ອັດຕະປື ຍັງມີຫຼາຍທ່າແຮງສໍາຄັນທີ່ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ


ປັດຈຸບັນ, ແຂວງອັດຕະປື ຍັງມີຫຼາຍທ່າແຮງສຳຄັນ ເພື່ອດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກ ມີຄວາມອຸດົມຮັ່ງມີດ້ວຍຊັບພະຍາກອນທໍາມະຊາດນານາຊະນິດ ໂດຍມີຊັບພະຍາກອນທີ່ມີຄຸນຄ່າອັນມະຫາສານເຊັ່ນ: ບໍ່ຄໍາ, ບໍ່ເງິນ, ບໍ່ທອງແດງ, ບໍ່ຊືນ, ຫີນປາໂກໄດ ແລະ ອື່ນໆ ພິເສດແຂວງອັດຕະປືເປັນຈຸດໃຈກາງ ແລະ ທາງຜ່ານ ໃນເຂດພັດທະນາສາມຫຼ່ຽມ ກໍາປູເຈຍ-ລາວ-ຫວຽດນາມ (CLV) ແລະ ຍັງເປັນເຂດໜຶ່ງທີ່ມີແຫຼ່ງແຮ່ທາດ ເຊິ່ງໄດ້ກາຍເປັນຈຸດສໍາຄັນທີ່ດຶງດູດການລົງທຶນ ແລະ ສາມາດກາຍເປັນພື້ນຖານໃຫ້ແກ່ການຂະຫຍາຍອຸດສະຫະກໍາຂຸດຄົ້ນ ຢູ່ທ້ອງຖິ່ນໃນອະນາຄົດອັນໃກ້ນີ້.

ໃນລາຍງານການກະກຽມຄວາມພ້ອມ ໃນການຈັດກອງປະຊຸມຄະນະປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV DTA JCC) ຄັ້ງທີ 13 ທີ່ແຂວງ ອັດຕະປື ເປັນເຈົ້າພາບ ເຫ້ນໄດ້ວ່າ: ດ້ານທ່າແຮງຂອງແຂວງ ອັດຕະປື ຍັງມີຫຼາຍທ່າແຮງສໍາຄັນເພື່ອດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດໃນການພັດທະນາດ້ານກະສິກໍາ ແລະ ອຸດສະຫະກໍາ, ການທ່ອງທ່ຽວ, ການລົງທຶນດ້ານພະລັງງານໄຟຟ້າ, ດ້ານການບໍລິການ ແລະ ອື່ນໆເຊັ່ນ: ດ້ານກະສິກໍາ ແລະ ປ່າໄມ້ເປັນໜຶ່ງໃນ 7 ທົ່ງພຽງໃຫຍ່ຂອງປະເທດ, ມີ 250.000 ເຮັກຕາ, ມີເນື້ອທີ່ສາມາດປູກພືດສະບຽງອາຫານພືດອຸດສາຫະກຳ, ໄມ້ອຸດສາຫະກຳ ແລະ ລ້ຽງສັດໃນຈຳນວນຫລາຍກ່ວາ 285.145 ເຮັກຕາ; ດ້ານອຸດສາຫະກໍາ ປຸງແຕ່ງຜະລິດຕະພັນດ້ານກະສິກໍາ ແລະ ຢາງພາລາເພື່ອສົ່ງອອກໄດ້ 27.700 ກວ່າເຮັກຕາ, ປັດຈຸບັນມີໂຮງງານປຸງແຕ່ງຢາງພາລາສໍາເລັດຮູບ 1 ແຫ່ງ, ໂຮງງານປຸງແຕ່ງໄມ້ສໍາເລັດຮູບຫຼາຍແຫ່ງ, ໂຮງງານຜະລິດນໍ້າຕານ 1 ແຫ່ງ, ໂຮງງານປຸງແຕ່ງແປ້ງມັນຕົ້ນ; ດ້ານການທ່ອງທ່ຽວແຂວງອັດຕະປື ປະກອບມີຫຼາຍຊົນເຜົ່າທີ່ມີເອກະລັກ-ວັດທະນາທໍາອັນສວຍສົດງົດງາມແຕກຕ່າງກັນເຖິງ 11 ຊົນເຜົ່າ ທີ່ມີພາສາປາກເວົ້າ, ວິຖີຊີວິດ ແລະ ການແຕ່ງກາຍທີ່ບໍ່ຄືກັນ; ມີເນື້ອທີ່ປ່າໄມ້ກວມເອົາ 65% ຂອງເນື້ອທີ່ດິນທົ່ວແຂວງ.

