Prison Break ຈະກັບມາໃນຊີຊັນໃໝ່ ພ້ອມນັກສະແດງຊຸດໃໝ່


Prison Break ເປັນຊີຣີ້ຊື່ດັງ ແລະ ເປັນຊີຣີ້ທີ່ຢູ່ໃນໃຈໃຜຫຼາຍຄົນກໍໄດ້ ໂດຍຕົວຂອງຊີຣີ້ເອງໄດ້ອອກອາກາດເມື່ອປີ 2005 ພ້ອມປະສົບຄວາມສຳເລັດຢ່າງລົ້ນເຫຼືອ ດ້ວຍເນື້ອເລື່ອງທີ່ເຂັ້ມຂຸ້ນ ແລະ ຕົວລະຄອນ ຫຼາກຫຼາຍມາສ້າງສີສັນ.

Prison Break ມີທັງໝົດ 5 ຊີຊັນ ເປັນການປິດສາກຢ່າງສົມບູນ ແຕ່ກໍຍັງມີແຟນໆຮຽກຮ້ອງໃຫ້ເອົາກັບມາເຮັດອີກ ແລະ ຫຼ້າສຸດທາງ Hulu ກໍໄດ້ປະກາດຂ່າວດີໃຫ້ກັບແຟນໆຊີຣີ້ ວ່າຈະສານຕໍ່ແຟຣນຊາຍ Prison Break ກັບຊີຊັນໃໝ່ ແຕ່ການກັບມາໃນເທື່ອຈະມາພ້ອມເລື່ອງລາວໃໝ່ໆ.

ນອກຈາກຈະມາພ້ອມເນື້ອເລື່ອງໃໝ່ແລ້ວ ຍັງຍົກທີມນັກສະແດງໃໝ່ ແນ່ນອນວ່າພວກເຮົາຈະບໍ່ໄດ້ເຫັນ Wentworth Miller ແລະ Dominic Purcell ອີກໃນຊີຊັນໃໝ່ນີ້ ແຕ່ເນື້ອເລື່ອງຈະຍັງຄົງດຳເນີນຢູ່ພາຍໃຕ້ຈັກກະວານເກົ່າຢ່າງແນ່ນອນ.

ໂດຍຜູ້ທີ່ຈະເຂົ້າມາຮັບຜິດໃນການຜະລິດຄັ້ງນີ້ແມ່ນ Elgin James ແນ່ນອນວ່າຕ້ອງບໍ່ທຳມະດາ ຜົນງານທີ່ຜ່ານກໍຄືເລື່ອງ Mayan MC ເປັນຊີຣີ້ສະປິນອອບຈາກ ‘Sons of Anarchy’ ຊີຣີ້ສຸດຮິດໃນຕຳນານ ແລ້ວທາງ Elgin James ເອງກໍຍັງເຄີຍກຳກັບ ‘Little Birds’ ເມື່ອປີ 2011 ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/