ຄົ້ນພົບສັດ ແລະ ພືດ ສາຍພັນໃໝ່ ຈຳນວນ 380 ສາຍພັນ ຢູ່ບັນດາປະເທດລຸ່ມແມ່ນ້ຳຂອງ


ມື້ນີ້ ວັນທີ 22 ພຶດສະພາ 2023 ເນື່ອງໃນໂອກາດເປັນວັນແຫ່ງຄວາມຫຼາກຫຼາຍທາງດ້ານຊີວະນານາພັນສາກົນ, WWF-Laos ໄດ້ນຳເອົາບົດລາຍງານມາເຜີຍແຜ່ກ່ຽວກັບການຄົ້ນພົບສັດ ແລະ ພືດສາຍພັນໃໝ່ ລວມທັງໝົດຈຳນວນ 380 ສາຍພັນ ທີ່ຖືກຄົ້ນພົບໃນໄລຍະເວລາຕະຫຼອດ 2 ປີ ທີ່ຜ່ານມາ (2021-2022) ຢູ່ບັນດາປະເທດລຸ່ມແມ່ນ້ຳຂອງ ລວມມີ: ລາວ, ຫວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ.

ດອກກ້ວຍໄມ້ປ່າ ຊະນິດທີ່ຖືກຄົ້ນພົບໃນປະເທດລາວ
Dendrobium fuscifaucium, discovered in Laos

ການຄົ້ນພົບສາຍພັນໃໝ່ຂອງສັດ ແລະ ພືດດັ່ງກ່າວ ແມ່ນໄດ້ຖືກຄົ້ນພົບໂດຍນັກວິທະຍາສາດ, ນັກຄົ້ນຄວ້າ-ວິໄຈ, ລວມເຖິງນັກອະນຸລັກ ຫຼາຍຮ້ອຍຄົນ ຈາກຫຼາຍສະຖາບັນໃນທົ່ວໂລກ ສາມາດແບ່ງອອກເປັນຊະນິດພັນພືດ 290 ສາຍພັນ, ຊະນິດພັນປາ 19 ສາຍພັນ, ຊະນິດພັນສັດເຄິ່ງບົກ-ເຄິ່ງນ້ຳ 24 ສາຍພັນ, ຊະນິດພັນສັດເລືອຄານ 46 ສາຍພັນ ແລະ ຊະນິດພັນສັດລ້ຽງລູກດ້ວຍນົມ 1 ສາຍພັນ. ໃນນັ້ນ, ສະເພາະຢູ່ ສປປ ລາວ ແມ່ນຄົ້ນພົບ 53 ສາຍພັນໃໝ່.

ທັງນີ້, ນັບແຕ່ປີ 1997 ຮອດປີ 2022, ການຄົ້ນພົບສັດ ແລະ ພືດ ສາຍພັນໃໝ່ ໃນບັນດາປະເທດລຸ່ມແມ່ນໍ້າຂອງ ມີຫຼາຍເຖິງ 3.390 ສາຍພັນ. ແຕ່ເຖິງຢ່າງໃດກໍຕາມ, ບັນດາສັດ ແລະ ພືດຊະນິດແປກໃໝ່ເຫຼົ່ານີ້ຕ່າງກໍຕົກຢູ່ໃນພາວະຖືກຄຸກຄາມ ແລະ ມີຄວາມສ່ຽງໃກ້ຈະຖືກສູນພັນຈາກກິດຈະກຳຕ່າງໆຂອງມະນຸດ. ສະນັ້ນ, ເນື່ອງໃນໂອກາດວັນແຫ່ງຄວາມຫຼາກຫຼາຍທາງດ້ານຊີວະນານາພັນສາກົນ ອົງການ WWF ຈ່ຶ່ງຮຽກຮ້ອງໃຫ້ທຸກປະເທດໃນພາກພື້ນເພີ່ມທະວີການປົກປ້ອງຄຸ້ມຄອງແນວພັນພືດ ລວມທັງສິ່ງທີ່ມີຊີວິດທີ່ຫາຍາກ ແລະ ມະຫັດສະຈັນເຫຼົ່ານີ້ ພ້ອມທັງຈັດສັນຄຸ້ມຄອງເຂດທີ່ຢູ່ອາໄສທີ່ເໝາະສົມໃຫ້ພວກເຂົາຍັງຄົງຢູ່ນຳພວກເຮົາສືບຕໍ່ໄປ.

ນອກນັ້ນ, ທ່ານຍັງສາມາດອ່ານບົດລາຍງານສະບັບເຕັມໄດ້ທີ່: https://bit.ly/3BIv6Vj

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/