ເມື່ອວັນທີ 27 ກໍລະກົດ 2021 ທີ່ຜ່ານມາ ສຳນັກຂ່າວ ຊີເອັນເອັນ (CNN) ໄດ້ລາຍງານວ່າ ໄດ້ມີເສືອດາວຫິມະ ສັດຊະນິດໜຶ່ງທີ່ຫາຍາກອັນດັບຕົ້ນໆຂອງໂລກໄດ້ຕິດເຊື້ອພະຍາດໂຄວິດ-19 ເຊິ່ງເສືອດັ່ງກ່າວເປັນສັດທີ່ຢູ່ໃນສວນສັດ ຊານດີເອໂກ, ລັດແຄລິຟໍເນີຍ , ສະຫະລັດອາເມລິກາ.
ການລາຍງານເບື້ອງຕົ້ນຂອງຜູ້ຊ່ຽວຊານການດູແລຮັກສາສັດປ່າໄດ້ລະບຸວ່າ ເສືອດາວຫິມະໂຕດັ່ງກ່າວໄດ້ມີອາການ ໄອ ແລະ ມີນ້ຳມູກໄຫຼ ຈຶ່ງໄດ້ເຮັດການທົດສອບ ແລະ ຜົນປາກົດວ່າຕິດເຊື້ອພະຍາດໂຄວິດ-19. ແຕ່ອາການຂອງເສືອໂຕດັ່ງກ່າວຍັງບໍ່ທັນຮຸນແຮງ ແລະ ບໍ່ມີອາການອື່ນເພີ່ມຕື່ມເທື່ອ.

ແນວໃດກໍຕາມ, ສວນສັດຊານດີເອໂກ ກໍກຳລັງຂຸ້ນຂ້ຽວສັກວັກຊີນປ້ອງກັນພະຍາດໂຄວິດ-19 ສຳລັບສັດ ເພື່ອປ້ອງກັນສັດຈະເສຍຊີວິດຈາກການຕິດເຊື້ອ ເຊິ່ງຈະເນັ້ນໜັກທີ່ສັດຈຳພວກແມວໃຫຍ່ເປັນຫຼັກ ເພາະມີຄວາມສ່ຽງສູງທີ່ຈະຕິດເຊື້ອໄດ້ງ່າຍກວ່າ ເຊັ່ນ: ເສືອດາວ, ສິງໂຕ, ເສືອຊີຕ້າ, ສິງໂຕພູເຂົາ ແລະ ອື່ນໆ. ນອກຈາກນັ້ນ,ທາງສວນສັດກໍຍັງເລັ່ງສັກວັກຊີນໃຫ້ແກ່ຈຳພວກລີງໃຫຍ່ເຊັ່ນດຽວກັນ ຫຼັງຈາກທີ່ມີກໍລິລາ 2 ໂຕ ຕິດເຊື້ອໃນໄລຍະເດືອນມັງກອນທີ່ຜ່ານມາ.
ສຳລັບວັກຊີນທີ່ສັກໃຫ້ສັດແມ່ນ ວັກຊີນທີ່ຜະລິດຈາກການຕັດຕໍ່ໂປຣຕີນໜາມບໍລິສຸດ (Recombinant Purified Spike Protein Vaccine) ເຊິ່ງບໍ່ສາມາດນຳໃຊ້ກັບມະນຸດໄດ້.
ທີ່ມາ: https://cnn.it/3Ci8PMS
ພາບ: CNN, Thairath
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/