ສິງກະໂປ ຢຸດນຳເຂົ້າໝູຈາກ ອິນໂດເນເຊຍ ເນື່ອງຈາກສ່ຽງຕໍ່ໄຂ້ຫວັດໝູ


ປະເທດສິງກະໂປ ຢຸດການນຳເຂົ້າໝູຈາກປະເທດອິນໂນເນເຊຍ ເນື່ອງຈາກຢ້ານພິດໄຂ້ຫວັດໝູ ຫຼັງຈາກພົບເຊື້ອໄຂ້ຫວັດໝູແອຟຣິກາໃນໝູບາງໂຕ. ສຳນັກງານອາຫານແຫ່ງສິງກະໂປ Singapore Food Agency: SFA ຈຶ່ງໄດ້ສັ່ງຢຸດການນໍາເຂົ້າໝູເປັນການຊົ່ວຄາວໃນລະຫວ່າງທີ່ມີການສືບສວນເລື່ອງລາວດັ່ງກ່າວ.

ຊີ້ນໝູໃນປະເທດສິງກະໂປຍັງມີຄວາມປອດໄພສຳລັບການບໍລິໂພກ ເນື່ອງຈາກໂຣກໄຂ້ຫວັດໝູແອຟຣິກາບໍ່ມີຜົນກະທົບຕໍ່ມະນຸດ ແລະ ບໍ່ເປັນບັນຫາດ້ານຄວາມປອດໄພດ້ານອາຫານ ເຊິ່ງໝູບໍ່ໄດ້ປ່ວຍ ແລະ ຜ່ານການກວດສອບຈາກ SFA ຈະສາມາດຮັບປະທານໄດ້ທັງໝົດ. SFA ໄດ້ໃຫ້ຂໍ້ມູນເລື່ອງໄຂ້ຫວັດໝູແອຟຣິກາໄວ້ວ່າ ເປັນໂຣກຕິດຕໍ່ຮ້າຍແຮງໃນໝູ ແຕ່ບໍ່ຕິດເຊື້ອໃນມະນຸດ.

ເຖິງຢ່າງໃດກໍຕາມ ເພື່ອປ້ອງກັນຄວາມສ່ຽງຈາກການແຜ່ລະບາດຂອງໂຣກໄຂ້ຫວັດໝູແອັບຟຣິກາ SFA ຈຶ່ງໄດ້ຂໍໃຫ້ປະເທດຕ່າງໆ ຕ້ອງສົ່ງອອກຊີ້ນໝູດິບທີ່ປາສະຈາກໂຣກມາຍັງສິງກະໂປ, ເນື່ອງຈາກຊີ້ນໝູທີ່ມາຈາກໝູທີ່ໄດ້ຮັບເຊື້ອ ສາມາດເປັນພາຫະກະຈາຍເຊື້ອໄວຣັສໄດ້ ແລະ ສຳລັບຜະລິດຕະພັນໝູເປັນທີ່ມາຈາກພື້ນທີ່ ທີ່ມີການຮັບຮອງການຮັບເຊື້ອ ຍັງໄດ້ຮັບອະນຸຍາດໃຫ້ນຳເຂົ້າມາຂາຍທີ່ສິງກະໂປໄດ້ ແຕ່ຕ້ອງມີການໃຊ້ຄວາມຮ້ອນເພື່ອຢຸດຢັ້ງເຊື້ອໄວຣັສດັ່ງກ່າວ.

ໝູຈາກເກາະ Pulau Bulan ຄິດເປັນ ປະມານ 15% ຂອງການສະໜອງໝູທັງໝົດໃນສິງກະໂປ, ເຖິງຢ່າງໃດກໍຕາມ ສິງກະໂປ ມີການຮັບໝູມາຈາກຫຼາຍແຫ່ງ ເຊັ່ນ: ໝູ ປະເທດເດັນມາກ ແລະ ໝູນິວຊີແລນເປັນຕົ້ນ. ການກະຈາຍຄວາມສ່ຽງນັບເປັນກະແຈສຳຄັນ ສຳລັບຄວາມໝັ້ນຄົງໃນແຫຼ່ງນຳເຂົ້າແຫຼ່ງໃດແຫຼ່ງໜຶ່ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/