ສາຍ​ມູ​ໄທ​ດັງ​ໄກ​ທົ່​ວ​ໂລກ ຫຼ້າ​ສຸດຫັນມາ​ເພິ່ງ​ໝໍ​ດູ​ທຳ​ນາຍ​ລາ​ຄາ​ຄ​ຣິ​ບ​ໂຕ


ຫຼາຍຄົນມັກຈະໄດ້ຍິນຢູ່ສະເໝີວ່າທຸກການລົງທຶນມີຄວາມສ່ຽງ ລວມເຖິງຕົວນັກລົງທຶນເອງຕ່າງກໍແນມວ່າທຸກການລົງທຶນໃນສິນຊັບຕ່າງໆ ບໍ່ວ່າຈະເປັນຮຸ້ນ, ຄຣິບໂຕ, ຄຳຫຼືສິນຊັບອື່ນໆນັ້ນເປັນເລື່ອງຍາກທີ່ຈະທຳນາຍຕະຫຼາດໄດ້ຢ່າງຖືກຕ້ອງ.

ແຕ່ສື່ຕ່າງຊາດຕ້ອງຕົກໃຈຫຼັງພົບວ່ານັກລົງທຶນຄຣິບໂຕຊາວໄທຫັນໜ້າໄປເພິ່ງໝໍດູໃນການທຳນາຍລາຄາຄຣິບໂຕ!

ເຫດເກີດຈາກມີລູກດວງຄົນໜຶ່ງໄດ້ໂພສຖາມໝໍດູຊື່ດັງທີ່ມີຊື່ວ່າ “ພິມຟ້າ” ຜ່ານແພລັຕຟອມ Facebook ທີ່ມີຜູ້ຕິດຕາມໃນກຸ່ມດູດວງກວ່າ 160,000 ຄົນວ່າ “ຄຣິບໂຕທີ່ກຳລັງຕິດດອຍ ຈະໄດ້ລົງດອຍແບບໄດ້ກຳໄລບໍ”

ລວມທັງມີໝໍດູຊາວໄທທ່ານອື່ນໆທີ່ພະຍາຍາມທຳນາຍລາຄາສະກຸນເງິນດິຈິຕອນຕ່າງໆຢ່າງເຊັ່ນ “ອາຈານຕົ້ນ” ໝໍດູທີ່ເຮັດວິດີໂອທຳນາຍລາຄາສະກຸນເງິນດິຈິຕອນຕ່າງໆເທິງແພລັດຟອມຊື່ດັງຢ່າງ YouTube ທີ່ມີຜູ້ຕິດຕາມກວ່າ 26,000 ຄົນດ້ວຍຫຼັກການໂຫລາສາດ.

ໂດຍໜຶ່ງໃນວິດີໂອທີ່ໂດ່ງດັງທີ່ລາວໄດ້ຄາດການໄວ້ວ່າຫຼຽນຄຣິບໂຕ LUNC (Terra Luna Classic) ທີ່ເຄີຍຫຼົ້ມສະຫຼາຍໄປເມື່ອປີ 2022 ຈະສາມາດມີມູນຄ່າສູງເຖິງ 0.029 ໂດລາ ຫຼື ມີມູນຄ່າເພີ່ມຂຶ້ນເຖິງ 50,000% ແຕ່ຢ່າງໃດກໍຕາມລາຄາຫຼຽນດັ່ງກ່າວໃນປັດຈຸບັນມີມູນຄ່າໜ້ອຍກວ່າ 0.000055 ໂດລາ.

ແຕ່ກໍມີບາງຄັ້ງເຊັ່ນດຽວກັນທີ່ໝໍດູໄທທຳນາຍຕະຫຼາດຄຣິບໂຕທີ່ມີຄວາມຜັນຜວນສູງໄດ້ຢ່າງຖືກຕ້ອງ ນັ້ນຄືກໍລະນີຂອງ “ໝໍປາຍ” ໝໍດູຊື່ດັງຊາວໄທຄົນໜຶ່ງທີ່ຖືກພາດຫົວຂໍ້ຂ່າວໃນຕົ້ນປີ 2023 ທີ່ລາວໄດ້ທຳນາຍໄວ້ຕອນເດືອນສິງຫາປີ 2022 ວ່າຕະຫຼາດຄຣິບໂຕຈະມີການຟື້ນຕົວໃນເດືອນພະຈິກປີ 2022 ເຊິ່ງກໍເປັນຈິງຕາມນັ້ນຫຼັງຜ່ານເຫດການການຫຼົ້ມສະຫຼາຍຂອງ FTX ໄປໃນເວລາດັ່ງກ່າວ.

