ຮົງກົງ ແອຣ໌ລາຍ ເປີດຕົວຖ້ຽວບິນໂດຍກົງໄປນະຄອນຫຼວງວຽງຈັນຂອງລາວ, ເພື່ອເສີມສ້າງເຄືອຂ່າຍພາກພື້ນ ໂດຍຖ້ຽວບິນໃໝ່ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສາຍການບິນ ໃນການເພີ່ມທະວີການເຊື່ອມຕໍ່ພາຍໃນຕະຫຼາດເສັ້ນທາງສາຍໄໝ, ສົ່ງເສີມການທ່ອງທ່ຽວ ແລະ ການຄ້າລະຫວ່າງປະເທດທີ່ເຂົ້າຮ່ວມ.
ຮົງກົງ ແອຣ໌ລາຍ ຈະໃຫ້ບໍລິການບິນປະຈໍາອາທິດລະຫວ່າງສະໜາມບິນສາກົນຮົງກົງ ແລະ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໂດຍນຳໃຊ້ເຮືອບິນ Airbus A320 , ຖ້ຽວບິນນີ້ຮອງຮັບທັງນັກທຸລະກິດ ແລະ ນັກເດີນທາງທີ່ຢາກສໍາຜັດກັບສະເໜ່ຂອງທິວທັດປະເທດລາວ.
ປະເທດລາວຕັ້ງຢູ່ຈຸດຍຸດທະສາດຢູ່ໃນອາຊີຕາເວັນອອກສຽງໃຕ້. ມີຊາຍແດນຕິດກັບຈີນ, ຫວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ, ເຮັດໃຫ້ກາຍເປັນປະເທດທີ່ສຳຄັນໃນຂໍ້ລິເລີ່ມ ໜຶ່ງແຖບ ໜຶ່ງເສັ້ນທາງຂອງຈີນ (China’s Belt and Road Initiative). ການເຊື່ອມຕໍ່ລະຫວ່າງພາກຕາເວັນຕົກສຽງໃຕ້ຂອງຈີນ ແລະ ອາຊີຕາເວັນອອກສຽງໃຕ້ຜ່ານປະເທດລາວນີ້ ຈະອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງພາກພື້ນຕ່າງໆ.
ເພື່ອເປັນການສະເຫຼີມສະຫຼອງການເປີດຕົວເສັ້ນທາງໃໝ່ນີ້ ກໍໄດ້ມີການຈັດພິທີເປີດຕົວຢ່າງລຽບງ່າຍ ຂຶ້ນຢູ່ສະໜາມບິນສາກົນຮົງກົງທີ່ດຳເນີນໂດຍທ່ານ Gary Zhan ຫົວໜ້າບໍລິຫານສາຍການບິນຮົງກົງ ພ້ອມດ້ວຍແຂກທີ່ມີກຽດເຊັ່ນ: ທ່ານ Saenchonghack Ammala ກົງສຸນໃຫຍ່ຈາກສະຖານກົງສຸນລາວປະຈຳຮົງກົງ, ທ່ານ Kenethaburi Soubanh, ກົງສຸນໃຫຍ່ຈາກ ສ. ກົງສຸນລາວ ປະຈໍາຮົງກົງ, ທ່ານ Michael Yuen ຜູ້ຊ່ວຍຫົວໜ້າກົມການບິນພົນລະເຮືອນ (ການບໍລິການທາງອາກາດ ແລະ ການຄຸ້ມຄອງຄວາມປອດໄພ) ແລະ ທ່ານ Ricky Chong ຜູ້ຊ່ວຍຜູ້ຈັດການທົ່ວໄປ ພະແນກພັດທະນາເຄືອຂ່າຍການບິນ ອຳນາດການປົກຄອງສະໜາມບິນຮົງກົງ
