ໃຜນອນກົນມາທາງນີ້! ຮູ້ຈັກກັບ Snore Circle ເຄື່ອງຊ່ວຍລົດການນອນກົນ ແລະ ຊ່ວຍໃຫ້ນອນຫຼັບໄດ້ງ່າຍຂຶ້ນ

ໃຜນອນກົນມາທາງນີ້

ເຊື່ອວ່າບັນຫາການນອນກົນສຽງດັງເປັນບັນຫາໃຫຍ່ທັງຜູ້ທີ່ມີອາການດັ່ງກ່າວ ແລະ ຜູ້ທີ່ນອນຮ່ວມກັນ ເພາະມັນສົ່ງສຽງລົບກວນຕໍ່ຄົນອ້ອມຂ້າງ ພ້ອມນັ້ນຍັງມີໂອກາດເຮັດໃຫ້ເກີດບັນຫາທາງສຸຂະພາບຕາມມາອີກພ້ອມ.

ໃຜນອນກົນມາທາງນີ້

ທັງນີ້ມີລາຍງານການວິໄຈຫຼາຍສະບັບຢືນຢັນວ່າຜູ້ໃຫຍ່ໃນໄວເຮັດວຽກຄວນນອນພັກຜ່ອນໃຫ້ໄດ້ຢ່າງໜ້ອຍ 8 ຊົ່ວໂມງຕໍ່ມື້ ເພື່ອໃຫ້ລະບົບການເຮັດວຽກຮ່າງກາຍໄດ້ພັກຜ່ອນ ແຕ່ໃນກໍລະນີຂອງຜູ້ນອນກົນຈະບໍ່ສາມາດນອນຫຼັບໄດ້ດີຕະຫຼອດຄືນເນື່ອງຈາກລະບົບການຫາຍໃຈຕິດຂັດ ແລະ ມີອາການຕື່ນເປັນໄລຍະ.

ໃຜນອນກົນມາທາງນີ້

ຢ່າງໃດກໍດີ ອາການນອນກົນຈະບໍ່ເປັນບັນຫາອີກຕໍ່ໄປເມື່ອມີ Snore Circle ອຸປະກອນເທັກໂນໂລຢີໃໝ່ຫຼ້າສຸດທີ່ມີຄວາມສາມາດຊ່ວຍລົດອາການນອນກົນ ແລະ ຊ່ວຍໃຫ້ລະບົບການຫາຍໃຈເຮັດວຽກໄດ້ມີປະສິດທິພາບຫຼາຍຂຶ້ນ ສົ່ງຜົນໃຫ້ຜູ້ໃຊ້ງານນອນຫຼັບດີໝົດຄືນ.

ໃຜນອນກົນມາທາງນີ້

ທາງບໍລິສັດຜູ້ພັດທະນາກ່າວວ່າ Snore Circle ໃຫ້ເທັກໂນໂລຢີໃນການກະຕຸ້ນກ້າມຊີ້ນບໍລິເວນປາຍຄາງຂອງຜູ້ສວມໃສ່ ເພື່ອຊ່ວຍໃຫ້ລະບົບຫາຍໃຈເຮັດວຽກໄດ້ເຕັມປະສິດທິພາບຫຼາຍຂຶ້ນ. ທັງນີ້ Snore Circle ນັ້ນມີການຮັບຮອງທາງການແພດ ແລະ ມີນ້ຳໜັກເບົາພຽງ 12 ກຣາມ ພ້ອມກັບບໍ່ເຮັດໃຫ້ຜູ້ສວມໃສ່ຮູ້ສຶກບໍ່ສະບາຍຕົວ.

ໃຜນອນກົນມາທາງນີ້

ໃນສ່ວນຂອງການເຮັດວຽກຂອງ Snore Circle ນັ້ນ ລະບົບກະຕຸ້ນກ້າມຊີ້ນຈະແບ່ງອອກເປັນ 30 ລະດັບ ໂດຍອັດຕະໂນມັດ ເຊິ່ງຂຶ້ນຢູ່ກັບລະດັບການນອນຂອງຜູ້ສວມໃສ່ ແລະ ອຸປະກອນນີ້ເຮັດວຽກຮ່ວມກັບແອັບພິເຄຊັ່ນ Sleeplus ເຊິ່ງມັນຈະເກັບບັນທຶກຂໍ້ມູນການນອນຫຼັບ ແລະ ປະເມີນຜົນການນອນຫຼັບເພື່ອປັບປຸງປະສິດທິພາບໃນການນອນ. ຢ່າງໃດກໍຕາມຫາກການນອນກົນຂອງຜູ້ສວມໃສ່ບໍ່ດີຂຶ້ນກໍສາມາດໃຊ້ຂໍ້ມູນການນອນຫຼັບດັ່ງກ່າວໄປໃຊ້ໃນການປະກອບການບົ່ງມະຕິທາງການແພດເພີ່ມຕື່ມ.

ໂດຍລາຄາຂອງ Snore Circle ໃນຕອນນີ້ແມ່ນຢູ່ທີ່ 129 ໂດລາ ສາມາດຫາຊື້ໄດ້ທີ່ແອັບພິເຄຊັ່ນຊື້ຂາຍສິນຄ້າອອນລາຍຢ່າງ Amazon.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/