ສະຫະລັດອາເມຣິກາ ແບນ TikTok ໃນອຸປະກອນຂອງເຈົ້າໜ້າທີ່ລັດ ເນື່ອງຈາກມີຄວາມກັງວົນວ່າແອັບມີຄວາມສ່ຽງລະດັບສູງດ້ານຄວາມປອດໄພ

ສະຫະລັດອາເມຣິກາ ແບນ TikTok

ເມື່ອວັນທີ 27 ທັນວາ 2022 ສຳນັກຂ່າວ Reuters ລາຍງານວ່າ ທາງການສະຫະລັດໄດ້ອອກຄຳສັ່ງແບນການໃຊ້ແອັບພິເຄຊັ່ນວິດີໂອຍອດນິຍົມສັນຊາດຈີນຢ່າງ TikTok ໃນອຸປະກອນຂອງສະມາຊິກສະພາຜູ້ແທນລາສະດອນສະຫະລັດອາເມຣິກາ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທັງໝົດ ເຊິ່ງການປະກາດສັ່ງແບນນີ້ເປັນການນຳກົດໝາຍທີ່ຈະມີຜົນບັງຄັບໃຊ້ກັບອຸປະກອນຂອງເຈົ້າໜ້າທີ່ລັດທີ່ຈະມີຜົນບັງຄັບໃຊ້ກັບອຸປະກອນຂອງເຈົ້າໜ້າທີ່ລັດທັງໝົດໃນໄວໆນີ້.

ສະຫະລັດອາເມຣິກາ ແບນ TikTok

ຫົວໜ້າຝ່າຍບໍລິຫານຈັດການແຫ່ງສະພາຜູ້ແທນລາສະດອນສະຫະລັດອາເມຣິກາ ລະບຸວ່າ ແອັບພິເຄຊັ່ນ TikTok ຖືກເບິ່ງວ່າ “ເປັນຄວາມສ່ຽງລະດັບສູງເນື່ອງຈາກບັນຫາດ້ານຄວາມປອດໄພຈຳນວນຫຼາຍ” ເຊິ່ງມີຜົນຕໍ່ການເມືອງ ແລະ ເຈົ້າໜ້າທີ່ທຸກຄົນ ໂດຍຄຳສັ່ງທີ່ປະກາດອອກໄປນີ້ເຈົ້າໜ້າທີ່ທຸກຄົນຕ້ອງລຶບແອັບ TikTok ໃນທຸກອຸປະກອນອີເລັກໂທຣນິກທີ່ສະມາຊິກຜູ້ແທນລາສະດອນ ຫຼື ຜູ້ກ່ຽວຂ້ອງໃຊ້ຢູ່ ແລະ ຫ້າມໂຫຼດແອັບດັ່ງກ່າວກັບຄືນມາ ພາຍໃນອະນາຄົດອີກພ້ອມ.

ສະຫະລັດອາເມຣິກາ ແບນ TikTok

ທັງນີ້ ກົດໝາຍໃໝ່ທີ່ໄດ້ຮັບການອະນຸມັດໂດຍສະພາຜູ້ແທນລາສະດອນສະຫະລັດອາເມຣິກາ ແມ່ນມີຂຶ້ນເມື່ອອາທິດກ່ອນນີ້ ແລະ ຈະມີຜົນບັງຄັບໃຊ້ເມື່ອປະທານາທິບໍດີ ໂຈ ໄບເດັນ ລົງນາມເປັນກົດໝາຍ ໂດຍຂໍ້ກົດໝາຍນີ້ເກີດຂຶ້ນຫຼັງຈາກລັດຖະບານລະດັບທ້ອງຖິ່ນຂອງສະຫະລັດອາເມຣິກາ ພະຍາຍາມຊຸກຍູ້ການແບນແອັບ TikTok (ເຊິ່ງເປັນແອັບຂອງບໍລິສັດ ByteDance ຈາກປະເທດຈີນ) ໃນບັນດາອຸປະກອນອີເລັກໂທຣນິກຕ່າງໆຂອງລັດຖະບານ. ພ້ອມນັ້ນ ຂໍ້ມູນຫຼ້າສຸດເມື່ອອາທິດທີ່ຜ່ານມາໄດ້ມີ 19 ລັດໃນສະຫະລັດອາເມຣິກາໄດ້ສັ່ງຫ້າມມີແອັບດັ່ງກ່າວ ເທິງອຸປະກອນຂອງໜ່ວຍງານລັດ ຈາກຄວາມກັງວົນວ່າຈີນອາດໃຊ້ແອັບນີ້ໃນການຕິດຕາມຊາວອາເມຣິກາ.

ສະຫະລັດອາເມຣິກາ ແບນ TikTok

ຢ່າງໃດກໍຕາມ ທາງ TikTok ບໍ່ໄດ້ໃຫ້ຄວາມເຫັນໃດໆ ຫຼັງຈາກທີ່ມີການປະກາດການແບນດັ່ງກ່າວອອກມາ ຂະນະທີ່ທາງສະມາຊິກຜູ້ແທນລາສະດອນຈະເດີນໜ້າຊຸກຍູ້ການບັງຄັບໃຊ້ມາດຕະການດັ່ງກ່າວທົ່ວປະເທດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/