ເມື່ອວັນອັງຄານທີ່ຜ່ານມາ ທຳນຽບຂາວໄດ້ປະກາດວ່າ ຈະບໍລິຈາກວັກຊີນປ້ອງກັນພະຍາດໂຄວິດ-19 ຂອງຍີ່ຫໍ້ ໂມເດີນາ (moderna) ໃຫ້ແກ່ ສສ ຫວຽດນາມ ຈຳນວນ 2 ລ້ານໂດສ ໂດຍຄາດວ່າເຈົ້າໜ້າທີ່ຈະສົ່ງມອບວັກຊີນພາຍໃນອາທິດນີ້.
ວັກຊີນປ້ອງກັນພະຍາດໂຄວິດ-19 ໂມເດີນາ ຈຳນວນ 2ລ້ານໂດສທີ່ຈະສົ່ງມອບໃຫ້ແກ່ ສສ ຫວຽດນາມນີ້ ເປັນສ່ວນໜຶ່ງຂອງວັກຊີນຊຸດທຳອິດ ໃນ 80 ລ້ານໂດສທີ່ປະທານາທິບໍດີຂອງ ສະຫະລັດອາເມລິກາ “ໂຈ ໄບເດັນ” ໄດ້ໃຫ້ສັນຍາວ່າ ຈະແຈກຈ່າຍວັກຊີນໃຫ້ແກ່ປະເທດຕ່າງໆໃນທົ່ວໂລກ.

ເຈົ້າໜ້າທີ່ໃນທຳນຽບຂ່າວໄດ້ກ່າວວ່າ “ການສົ່ງວັກຊີນນີ້ໃຫ້ແກ່ຫວຽດນາມ ເຊິ່ງຜ່ານໂຄງການ ”ໂຄແວັກ” ຂອງອົງການອະນາໄມໂລກນັ້ນ ເປັນສ່ວນໜຶ່ງໃນເປົ້າໝາຍ ການຢຸດການແຜ່ລະບາດເຊື້ອພະຍາດໂຄວິດ-19 ທຸກສະຖານທີ່ໃນໂລກ ”
ນອກຈາກນັ້ນ, ວັກຊີນທີ່ ສະຫະລັດອາເມລິການຳສົ່ງ ຍັງມາຮອດມາເລເຊຍແລ້ວເມື່ອວັນຈັນ ແລະ ໃນອາທິດທີ່ຜ່ານມາ ແລະ ທຳນຽບຂາວຍັງປະກາດຈະສົ່ງມອບໃຫ້ແກ່ ອິນໂດເນເຊຍອີກ 4 ລ້ານໂດສໃນເວລາອັນໃກ້ນີ້.
ສ່ວນປະເທດອື່ນໆໃນຂົງເຂດອາຊີ ທີ່ຈະໄດ້ຮັບສ່ວນແບ່ງວັກຊີນ 80 ລ້ານໂດສນີ້ ກໍຈະລວມທັງ ສປປ ລາວ, ກຳປູເຈຍ, ປາປົວນິວກີນີ, ຟິລິບປິນ ແລະ ລາຊະອານາຈັກໄທ.
ທີ່ມາ: https://www.thaipost.net/main/detail/108859
ພາບ: thaipost, France 24
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/