ທ່ານ Gary Zhan ຜູ້ອຳນວຍການໃຫຍ່ສາຍການບິນຮົງກົງ ໄດ້ກ່າວ ສະເຫຼີມສະຫຼອງຖ້ຽວບິນຄັ້ງທຳອິດວ່າ
“ການດຳເນີນງານເສັ້ນທາງຕາມແນວຄິດລິເລິ່ມ ໜຶ່ງແຖບ ໜຶ່ງເສັ້ນທາງ ແມ່ນມີຄວາມສຳຄັນຕໍ່ຮົງກົງ ແອຣ໌ໄລນ໌ ໃນເຊີງຍຸດທະສາດຕະຫຼອດຫຼາຍປີທີ່ຜ່ານມາ, ພວກເຮົາໄດ້ໃຫ້ບໍລິການຖ້ຽວບິນປະຈຳໄປຫາຈຸດໝາຍປາຍທາງຕາມສາຍທາງເຫຼົ່ານີ້. ລວມມີເມືອງ Denpasar ໃນອິນໂດເນເຊຍ, ບາງກອກໃນປະເທດໄທ, ໂຊລໃນເກົາຫຼີ ແລະ ຫຼາຍກວ່າ 10 ເມືອງໃນແຜ່ນດິນໃຫຍ່ຂອງຈີນ ດ້ວຍການເພີ່ມເສັ້ນທາງການໃຫ້ບໍລິການໃນນະຄອນຫຼວງວຽງຈັນ, ຮົງກົງແອຣ໌ໄລນ໌ ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາ ແລະ ເສີມຂະຫຍາຍຂໍ້ລິເລີ່ມ ໜື່ງແຖບ ໜຶ່ງເສັ້ນທາງ. ໂດຍການສົ່ງເສີມການເຊື່ອມຕໍ່ ແລະ ສົ່ງເສີມການຮ່ວມມື.”
“ໃນຄວາມເປັນຈິງ ນັບຕັ້ງແຕ່ການປັບໂຄງສ້າງໄດ້ສໍາເລັດໃນເດືອນເມສາປີກາຍນີ້. ພວກເຮົາໄດ້ກັບຄືນມາສູ່ເສັ້ນທາງດຳເນີນງານທີ່ໝັ້ນຄົງໃນຊ່ວງປີກາຍທີ່ຜ່ານມາ ແລະ ເຊື່ອມຕໍ່ໃໝ່ກັບໂລກອີກຄັ້ງ ໂດຍການກັບມາໃຫ້ບໍລິການເສັ້ນທາງເດີມ ແລະ ການເປີດຈຸດໝາຍປາຍທາງໃໝ່. ພວກເຮົາສືບຕໍ່ຂະຫຍາຍເຮືອບິນ ແລະ ຮັບສະໝັກພະນັກງານພາຍໃນທ້ອງຖິ່ນ ແລະ ທົ່ວໂລກຢ່າງຕໍ່ເນື່ອງ, ເພື່ອຕອບສະໜອງຄວາມຕ້ອງການຂອງການຟື້ນຕົວທາງທຸລະກິດ ແລະ ການຂະຫຍາຍຕົວຂອງພວກເຮົາ. ໃນມື້ນີ້, ເຄືອຂ່າຍເສັ້ນທາງຂອງພວກເຮົາໄດ້ກວມເອົາຈຸດໝາຍປາຍທາງເກືອບ 30 ແຫ່ງ ແລະ ປັດໄຈໃນໂຫຼດຜູ້ໂດຍສານສະເລ່ຍຂອງພວກເຮົາໄດ້ກັບຄືນສູ່ 85%”.
ຕາຕະລາງການບິນຂອງສາຍການບິນ ຮົງກົງ ແອຣ໌ໄລນ໌ ລະຫວ່າງຮົງກົງ – ວຽງຈັນແມ່ນມີລາຍການຂ້າງລຸ່ມນີ້ (ເວລາທັງໝົດແມ່ນເວລາທ້ອງຖິ່ນ)

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/