ທາດພະນົມນ້ອຍ ກຳລັງຈະກາຍເປັນແຫຼ່ງທ່ອງທ່ຽວສຳຄັນ ຂອງເມືອງອຸທຸມພອນ


ໃນວັນທີ 30 ກໍລະກົດ 2021, ທ່ານ ແສນສັກ ພິມວົງສາ ເຈົ້າເມືອງອຸທຸມພອນ ພ້ອມຄອບຄົວ ແລະ ປະຊາຊົນພາຍໃນເມືອງອຸທຸມພອນ,ໄດ້ພ້ອມພຽງກັນໄປຖວາຍວັດຖຸປັດໄຈໄຊຍະທານ ທີ່ວັດພຣະທາດທ່າພະນົມ ປະຖົມລັດຕະນະເຈດີ ຫຼື ພຣະທາດພະນົມນ້ອຍ ບ້ານດົງທ່າ, ເມືອງອຸທຸມພອນ, ແຂວງສະຫວັນນະເຂດ.

ການລົງໄປຄັ້ງນີ້ ກໍເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນເມືອງ, ເພາະວ່າສະຖານທີ່ທ່ອງທ່ຽວດັ່ງກ່າວ ແມ່ນບໍ່ໄກຈາກຕົວເມືອງພໍປານໃດ. ນອກຈາກໄປທ່ຽວພຣະທາດພະນົມນ້ອຍແລ້ວ ນັກທ່ອງທ່ຽວກໍຍັງສາມາດໄປທ່ຽວດ່ານລະມັ່ງ ແລະ ອ່າງເກັບນໍ້າ ທີ່ຫ່າງອອກໄປຈາກພະທາດປະມານ 05 ກິໂລແມັດ, ທີ່ມີນໍ້າໄຫຼລິນຢ່າງໜ້າສະອອນໃຈ, ມີທໍາມະຊາດອ້ອມຮອບ ເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈ, ເປັນບ່ອນພັກຜ່ອນຢ່ອນກາຍ ອີກແຫ່ງໜຶ່ງຂອງເມືອງອີກພ້ອມ.

ເສັ້ນທາງເຂົ້າໄປແມ່ນມີຄວາມຫຍຸ້ງຍາກໃນໄລຍະລະດູຝົນ ເຊິ່ງນໍາໃຊ້ແຕ່ລົດຕ໊ອກໆ ຫຼື ວ່າລົດໄຖນາຍ່າງຕາມຂອງຊາວບ້ານຈຶ່ງສາມາດໄປໄດ້ ເຊິ່ງຈະສ້າງລາຍຮັບໃຫ້ແກ່ຊາວບ້ານອີກທາງໜຶ່ງ (ສະເພາະລົດໃຫຍ່ກໍໄປໄດ້ແຕ່ກໍພົບຄວາມຫຍຸ້ງຍາກໃນການສັນຈອນ ເພາະມີຂຸມຫຼາຍບ່ອນ).

ສະນັ້ນແລ້ວ ທາງການນໍາຂອງເມືອງຈຶ່ງຢາກພັດທະນາເສັ້ນທາງເຂົ້າໄປໃຫ້ທຽວໄດ້ທັງລະດູແລ້ງ ແລະ ລະດູຝົນ ເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວສະຖານທີ່ແຫ່ງນີ້ໃຫ້ນັບມື້ນັບຫຼາຍຂຶ້ນ ພາຍຫຼັງທີ່ພະຍາດໂຄວິດ-19 ຫາຍໄປຈາກປະເທດລາວ.

ພຣະທາດພະນົມນ້ອຍ (ຈຳລອງ) ຫຼື ພຣະທາດທ່າພະນົມປະຖົມລັດຕະນະເຈດີ ສ້າງຂຶ້ນເມື່ອປີພຸດທະສັກກະລາດ 1238, ມີລັກສະນະເປັນ 4 ຫຼ່ຽມປະກອບເປັນ 3 ຖານດ້ວຍກັນ. ຖານເທິງສຸດ ຫຼື ວ່າຍອດທາດມີລັກສະນະເປັນຮູບດວງປີ, ອົງພຣະທາດມີລວງສູງປະມານ 8 ແມັດ, ຕີນພຣະທາດກວ້າງເບື້ອງລະ 3 ແມັດ ແລະ ມີກຳແພງແກ້ວອ້ອມຮອບທັງ 4 ດ້ານ ລວງກວ້າງກຳແພງແກ້ວຍາວເບື້ອງລະ 6 ແມັດ, ຢູ່ຖານລຸ່ມນັບແຕ່ແທ່ນທີ່ເປັນຕີນຕັ້ງຂອງອົງພຣະທາດນີ້ຂຶ້ນເທິງ ແກະສະຫຼັກເປັນຮູບຄົນຢືນທັງ 4 ດ້ານ, ສັນນິຖານວ່າເປັນຮູບນາຍທະວາລະບານ (ນາຍປະຕູຫຼື ວ່າຜູ້ເຝົ້າຍາມ).

ເມື່ອຮອດເດືອນ 3 ເພັງຂອງທຸກໆປີ ຊາວບ້ານດົງທ່າດົງເທິງ ທຸກຄົນໃນເຂດນີ້ ໄດ້ພາກັນສີເຜິ້ງສີທຽນເອົາມາຮອບຫົວແທກສອກ, ແທກຄີງ ແລ້ວກໍແຕ່ງຕັ້ງກັບຫາບເອົາເຜິ້ງ, ເອົາທຽນ ລວມທັງເຄື່ອງບູຊາຕ່າງໆ ໄປໄຕ້ບູຊາອົງພຣະທາດພະນົມ.

ບັ້ງຈຸ້ມເພິ່ນເຮັດຂຶ້ນດ້ວຍໄມ້ໄຜ່ ທີ່ຄົນບູຮານເອົາຕຳນານອຸລັງຄະທາດ ຂອງພຣະທາດພະນົມບັນຈຸທາງດ້ານໃນ ແລ້ວກໍປິດດ້ວຍຄັ່ງ. 1 ປີໄຂໄດ້ພຽງຄັ້ງດຽວ ໃນງານນະມັດສະການພຣະທາດພະນົມນີ້ເທົ່ານັ້ນ.

ຂອບໃຈຂໍ້ມູນ ແລະ ຮູບພາບ:

https://bit.ly/3fCvklZ

https://bit.ly/3s1ah1t

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/