ລັດຖະບານຍີ່ປຸ່ນ ສືບຕໍ່ໃຫ້ທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ


ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (ລະດັບປະລິນຍາໂທ ແລະ ປະລິນຍາເອກ) ຫຼື ທຶນ JDS, ມູນຄ່າ 343 ລ້ານເຢນ ຈາກ ລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ, ເຊິ່ງຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ຝ່າຍຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (Kobayashi Kenichi), ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ມີບັນດາຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພະຍານ.

ທຶນ JDS ແມ່ນ ທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ລັດຖະບານຍີ່ປຸ່ນ ສະໜອງໃຫ້ແກ່ ສປປ ລາວ ເພື່ອແນໃສ່ຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານ-ລັດຖະກອນຂອງລາວ. ນັບແຕ່ປີ 1999 ເປັນຕົ້ນມາ, ມາຮອດປັດຈຸບັນ ສປປ ລາວ ໄດ້ຮັບທຶນການສຶກສາ JDS ລວມທັງໝົດ 474 ທຶນ (ສະເລ່ຍປີລະ 20 ທຶນ), ເຊິ່ງມີບັນດາພະນັກງານຈາກ ຂະແໜງການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນໆຂອງ ສປປ ລາວ ໄດ້ຮັບຄັດເລືອກເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຍົກລະດັບຄຸນະພາບຂອງບຸກຄະລາກອນລາວ ທີ່ປະຕິບັດໜ້າທີ່ວຽກງານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະຜ່ານມາ.

ໃນໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຂອງ ຍີ່ປຸ່ນ ທີ່ຍັງຢູ່ໃນອັນດັບຕົ້ນຂອງການຊ່ວຍເຫຼືອຈາກຕ່າງປະເທດ ໃຫ້ແກ່ ສປປ ລາວ (ສະເລ່ຍປະມານ 90-100 ລ້ານໂດລາ ຕໍ່ປີ), ວຽກງານການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ ແມ່ນຂະແໜງການໜຶ່ງທີ່ລັດຖະບານລາວ ຖືເປັນບູລິມະສິດສໍາຄັນ ແລະ ເປັນປັດໄຈສໍາຄັນຕໍ່ການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ແລະ ໃນໄລຍະຜ່ານມາ, ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ໄດ້ສະໜັບສະໜູນ ສປປ ລາວ ໃນການພັດທະນາວຽກງານການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ ເປັນຕົ້ນແມ່ນ ການກໍ່ສ້າງ-ປັບປຸງໂຮງຮຽນຢູ່ໃນເຂດຫ່າງໄກສອກຫຼີກ, ການສະໜອງອຸປະກອນການສຶກສາທີ່ຈໍາເປັນ, ການສະໜອງທຶນການສຶກສາ ແລະ ອື່ນໆ.

ພ້ອມນີ້, ກໍໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ແລະ ປະຊາຊົນລາວ ຈະນຳໃຊ້ໂຄງການຊ່ວຍເຫຼືອຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ມີຄຸນະພາບສູງຂຶ້ນ ແລະ ສືບຕໍ່ປະກອບສ່ວນສໍາຄັນໃນການພັດທະນາ ສປປ ລາວ ໃຫ້ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ ແລະ ຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເພື່ອພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຕື່ມອີກໃນຕໍ່ໜ້າ.

ໃນຂະນະດຽວກັນ, ທ່ານທູດ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ຍີ່ປຸ່ນ-ສປປ ລາວ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

ຂໍ້ມູນຈາກ: https://bit.ly/3IAVUKP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/