Solana Labs ເປີດຕົວ “GameShift” ເຕັກໂນໂລຊີ Web3 ສໍາລັບນັກພັດທະນາເກມ GameFi


ໃນວັນອັງຄານທີ່ຜ່ານມາ, Solana Labs ໄດ້ປະກາດເປີດຕົວ “GameShift” ເຊິ່ງເປັນການບໍລິການເຕັກໂນໂລຊີ Web3 ຮຸ່ນເບຕ້າສໍາລັບນັກພັດທະນາເກມ. Davis Hart, ຫົວໜ້າຝ່າຍຜະລິດຕະພັນຂອງ GameShift ກ່າວວ່າ:

“ການປະສົມປະສານ API ຂອງ GameShift ເປັນການຊ່ວຍແກ້ໄຂຄວາມຊັບຊ້ອນທີ່ຢູ່ເບື້ອງຫຼັງເຄືອຂ່າຍ blockchain. ເພື່ອຊ່ວຍໃຫ້ຜູ້ພັດທະນາສາມາດສຸມໃສ່ຊັບພະຍາກອນໃນການພັດທະນາເກມໄດ້ຫຼາຍຂຶ້ນ… ຜູ້ພັດທະນາສາມາດມອບປະສົບການທີ່ເປັນມິດກັບ Web2 ໃຫ້ກັບຜູ້ຫຼິ້ນໄດ້, ເຊິ່ງນີ້ຈະຊ່ວຍຫຼຸດຜ່ອນຄວາມຂັດແຍ້ງໂດຍທົ່ວໄປຂອງ Web3 ທີ່ຈະເຂົ້າມາຂັດຂວາງການເຂົ້າເຖິງ ແລະ ການມີສ່ວນຮ່ວມຂອງຜູ້ໃຊ້”

ໂດຍໃນປະກາດຍັງໄດ້ລະບຸອີກວ່າ ຜູ້ພັດທະນາເກມສາມາດໃຊ້ GameShift ເພື່ອສ້າງສິນຊັບໃນເກມໄດ້. ຍິ່ງໄປກວ່ານັ້ນ, ແພລັດຟອມດັ່ງກ່າວຍັງຮອງຮັບລາຍຊື່, ການຊື້ ແລະການແລກປ່ຽນສິນຊັບເຫຼົ່ານີ້. ເຊິ່ງການຊື້ຂາຍເຫຼົ່ານີ້ສາມາດເຮັດໄດ້ໂດຍບໍ່ຕ້ອງຖືຫຼຽນ crypto ໃດໆ. ເຊິ່ງລວມເຖິງການຊຳລະເງິນເປັນເງິນໂດລາສະຫະລັດ ແລະ ການເຮັດທຸລະກໍາດ້ວຍບັດເຄຣດິດ.

ໃນເອກະສານຂອງ GameShift ຍັງຊີ້ໃຫ້ເຫັນອີກວ່າ ໃນບໍລິການນີ້ໄດ້ມີກະເປົາເງິນທີ່ສາມາດເກັບຮັກສາດ້ວຍຕົນເອງໃຫ້ກັບຜູ້ຫຼິ້ນນຳ., ເຊິ່ງນີ້ເຮັດໃຫ້ຜູ້ໃຊ້ເຫຼົ່ານັ້ນສາມາດຄວບຄຸມສິນຊັບຂອງເຂົາເຈົ້າໄດ້ຢ່າງເຕັມທີ່.

Solana Labs ກ່າວເສີມວ່າ ການບໍລິການນີ້ຊ່ວຍຫຼຸດຄວາມຫຍຸ້ງຍາກໃນເລື່ອງທີ່ກ່ຽວຂ້ອງກັບ blockchain ໄດ້ ເຊັ່ນ: ບ່ອນຈັດເກັບ, ຄ່າທຳນຽມ Gas ແລະ ການປະຕິບັດຕາມສັນຍາ Smart Contract API, ເຊິ່ງຈະສາມາດໃຊ້ງານໄດ້ໂດຍບໍ່ຈໍາເປັນຕ້ອງມີຄວາມຮູ້ໃດໆກ່ຽວກັບ blockchain ຫຼື ການຂຽນໂຄ໊ດ blockchain.

ທັງນີ້ ໃນການປະກາດດັ່ງກ່າວຍັງໄດ້ເປີດເຜີຍຊື່ຄູ່ຮ່ວມງານກັບ Solana Labs ຈຳນວນ 3 ລາຍໄດ້ແກ່: Crossmint ຜູ້ໃຫ້ບໍລິການເຄື່ອງມືການສ້າງ NFT, Coinflow ຜູ້ໃຫ້ບໍລິການ gateway ສຳລັບຊຳລະເງິນ crypto ແລະ Meteep ໂປໂຕຄອນກະເປົາເງິນແບບ non-custody.

GameShift ຮຸ່ນເບຕ້າໄດ້ເປີດຕົວພ້ອມກັບລາຄາຂອງ SOL ທີ່ປັບຕົວເພີ່ມຂຶ້ນ 28.4% ໃນ 7 ມື້ທີ່ຜ່ານມາ, ໃນຂະນະທີ່ລາຄາຂອງ Bitcoin ເພີ່ມຂຶ້ນ 0.2% ແລະ Ethereum ເພີ່ມຂຶ້ນ 3.5% ໃນໄລຍະເວລາດຽວກັນ.

ນອກຈາກນັ້ນ, ລາຄາ SOL ໄດ້ເພີ່ມຂຶ້ນ 75.5% ໃນ 30 ມື້ທີ່ຜ່ານມາ, ເມື່ອທຽບກັບ Bitcoin ທີ່ເພີ່ມຂຶ້ນພຽງແຕ່ 24.6% ແລະ Ethereum ທີ່ເພີ່ມຂຶ້ນ 10.5%.

ທີ່ມາ:

cryptoslate

prnewswire

gameshift

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/