ມື້ນີ້ໃນອະດີດ ໄອແລນ ໄຟຂຽວໃຫ້ແຕ່ງງານເພດດຽວກັນໄດ້ ດ້ວຍການລົງຄະແນນສຽງຈາກປະຊາຊົນ


ວັນທີ 22 ພຶດສະພາ 2023 ວັນຄົບຮອບ 8 ​ປີ ຂອງປະຊາຊົນຊາວໄອແລນທີ່ໄດ້ລົງປະຊາມະຕິເຫັນດີໃຫ້ປັບແກ້ກົດໝາຍລັດຖະທຳມະນູນ ອະນຸຍາດໃຫ້ຄົນເພດດຽວກັນແຕ່ງງານກັນໄດ້ຢ່າງຖືກຕ້ອງຕາມກົດໝາຍຜ່ານການເຮັດປະຊາມະຕິ ເຮັດໃຫ້ປະເທດໄອແລນກາຍເປັນປະເທດທຳອິດໃນໂລກທີ່ອະນຸຍາດໃຫ້ຄູ່ຮັກເພດດຽວກັນມີສະຖານະຄູ່ສົມຣົດຜ່ານການລົງສຽງຈາກປະຊາຊົນໂດຍກົງ.

ໃນການລົງປະຊາມະຕິແກ້ໄຂລັດຖະທຳມະນູນໃຫ້ອະນຸຍາດການແຕ່ງງານຂອງຄົນຮັກເພດດຽວກັນຝ່າຍສະໜັບສະໜູນໄດ້ຮັບໄຊຊະນະຈາກຄະແນນສະໜັບສະໜູນ 62,1 ຕໍ່ 37,9​ ໂດຍມີປະຊາຊົນມາໃຊ້ສິດລົງປະຊາມະຕິທັງໝົດປະມານ 3,2 ລ້ານຄົນ.

ໃນປີ 2015​ ລັດຖະມົນຕີກະຊວງສາທາລະນະສຸກຂອງປະເທດ ໄອແລນ ທ່ານ ລີໂອ ວາລາຄາ ເຊິ່ງດຳລົງຕຳແໜ່ງລັດຖະມົນຕີໃນຕອນນັ້ນໄດ້ອອກມາເປີດເຜີຍວ່າຕົນເອງເປັນຄົນຮັກເພດດຽວກັນພ້ອມກັບກ່າວການໂຫວດສະໜັບສະໜູນປະຊາມະຕິໃນເທື່ອນັ້ນ “ນີ້ຈະເປັນຈະການປະຕິວັດສັງຄົມ” ແລະ ກ່າວອີກວ່າການໂຫວດບໍ່ໄດ້ແບ່ງແຍກທາງວັດທະນຳລະຫວ່າງຄົນໃນເມືອງ ແລະ ຊົນນະບົດ ສະແດງໃຫ້ເຫັນວ່າໄອແລນຈະສະແດງການສະໜັບສະໜູນຄວາມສະເໝີພາກໃນສັງຄົມ.

ສຳລັບການລົງປະຊາມະຕິໃນຫົວຂໍ້ດັ່ງກ່າວເກີດຂຶ້ນ 22 ປີ ຫຼັງຈາກມີການແກ້ໄຂກົດໝາຍບໍ່ໃຫ້ມີຄວາມສຳພັນທາງເພດລະຫວ່າງຄົນເພດດຽວກັນເປັນເລື່ອງທີ່ຜິດອີກຕໍ່ໄປ ກ່ອນທີ່ປະເທດໄອແລນ ຈະຜ່ານຮ່າງກົດໝາຍຍອມຮັບສະຖານະຄູ່ຄອງທີ່ເປັນບຸກຄົນເພດດຽວກັນໃນປີ 2010.

ປັດຈຸບັນ ປະເທດ ໄອແລນ ເປັນໜຶ່ງໃນ 30 ປະເທດທີ່ອະນຸຍາດໃຫ້ຄູ່ຮັກເພດດຽວກັນແຕ່ງງານກັນໄດ້ຢ່າງຖືກຕ້ອງຕາມກົດໝາຍ ແລະ ເປັນປະເທດລຳດັບ 10 ທີ່ອະນຸດຍາດໃຫ້ການແຕ່ງງານເພດດຽວກັນຖືກກົດໝາຍນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/