ກະຊວງແຮງງານ ເຜີຍ ຄົນລາວຫຼັ່ງໄຫຼໄປເຮັດວຽກຕ່າງປະເທດ ສາເຫດຍ້ອນເງິນບໍ່ສູງ ເຮັດໃຫ້ຢູ່ລາວຂາດແຄນແຮງງານ


ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ສະໄໝທີ IX ໃນວັນທີ 3 ພະຈິກ 2023 ນີ້, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງຄຳຊັກຖາມຂອງສະພາແຫ່ງຊາດ ແລະ ຄຳຖາມເຈາະຈີ້ມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບວິທີການ ແລະ ມາດຕະການແກ້ໄຂ ສະພາບແຮງງານລາວ ຫຼັງໄຫຼໄປເຮັດວຽກຢູ່ປະເທດໃກ້ຄຽງແບບຜິດກົດໝາຍ, ການຂາດແຄນແຮງງານພາຍໃນປະເທດ, ການສົ່ງເສີມໃຫ້ຊາວໜຸ່ມໄດ້ຝຶກວິຊາຊີບ ແລະ ມີວຽກເຮັດງານທຳ ແລະ ອື່ນໆ.

ທ່ານ ປະເດີມພອນ ສົນທະນີ ໄດ້ເຜີຍໃຫ້ຮູ້ວ່າ: ລັດຖະບານ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ເກັບກໍາຂໍ້ມູນຄວາມຕ້ອງການແຮງງານທີ່ລະອຽດ ແລະ ຊັດເຈນ ເພື່ອເປັນຂໍ້ມູນໃນການວາງແຜນ ຈັດຫາວຽກເຮັດງານທໍາ ແລະ ພັດທະນາສີມືແຮງງານ ໃຫ້ສອດຄ່ອງ ແລະ ພຽງພໍກັບການສະໜອງ ແລະ ຄວາມຕ້ອງການພາຍໃນປະເທດ; ຈັດງານຕະຫຼາດນັດແຮງງານ, ຕັ້ງຫ້ອງຮັບສະມັກແຮງງານ ແລະ ສົມທົບກັບຫົວໜ່ວຍແຮງງານ ລົງຂົນຂວາຍແຮງງານ ຢູ່ບັນດາແຂວງ ແລະ ເມືອງເປົ້າໝາຍ; ຮ່ວມມືກັບພາກທຸລະກິດ ເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີ ໃນສະຖານທີ່ເຮັດວຽກ ໂດຍສະເພາະແມ່ນການກຳນົດຄ່າແຮງງານທີ່ເໝາະສົມ, ມີສະຫວັດດີການ ຫຼື ປະກັນສັງຄົມທີ່ດີ, ອອກໃບຢັ້ງຢືນລະດັບສີມືແຮງງານ. ພ້ອມທັງ ໃຫ້ຄ່າຕອບແທນຕາມແຕ່ລະດັບສີມືແຮງງານ ແລະ ມີປັດໄຈການດຳລົງຊີວິດ ທີ່ມີຄວາມໝັ້ນຄົງສູງຂື້ນ. ກະ ຊວງ ຮສສ ໄດ້ສືບຕໍ່ສ້າງສື່ໂຄສະນາ ແລະ ເຜີຍແຜ່ ກ່ຽວກັບ ຄວາມສ່ຽງຂອງການໄປເຮັດວຽກ ຢູ່ຕ່າງປະເທດ ແບບຜິດກົດໝາຍ ເພື່ອເປັນການປູກຈິດສໍານຶກ ໃຫ້ແກ່ແຮງງານລາວ ມີຄວາມຕ້ອງການເຮັດວຽກຢູ່ພາຍໃນປະເທດ ເພີ່ມຂື້້ນ ໂດຍສົມທົບກັບ ບັນດາພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ ທົ່ວສັງຄົມ ໃນການວາງແຜນ ແລະ ຈັດຕັ້ງປະຕິບັດ ທັງນີ້ເພື່ອເປັນການດຶງດູດ ແລະ ສົ່ງເສີມໃຫ້ແຮງງານລາວ ເຮັດວຽກຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ.

