10×10 ພິກເຊວ, ສາມາດເຮັດໃຫ້ໂກເມສແນມເຫັນເປັນມົວໆເທົ່ານັ້ນ ເຊິ່ງຈະນຳໃຊ້ໄດ້ປະມານ 6 ເດືອນ. ແຕ່ໃນກໍລະນີນີ້ ຖືວ່າປ່ຽນແປງຊີວິດຂອງລາວຫຼາຍພໍສົມຄວນ ເຖິງຈະບໍ່ເຫັນຈະແຈ້ງແບບຄົນປົກກະຕິ ແຕ່ກໍຍັງໄດ້ແນມເຫັນພໍໄດ້ຮູ້ວ່າສິ່ງທີ່ແນມຢູ່ແມ່ນສິ່ງໃດ.

ໃນກ່ອນໜ້ານີ້ຍັງມີຫຼາຍງານວິໄຈ ທີ່ພະຍາຍາມຟື້ນຟູການແນມເຫັນຂອງຄົນພິການສາຍຕາ ແລະ ໄດ້ມີການປະດິດຕາທຽມຂຶ້ນມາ ສາມາດໃຊ້ງານໄດ້ແທ້ຈິງ ແຕ່ກໍບໍ່ສາມາດໃຊ້ກັບຄົນພິການສາຍຕາແບບໂກເມສໄດ້ ອາດຈະຂຶ້ນຢູ່ກັບບັນຫາທາງເສັ້ນປະສາດກໍວ່າໄດ້.

ການປະດິດຄິດເຄື່ອງມື ຫຼື ອຸປະກອນເສີມສ້າງໃຫ້ຄົນພິການທາງສາຍຕາແນມເຫັນໄດ້ ກໍໄດ້ມີຂຶ້ນມາແຕ່ດົນນານແລ້ວ ເວົ້າໄດ້ເລີຍວ່າມະນຸດເຮົາບໍ່ຄິດຈະຢູ່ຫາຍໃຈຖິ້ມໄປແຕ່ລະມື້ ມະນຸດສາມາດຄົ້ນຄິດປະດິດສ້າງຢູ່ສະເໝີ ເພື່ອຄົນພິການທາງສາຍຕາ ແລະ ສິ່ງໃໝ່ໆໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:

https://bit.ly/3hIEOOa

https://bit.ly/3eu5MqT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/