ຫວຽດນາມ ຮັບກວດພະຍາດໂຄວິດ-19 ຮອດເຮືອນ ລົດຄວາມສ່ຽງການແຜ່ເຊື້ອໄລຍະລໍຖ້າຄິວ


ປັດຈຸບັນ, ຫວຽດນາມມີຈຳນວນຜູ້ປ່ວຍພະຍາດໂຄວິດ-19 ສູງຂຶ້ນເລື້ອຍໆ ຈຶ່ງເຮັດໃຫ້ລັດຖະບານຫວຽດນາມຕ້ອງປະກາດ ລັອກດາວນະຄອນໂຮຈີມິນ ເຊິ່ງເປັນການຫ້າມປະຊາຊົນບໍ່ໃຫ້ອອກນອກເຮືອນເປັນເວລາສອງອາທິດ ຍົກເວັ້ນແຕ່ອອກໄປຊື້ອາຫານ ແລະ ໄປພົບແພດໝໍ.

ແນວໃດກໍຕາມ,​ ປະຊາຊົນຈຳນວນຫຼາຍແມ່ນຍັງມີຄວາມຕ້ອງການໄປກວດເຊື້ອພະຍາດໂຄວິດ-19 ເຮັດໃຫ້ກະຊວງສາທາລະນະສຸກຕ້ອງປັບປ່ຽນວິທີຈາກທີ່ຕ້ອງໄປກວດເປັນຈຸດ ປ່ຽນເປັນໃຫ້ເຈົ້າໜ້າທີ່ເດີນທາງໄປເຮືອນປະຊາຊົນເພື່ອກວດໂຄວິດ-19ແທນ ເພື່ອລົດຈຳນວນການຮວມຕົວກັນຂອງປະຊົນ.

ເປົ້າໝາຍຂອງການເດີນທາງໄປກວດເຊື້ອພະຍາດໂຄວິດຮອດເຮືອນຂອງຫວຽດນາມຄືການແຍກຜູ້ປ່ວຍໂຄວິດ-19ໃຫ້ທັນເວລາ. ນອກຈາກນັ້ນ,​ຖ້າຫາກປະຊາຊົນທີ່ຢູ່ນອກພື້ນທີ່ສ່ຽງ ແຕ່ມີອາການຄ້າຍຄືກັບພະຍາດໂຄວິດ-19 ແມ່ນສາມາດແຈ້ງທາງສາທາລະນະສຸກໄດ້ ແລ້ວເຈົ້າໜ້າທີ່ທ້ອງຖິ່ນໃນຂອບເຂດນັ້ນກໍຈະເດີນທາງໄປກວດພະຍາດໃຫ້ຮອດໜ້າເຮືອນພາຍໃນໜຶ່ງຊົ່ວໂມງ ໂດຍຫວຽດນາມຕັ້ງເປົ້າການກວດພະຍາດນີ້ແມ່ນ 1.3 ລ້ານຄົນຕໍ່ມື້ ເຊິ່ງການໃຊ້ມາດຕະການຕ່າງໆເຫຼົ່ານີ້ແມ່ນເພື່ອຫຼຸດຜ່ອນຄວາມແອອັດຕາມສູນກວດພະຍາດໂຄວິດ-19ໃນແຕ່ລະບ່ອນ.

ມາຮອດວັນທີ 17 ກໍລະກົດນີ້ ຫວຽດນາມມີຜູ້ຕິດເຊື້ອໃໝ່ 4,004 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມເຖິງ 46,292 ຄົນ ແລະ ເສຍຊີວິດແລ້ວ 225 ຄົນ.

ທີ່ມາ:

https://www.thairath.co.th/news/foreign/2137585
https://news.thaipbs.or.th/content/305958
https://news.google.com/covid19/map?hl=th&mid=%2Fm%2F01crd5&gl=TH&ceid=TH%3Ath

ພາບ: vnexpress

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/