ສາລະຄະດີ Netflix ເຜີຍ ກາຕ້າຕິດສິນບົນ 3 ປະເທດໃນອາຟຣິກາ ເພື່ອຊື້ສຽງໂຫວດໃຫ້ຕົນໄດ້ເປັນເຈົ້າພາບຈັດບານໂລກ 2022


ການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້ານີ້ ຄົງຈະເປັນອີກໜຶ່ງມະຫະກຳກິລາທີ່ຄົນທົ່ວໂລກຈະເວົ້າເຖິງ ຈົນຮອດຮຸ່ນລູກຮຸ່ນຫຼານ ຫຼັງມີຂ່າວເສຍໆຫາຍໆ ຂອງປະເທດເຈົ້າພາບ ອອກມາຢ່າງບໍ່ຂາດສາຍ ນັບຕັ້ງແຕ່ຂໍ້ສັງເກດເຖິງການໄດ້ຮັບຄັດເລືອກໃຫ້ເປັນເຈົ້າພາບ ໄປຈົນຮອດບັນຫາການລະເມີດ ສິດທິມະນຸດໃນປະເທດ. ຫຼ້າສຸດໄດ້ມີລາຍງານອອກມາວ່າ ກາຕ້າ ໄດ້ຈ່າຍເງິນໃຫ້ 3 ສະຫະພັນບານເຕະ ໃນທະວີບອາຟຣິກາ ເພື່ອແລກກັບ ການຊື້ສຽງໂຫວດ ໃຫ້ກາຕ້າ ໄດ້ເປັນເຈົ້າພາບຈັດບານໂລກ 2022.

ໂດຍ ເລື່ອງລາວທີ່ໜ້າຕົກໃຈນີ້ຂອງງານບານເຕະໂລກ 2022 ໄດ້ຖືກເປີດເຜີຍມາຈາກ ແພດຣາ ອັນມາຈິດ (Phaedra Almajid), ນັກຂ່າວຕ່າງປະເທດທີ່ປະຈຳໃນລະຫວ່າງ ການປະມູນເປັນເຈົ້າພາບເຕະບານໂລກ 2018 ແລະ 2022 ໃນປີ 2010 ເຊິ່ງເປັນຄົນດຽວທີ່ໃຫ້ຂໍ້ມູນກ່ຽວກັບສາລະຄະດີການສໍ້ລາດບັງຫຼວງຂອງ FIFA ທີ່ອອກສາຍໃນ Netflix ໃນຍຸກຂອງ ເຊັບ ບຣາດເຕີ້ (Sepp Blatter) ຍັງເປັນປະທານ FIFA.

ແພດຣາ ອັນມາຈິ ເປີດເຜີຍວ່າ ຮາຊານ ອາ ທາວາດີ (Hassan Al Thawadi) ຫົວໜ້າ​ທີມ​ປະມູນ​ຂອງ​ກາ​ຕ້າ​ໄດ້​ສະ​ເໜີ​ເງິນ​ຈຳນວນ​​ຫຼາຍ​ ເຖິງ 2,3 ລ້ານໂດລາ ໃຫ້ກັບ​ປະທານ​ສະຫະພັນ​ບານ​ເຕະ ແຄເມີຣູນ, ໄນຈິເຣຍ ແລະ ໄອວໍຣີ ໂຄສ ເພື່ອ​ໃຫ້​ເຂົາ​ເຈົ້າ​ລົງ​ຄະ​ແນນ​ສຽງ​ໂຫວດໃຫ້​ກາ​ຕ້າ​ເປັນ​ເຈົ້າພາບ​ຈັດ​ການ​ແຂ່ງຂັນ​ບານ​ເຕະ​ໂລກ 2022 ​ເໜືອ​ຄູ່​ແຂ່ງ ຢ່າງອອສເຕຣເລຍ, ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ສະຫະລັດ ອາເມຣິກາ.

ໂດຍລາວລະບຸອີກວ່າ ຂໍ້ສະເໜີດັ່ງກ່າວ ເກີດໃນກອງປະຊຸມສະຫະພັນບານເຕະອາຟຣິກາໃນເດືອນມັງກອນ 2010, ໂດຍ ແພດຣາ ອັນມາຈິ ເນັ້ນຢ້ຳວ່າຂໍ້ສະເໜີດັ່ງກ່າວເບິ່ງຄືຈະຖືກມອບໃຫ້ສະຫະພັນຫຼາຍກວ່າແທນທີ່ຈະເປັນການມອບໃຫ້ເປັນສ່ວນບຸກຄົນ.

ໂດຍສາລະຄະດີການສໍ້ລາດບັງຫຼວງຂອງ FIFA ຫຼືວ່າ “FIFA Uncovered” ແມ່ນໄດ້ມີການອອກສາຍຢູ່ Netflix ແລ້ວໃນວັນທີ 9 ພະຈິກ ທີ່ຜ່ານມາ. ໂດຍໃນ ຊີຊັ່ນທຳອິດນີ້ ມີທັງໝົດ 4 ຕອນ ແລະ ເລື່ອງນີ້ໄດ້ຄະແນນໃນເວັບໄຊ IMDb 7,7 ຄະແນນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/