ສຳລັບການພັດທະນາສີມືແຮງງານ ປັດຈຸບັນ ລັດຖະບານ ໄດ້ເລັ່ງໃສ່ການຍົກລະດັບສີມື ໃຫ້ແກ່ກຳລັງແຮງງານໃຫ້ມີຂີດຄວາມສາມາດ ໃນການເຮັດວຽກສູງຂຶ້ນ ຮອງຮັບໄດ້ຕໍ່ການປ່ຽນແປງທາງດ້ານວິທີການ, ເທັກນິກ ແລະ ເຕັກໂນໂລຊີ ທີ່ນຳໃຊ້ເຂົ້າໃນການເຮັດວຽກໃນແຕ່ລະໄລຍະ. ເປົ້າໝາຍຂອງການພັດທະນາສີມືແຮງງານ ລວມມີ ຜູ້ທີ່ມີວິຊາຊີບແລ້ວ, ມີວຽກເຮັດງານທຳແລ້ວ ຫຼື ຜູ້ທີ່ມີປະສົບການໃນການເຮັດວຽກ, ປະກອບອາຊີບໃດໜຶ່ງ ແຕ່ຍັງບໍ່ມີວຸດທິວິຊາຊີບ ຍັງບໍ່ໄດ້ຮັບການທົດສອບ ແລະ ຢັ້ງຢືນລະດັບສີມືໃນການເຮັດວຽກ. ໄລຍະຜ່ານມາກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຮັດໜ້າທີ່ດ້ວຍຄວາມເອົາໃຈໃສ່ ດ້ວຍການແນະນໍາອາຊີບໃຫ້ກຸ່ມຊາວໜຸ່ມ ເພື່ອຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສ້າງແຮງຈູງໃຈໃຫ້ກຳລັງແຮງງານໜຸ່ມ ໄດ້ສົນໃຈໃນການຝຶກສີມືແຮງງານ ເພື່ອໃຫ້ມີວິຊາຊີບ.

ເຖິງຢ່າງໃດກໍຕາມ ສປປ ລາວ ຍັງພົບກັບການຂາດແຄນແຮງງານ ເຊິ່ງເກີດຈາກສອງປັດໄຈຫຼັກ ຄື: ຍ້ອນໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ 19 ແລະການຜັນແປຂອງເສດຖະກິດໂລກ ສົ່ງຜົນກະທົບຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຫຼີກເວັ້ນບໍ່ໄດ້ ເຮັດໃຫ້ເກີດສະພາບເງິນເຟີ້ ສົ່ງຜົນກະທົບຕໍ່ທຸກຫົວໜ່ວຍການຜະລິດ ເຮັດໃຫ້ຕົ້ນທຶນການຜະລິດ, ລາຄາສິນຄ້າໃນທ້ອງຕະຫຼາດສູງຂຶ້ນ ສົ່ງຜົນກະທົບໂດຍກົງ ຕໍ່ສະພາບການດໍາລົງຊີວິດຂອງຊາວຜູ້ອອກແຮງງານລາວ ນອກຈາກນັ້ນປະເທດເພື່ອນບ້ານເຂົາເຈົ້າກໍມີສະພາບຂາດແຄນແຮງງານ ແລະ ພະຍາຍາມ ສ້າງນະໂຍບາຍເພື່ອດຶງດູດເອົາແຮງງານລາວ ໄປເຮັດວຽກໃນຕຳແໜ່ງງານດັ່ງກ່າວ; ສ່ວນປັດໄຈພາຍໃນ ຕຳແໜ່ງງານພາຍໃນປະເທດ ທີ່ຕ້ອງການຈຳນວນຫຼວງຫຼາຍ ແຕ່ຍັງບໍ່ສາມາດຕອບສະ ໜອງໄດ້ ຕາມຄວາມຕ້ອງການຕົວຈິງດ້ານການລ້ຽງຊີບຂອງແຮງງານລາວ. ເປັນຕົ້ນ ດ້ານເງິນເດືອນ ແລະ ສະຫວັດດີການຕ່າງໆ ສຳລັບຕຳແໜ່ງງານທີ່ມີເງິນເດືອນສູງ ເງື່ອນໄຂການເຂົ້າເຖິງຕຳແໜ່ງງານກໍສູງຕາມກັນເຮັດໃຫ້ແຮງງານລາວ ເຂົ້າເຖິງຕຳແໜ່ງງານເຫລົ່ານັ້ນໄດ້ໜ້ອຍ. ນອກຈາກນີ້ ແນວຄິດຂອງແຮງງານລາວ. ສ່ວນໃຫຍ່ ມີຄ່ານິຍົມໄປເຮັດວຽກຢູ່ຕ່າງປະເທດ ໂດຍສັງເກດເຫັນໄດ້ໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ມີແຮງງານລາວກັບມາຈາກຕ່າງປະເທດເປັນຈຳນວນບໍ່ໜ້ອຍ.

ຂໍ້ມູນຈາກ:

ປະເທດລາວ Pathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/