ປະຢັດຊ່ວຍກັນ! ຍີ່ປຸ່ນອອກກົດໝາຍໃໝ່ ໂດຍລັດຖະບານສາມາດສັ່ງປິດເຄື່ອງປັບອາກາດຂອງປະຊາຊົນໄດ້ໃນໄລຍະໄກ


ໃນຂະນະນີ້ບໍ່ວ່າປະເທດໃດໃນໂລກກໍກໍາລັງປະເຊີນກັບວິກິດພະລັງງານ ດັ່ງນັ້ນເຮັດໃຫ້ພາກລັດຂອງປະເທດເຫຼົ່ານັ້ນໄດ້ເລີ່ມອອກມາດຕະການຫຼືກົດໝາຍຕ່າງໆ ເພື່ອເປັນການປະຢັດພະລັງງານ ແລະແກ້ໄຂບັນຫາທີ່ເກີດຂຶ້ນ ເຊັ່ນດຽວກັບປະເທດຍີ່ປຸ່ນທີ່ຫຼ້າສຸດນີ້ໄດ້ມີກົດໝາຍໃໝ່ທີ່ພະຍາຍາມຊຸກຍູ້ໃຫ້ໜ່ວຍງານລັດມີອຳນາດໃນການສັ່ງປິດເຄື່ອງປັບອາກາດໃນເຮືອນປະຊາຊົນໄດ້ຈາກການສັ່ງງານໄລຍະໄກ ເພື່ອເປັນການຄວບຄຸມການໃຊ້ພະລັງງານໄຟຟ້າໃນພາບລວມ.

ໂດຍແນວຄິດຂອງມາດຕະການດັ່ງກ່າວນີ້ມາຈາກອະນຸກົມອະນຸລັກພະລັງງານ (Energy Conservation Subcommittee) ເຊິ່ງຢູ່ພາຍໃຕ້ກະຊວງເສດຖະກິດ, ການຄ້າແລະອຸດສາຫະກໍາຂອງຍີ່ປຸ່ນ ໂດຍຈະເນັ້ນໄປທີ່ການຄວບຄຸມການໃຊ້ພະລັງງານຂອງເຄື່ອງໃຊ້ໄຟຟ້າປະເພດເຄື່ອງປັບອາກາດຂອງປະຊາຊົນໃນໄລຍະເວລາທີ່ມີການໃຊ້ພະລັງງານໄຟຟ້າສູງເກີນທີ່ລະບົບຈະສາມາດຈ່າຍໄຫວເຊິ່ງມັນສ່ຽງທີ່ຈະເຮັດໃຫ້ເກີດໄຟດັບເປັນວົງກວ້າງ. ທັງນີ້ຈາກຂໍ້ມູນຂອງກະຊວງພົບວ່າລະບົບເຄື່ອງປັບອາກາດເປັນຕົວໃຊ້ພະລັງງານສູງສຸດໂດຍມີອັດຕາສະເລ່ຍຢູ່ທີ່ 30% ຂອງການໃຊ້ໄຟຟ້າທັງໝົດໃນພາກຄົວເຮືອນ.

ຢ່າງໃດກໍຕາມ ຫາກມີການອອກກົດໝາຍນີ້ມາໃຊ້ແທ້ແລ້ວທາງຜູ້ຜະລິດເຄື່ອງປັບອາກາດກໍຈະຕ້ອງເພີ່ມລະບົບທີ່ອະນຸຍາດໃຫ້ໜ່ວຍງານຂອງລັດສາມາດເຂົ້າເຖິງລະບົບການເຮັດວຽກຂອງເຄື່ອງໄດ້ຜ່ານການເຊື່ອມຕໍ່ອິນເຕີເນັດ ເພື່ອໃຫ້ສາມາດສັ່ງລົດການເຮັດວຽກຫຼືປິດການເຮັດວຽກຂອງອຸປະກອນໄດ້.

ນອກຈາກເຄື່ອງປັບອາກາດແລ້ວອຸປະກອນເຄື່ອງໃຊ້ໄຟຟ້າອີກປະເພດທີ່ຢູ່ໃນການພິຈາລະນາອໍານາດການຄວບຄຸມສັ່ງປິດຫຼືລັອກການເຮັດວຽກໂດຍໜ່ວຍງານລັດກໍຄືເຄື່ອງເຮັດນ້ຳຮ້ອນ.

ທັງນີ້ ແນວຄິດຂອງກົດໝາຍໃໝ່ຂອງປະເທດຍີ່ປຸ່ນນີ້ ແມ່ນມີຄວາມຄ້າຍຄືກັນກັບມາດຕະການປ້ອງກັນບັນຫາໄຟຟ້າດັບໃນສະຫະລັດອາເມຣິກາ ເມື່ອບໍລິສັດຜູ້ໃຫ້ບໍລິການລະບົບໄຟຟ້າລາຍໜຶ່ງຂອງສະຫະລັດໄດ້ສັ່ງລັອກການເຮັດວຽກຂອງລະບົບປັບອາກາດຂອງລູກຄ້າຜູ້ໃຊ້ໄຟຫຼາຍກວ່າ 20.000 ຫຼັງຄາເຮືອນ ເພື່ອປ້ອງກັນເຫດການໄຟດັບເປັນວົງກວ້າງໃນໄລຍະເດືອນກັນຍາທີ່ຜ່ານມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/