ສາວອາຍຸ 17 ປີ ຢູ່ປະເທດນໍເວ ໄດ້ຮັບຜົນຂ້າງຄຽງຂອງວັກຊີນ Pfizer ເຮັດໃຫ້ຂະໜາດໜ້າເອິກໃຫຍ່ຂຶ້ນ!!!


ເປັນທີ່ຮືຮາໃນໂລກອອນໄລນ໌ ເມື່ອສາວອາຍຸ 17 ປີ ຢູ່ເມືອງອອສໂລ ປະເທດນໍເວ ໄດ້ໂພສວິດີໂອລົງ TikTok ເປັນວິດີໂອໃນຂະນະທີ່ກຳລັງຫາຊື້ເສື້ອຊ້ອນ ເນື່ອງຈາກຕົນເອງມີຂະໜາດໜ້າເອິກທີ່ໃຫຍ່ຂຶ້ນ ເຊິ່ງລາວໄດ້ບອກວ່າເປັນຍ້ອນຜົນຂ້າງຄຽງຂອງວັກຊີນ Pfizer.

ສະຖານີໂທລະພາບ NRK ເຊິ່ງເປັນສະຖານີໃນທ້ອງຖິ່ນ ລາຍງານວ່າ ບໍ່ໄດ້ມີແຕ່ສາວນ້ອຍ 17 ຄົນນີ້ເທົ່ານັ້ນ ແຕ່ຍັງມີຜູ້ຍິງຄົນອື່ນໆອີກຈຳນວນຫຼາຍທີ່ພົບກັບຜົນຂ້າງຄຽງແບບດຽວກັນ ຫຼັງສັກວັນຊີນ Pfizer!!!

ຫຼັງຈາກນັ້ນ ກໍມີນັກວິຊາການອອກມາສັນນິຖານວ່າ ມັນອາດຈະເປັນຜົນຂ້າງຄຽງທີ່ກ່ຽວຂ້ອງກັບຕ່ອມນ້ຳເຫຼືອງບວມ ເຊິ່ງບໍ່ນັບວ່າເປັນເລື່ອງຜິດປົກກະຕິ ເນື່ອງຈາກວັກຊີນນີ້ຈະນຳສານຕົວໜຶ່ງທີ່ຄ້າຍກັບຈຸລິນຊີສ້າງໂຣກເຂົ້າສູ່ຮ່າງກາຍ ເພື່ອກະຕຸ້ນໃຫ້ຮ່າງກາຍສ້າງພູມຕ້ານທານ.​ ສຳລັບຜູ້ທີ່ມີຜົນຂ້າງຄຽງໃນລັກສະນະນີ້ ນັກວິຊາການໄດ້ແນະນຳວ່າ ໃຫ້ລໍຖ້າເບິ່ງອາການອີກ 4 ອາທິດກ່ອນ ຖ້າມີອັນໃດຜິດແປກໄປຈາກນີ້ຈຶ່ງເຂົ້າກວດແມມໂມແກຣມ.

ອາການໜ້າເອິກໃຫຍ່ຂຶ້ນນີ້ ບໍ່ໄດ້ເກີດສະເພາະກັບ Pfizer ເທົ່ານັ້ນ ແຕ່ຍັງພົບລາຍງານວ່າເກີດຂຶ້ນກັບຜູ້ທີ່ສັກວັກຊີນ Moderna ເຂັມທຳອິດເຖິງ 11% ເລີຍ. ງານນີ້ ບໍ່ຮູ້ວ່າເລີຍສາວໆຈະເປັນກັງວົນ ຫຼື ດີໃຈແທນດີ.

ຂອບໃຈຂໍ້ມູນຈາກ:

https://bit.ly/3inBRSn

https://bit.ly/36HZjEv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/