ສະນັ້ນ ຈຶ່ງມີທ່າແຮງດ້ານການທ່ຽວຊົມທໍາມະຊາດເດີນປ່າ ເຊັ່ນ: ມີປ່າສະຫງວນດົງອຳພາມ, ປ່າສະຫງວນເຊປຽນ ສົມທົບກັບລະບົບນິເວດວິທະຍາທີ່ດີເລີດຂອງແຂວງ ແລະ ຄວາມອຸດົມຮັ່ງມີດ້ານສະຖານທີ່ທ່ອງທ່ຽວທໍາມະຊາດ, ປະຫວັດສາດ, ວັດທະນະທໍາຊົນເຜົ່າທີ່ໜ້າສົນໃຈຫຼາຍໆ ແຫ່ງ ພາຍໃນແຂວງເຊັ່ນ: ມີໜອງຟ້າ, ໜອງໄກ່ໂອກ, ຕາດຫົວຄົນ, ຕາດພອກ, ຕາດແຊພະ, ຕາດແຊປ້ອງໄລ, ນໍ້າຕົກຕາດຈໍ, ວັດສະແຄະ, ວັດຫຼວງ, ວັດທາດເຈົ້າໄຊເສດຖາທິລາດ, ຖໍ້າເຂດທີ່ໝັ້ນລາວໃຕ້ ແລະ ອື່ນໆ; ດ້ານຊັບພະຍາກອນແຫຼ່ງນ້ຳ ທີ່ເໝາະສົມແກ່ການກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ຳ ແລະ ບໍ່ແຮ່; ດ້ານການບໍລິການທາງຜ່ານຂອງແຂວງອັດຕະປື ໄດ້ເຊື່ອມໂຍງລະຫວ່າງບັນດາແຂວງພາກໃຕ້ ແລະ ປະເທດໃກ້ຄຽງທີ່ມີເສັ້ນທາງຫຼວງແຫ່ງຊາດເລກທີ 18B ເຊື່ອມຕໍ່ລະຫວ່າງ ກໍາປູເຈຍ-ລາວ-ຫວຽດນາມ ທີ່ເປັນທາງຜ່ານ ແລະ ເຊື່ອມຕໍ່ກັນລະຫວ່າງ 4 ແຂວງພາກໃຕ້ລາວ ຫາ ປະເທດຫວຽດນາມ ແລະ ກໍາປູເຈຍ ເຊິ່ງໄດ້ອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າຜ່ານແດນທັງພາຍໃນ ແລະ ຕ່າງປະເທດ ໂດຍຜ່ານ ດ່ານພູເກືອ-ເບີອີ ທີ່ຕິດກັບປະເທດຫວຽດນາມ ແລະ ດ່ານຊາຍແດນທ້ອງຖິ່ນອີກ 2 ແຫ່ງທີ່ຕິດກັບກໍາປູເຈຍ (1) ທີ່ເມືອງພູວົງ ແລະ (2) ເມືອງສະໜາມໄຊ ຕື່ມອີກ.

ສ່ວນການປະຕິບັດການລົງທຶນການອະນຸມັດໂຄງການລົງທຶນ ແລະ ສົ່ງເສີມການລົງທຶນໃນໄລຍະ 5 ປີ ຜ່ານມາ ປະຕິບັດໄດ້ 4.844,83 ຕື້ກີບ ເທົ່າກັບ 114% ຂອງແຜນການ 5 ປີ (ແຜນການ 4.260 ຕື້ກີບ) ເຫັນວ່າປະຕິບັດໄດ້ລື່ນແຜນ 14%; ອັດຕາການຂະຫຍາຍຕົວຂອງການລົງທຶນ ສະເລ່ຍແມ່ນເພີ່ມຂຶ້ນ 19% ຕໍໍ່ປີ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ສ່ວນໃຫຍ່ແມ່ນເລັ່ງໃສ່ຂະແໜງພະລັງງານ ແລະ ບໍ່ແຮ່, ຂະແໜງ ກະສິກໍາ, ຂະແໜງອຸດສາຫະກຳ ແລະ ຂະແໜງການບໍລິການ ແລະ ອື່ນໆ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/