ເຫດການເຫຼົ່ານີ້ລ້ວນສ້າງຄວາມປະຫຼາດໃຈໃຫ້ບັນດານັກລົງທຶນຊາວຕາເວັນຕົກຈົນກາຍເປັນປະເດັນຖົກຖຽງກັນເທິງແພັດຟອມ Reddit ເຊິ່ງແຕ່ລະຄົນຕ່າງກໍມີແນວຄວາມຄິດທີ່ແຕກຕ່າງກັນໄປ ໂດຍສ່ວນຫຼາຍແມ່ນສົງໄສໃນການທຳນາຍລາຄາຄຣິບໂຕຂອງໝໍດູຊາວໄທ ບາງຄົນກໍເວົ້າວ່າການທຳນາຍແບບນັ້ນບໍ່ຖືກຕ້ອງປານໃດເພາະຫາກທຳນາຍຢ່າງກວ້າງໆ ໂອກາດຖືກກໍລ້ວນມີສູງຢູ່ແລ້ວ.

ຂະນະດຽວກັນຊາວຕາເວັນຕົກຈຳນວນໜຶ່ງກໍມີຄວາມເຊື່ອດ້ານໂຫຣາສາດເຊັ່ນດຽວກັນ ໂດຍໃນປີ 2021 Maren Altman ເຊິ່ງເປັນ TikToker ຊາວອາເມຣິກາກໍໄດ້ມີການທຳນາຍລາຄາ Bitcoin ດ້ວຍສາດແຫ່ງດວງດາວເອົາໄວ້ຈົນໂດ່ງດັງມີຜູ້ຕິດຕາມຫຼັກລ້ານກັນເລີຍ.

ທັງນີ້ທັງນັ້ນມັນສະແດງໃຫ້ເຫັນເຖິງຄວາມເຊື່ອ ແລະ ການໃຫ້ຄວາມສຳຄັນຂອງຄົນໄທໂດຍສະເພາະຊາວພຸດຕໍ່ກັບເລື່ອງການທຳນາຍສິ່ງຕ່າງໆຕາມຫຼັກການໂຫຣາສາດທີ່ແຂງແກ່ນ ເຂົາເຈົ້າບໍ່ໄດ້ໃຫ້ຄວາມສຳຄັນ ແລະ ສົນໃຈພຽງດວງຊະຕາຂອງຕົນເອງເທົ່ານັ້ນແຕ່ຍັງລາມໄປເຖິງການທຳນາຍເລື່ອງລາວຕ່າງໆໃນແວດວົງສັງຄົມອື່ນໆ ທັງຍັງໄດ້ຮັບການຕອບຮັບ ແລະ ຄວາມສົນໃຈຈາກຊາວໄທເປັນຈຳນວນຫຼາຍ ເຊິ່ງຫາກເຮົາໄດ້ຕິດຕາມສະພາບການທາງສັງຄົມ ຫຼື ຕິດຕາມສື່ໄທສັນຊາດໄທກໍຈະເຫັນໄດ້ວ່າພວກເຂົາໃຫ້ຄວາມສຳຄັນຫຼາຍກັບເລື່ອງດວງຊະຕາ ຮວງຈຸ້ຍ ຫຼື ເລີກງາມຍາມດີ.

ເຊິ່ງສິ່ງເຫຼົ່ານີ້ລ້ວນເປັນເລື່ອງຄວາມເຊື່ອສ່ວນບຸກຄົນ ສະນັ້ນ, ທຸກຄົນຕ້ອງອ່ານຢ່າງມີວິຈາລະນະຍານໂດຍມີການຄິດ, ວິເຄາະ, ແຍກແຍະ ແລະ ໃຫ້ກຽດຄວາມຄິດເຫັນ ຫຼື ຄວາມເຊື່ອຂອງຄົນອື່ນ. ສຸດທ້າຍນີ້ກໍຢາກຝາກເອົາໄວ້ວ່າທຸກການລົງທຶນລ້ວນມີຄວາມສ່ຽງ.

ຂອບໃຈຂໍ້ມູນຈາກ:

https://shorturl.at/hikIR

https://shorturl.at/yAGIY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/