ສາວຈາກບ້ານ Kwangya! aespa ສ້າງສະຖິຕິໃໝ່ຍອດຂາຍທະລຸ 2 ລ້ານໄວທີ່ສຸດ


ສ້າງສະຖິຕິໃໝ່ອີກແລ້ວກັບສາວຈາກບ້ານ Kwangya ທີ່ມີຍອດຈຳໜ່າຍ Mini Album My World ຊຸດທີ 3 ຂອງສາວ aespa ຂາຍໄປຮອດ 2 ລ້ານຊຸດໄປເປັນທີ່ຮຽບຮ້ອຍແລ້ວ ແຊງສະຖິຕິເກົ່າກ່ອນໜ້າ.

ເມື່ອວັນທີ 22 ພຶດສະພາ 2023 ທີ່ຜ່ານມາ SM Entertainment ປະກາດວ່າ Mini Album My World ຊຸດທີ່ 3 ຂອງສາວ aespa ມີຍອດຂາຍທີ່ໜ້າປະທັບໃຈລວມ 2.011.388 ຊຸດ ນັບເປັນສະຕະຖິໃໝ່ສຳລັບ Girl Group ໂດຍສະເພາະ My World ທີ່ມີຍອດຂາຍທະລຸ 2ລ້ານຊຸດ ພາຍໃນສອງອາທິດ.

ກ່ອນໜ້ານີ້ມີພຽງ BORN PINK  ຂອງ BLACKPINK ເທົ່ານັ້ນ ທີ່ເປັນ Album ຂອງ Girls Group ທີ່ມີຍອດຂາຍຫຼາຍເກີນ 2 ລ້ານຊຸດ ແລະ ຈາກຍອດຂາຍດັ່ງກ່າວ aespa ເອງກໍກ້າວເຂົ້າສູ່ວົງການບໍ່ຮອດ 3 ປີ ແຕ່ ເປັນ Girls Group ທີ່ບັນລຸສະຖານະຍອດຂາຍທີ່ທະລຸ 2 ລ້ານໄດ້ໄວທີ່ສຸດຫຼັງຈາກການເປີດຕົວ.

ກ່ອນການເລີ່ມຈຳໜ່າຍ Mini Album My World ມີການພຣີອໍເດີ້ຫຼາຍກວ່າ 1,8 ລ້ານຊຸດ ແລ ມີຍອດຈຳໜ່າຍໃນມື້ທຳອິດຫຼັງຈາກການເປີດຕົວສູງຮອດ 1,37 ລ້ານຊຸດ ເຊິ່ງກາຍເປັນສະຖິຕິໃໝ່ຂອງ Girl Group ທີ່ມີຍອດຈຳໜ່າຍມື້ທຳອິດຫຼາຍທີ່ສຸດ.

ໃນເວລາດຽວກັນ ເພງໄຕເຕິ້ນ Spicy ຂອງ aespa ກໍຕິດອັນດັບCharts ເພງຫຼັກໃນລາຍການເກົາຫຼີ ແລະ ມີຍອດຮັບຊົມຈາກ YouTube ທີ່ເພີ່ມຂຶ້ນຈົນໜ້າຕົກໃຈ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/