ໂອແລມປິກປີນີ້ ຍີ່ປຸ່ນຈະຖ່າຍທອດສົດ ດ້ວຍພາບທີ່ຊັດເຈນເຖິງ 8K


ຄັ້ງທຳອິດທີ່ມີການຖ່າຍທອດສົດການແຂ່ງໂອແລມປິກ ປີ 1936 ທີ່ປະເທດເຢຍລະມັນ ເປັນພຽງການຖ່າຍທອດສົດຜ່ານກ້ອງວົງຈອນປິດ ແຕ່ນັ້ນກໍກາຍເປັນການຖ່າຍທອດສັນຍານສົດຄັ້ງສຳຄັນໃນປະຫວັດສາດ ທີ່ເຮັດໃຫ້ສາມາດປະຕິວັດການຖ່າຍທອດສົດມາຮອດປັດຈຸບັນ.

ທຸກມື້ນີ້ ການຖ່າຍທອດສົດຖືໄດ້ວ່າເປັນເລື່ອງປົກກະຕິ ເພາະວ່າທຸກຄົນທີ່ມີໂທລະສັບມືຖືກໍສາມາດຖ່າຍທອດສົດໄດ້ຢ່າງງ່າຍດາຍ ພຽງແຕ່ມີສັນຍານອິນເຕີເນັດ ແຕ່ວ່າຄຸນະພາບຂອງສັນຍານການຖ່າຍທອດສົດທົ່ວໄປກໍມີການພັດທະນາຂຶ້ນເລື້ອຍໆ. ໃນປີ 2010 ສາມາດຖ່າຍທອດສັນຍານ UHD 4K ເປັນສັນຍານຄວາມລະອຽດ HD ເຖິງ 4 ເທົ່າ.

ຫຼ້າສຸດ Tokyo Olympics 2020 ທີ່ປະເທດຍີ່ປຸ່ນໃນປີ 2021 ນີ້ ໄດ້ເປີດເຜີຍແຜນການຖ່າຍທອດສົດ ດ້ວຍສັນຍານພາບຊັດເຈນເຖິງ 8K ຂອງສະຖານີໂທລະພາບ NHK ທີ່ຈະຖ່າຍທອດສົດກິລາ 7 ປະເພດໄດ້ແກ່: ແລ່ນລານ, ລອຍນ້ຳ, ຢູໂດ, ບານເຕະ, ປິງປອງ, ຕີດອກປີກໄກ່ ແລະ ບານບ້ວງ.

ນອກຈາກນີ້ ຍັງຈະມີການຖ່າຍທອດສົດຜ່ານເຮືອບິນເຮລິຄັອບເຕີ ເພື່ອຖ່າຍພິທີເປີດ ແລະ ປິດການແຂ່ງຂັນ ດ້ວຍລະບົບ 8K UHD. ທັງໝົດນີ້ຍັງບໍ່ລວມເທັກໂນໂລຢີ ຖ່າຍທອດສົດຜ່ານ 5G ທີ່ຜູ້ຊົມສາມາດຮັບປະສົບການພາບສົມຈິງດ້ວຍ VR 360 ອົງສາໄດ້ອີກດ້ວຍ!!! ຖືວ່າເປັນປະສົບການໃໝ່ໃນການຮັບຊົມການຖ່າຍທອດສົດແບບສົມຈິງທີ່ລ້ຳສະໄໝສຸດໆ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/KrobkruengJAPAN/posts/2490228571117196

https://stadiumth.com/olympic/highlight/detail?id=283&tab=moment

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/