ຊົມເຊີຍ! ນັກກິລາຄົນພິການລາວ ຄວ້າອັນດັບ 3 ໃນການແຂ່ງຂັນກິລາຍົກນໍ້າໜັກຄົນພິການ ຊິງແຊ້ມໂລກ 2022 ທີ່ ສະຫະລັດອາຣັບເອມິເຣດ

ຊົມເຊີຍ! ນັກກິລາຄົນພິການລາວ

ນາງ ລັດສະໝີ ສີປະເສີດ ນັກກິລາຍົກນ້ຳໜັກຄົນພິການທີມຊາດລາວ ຮຸ່ນນ້ຳໜັກ 41 ກິໂລ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າ 1 ຫຼຽນທອງ ຫຼັງຍົກນໍ້າໜັກລວມສາມຄັ້ງໄດ້ 141 ກິໂລ ຈັດຢູ່ອັນດັບທີ 3 ຂອງໂລກ  ໃນການເຂົ້າຮ່ວມແຂ່ງຂັນກິລາຍົກນໍ້າໜັກຄົນພິການ ຊິງແຊ້ມໂລກ ປະຈຳປີ 2022 ທີ່ສະຫະລັດອາຣັບເອມິເຣດ ເປັນເຈົ້າພາບ.

ຊົມເຊີຍ! ນັກກິລາຄົນພິການລາວ

ໂດຍ ລັດສະໝີ ໄດ້ເຂົ້າຮ່ວມແຂ່ງຂັນກິລາຍົກນ້ຳໜັກຊິງແຊ້ມໂລກ ທີ່ປະເທດສະຫະລັດອາຣັບເອມິເຣດ (ດູໄບ) ໃນລະຫວ່າງວັນທີ 15-18 ທັນວາ 2022, ເຊິ່ງຜົນການເຂົ້າຮ່ວມແຂ່ງຂັນສາມາດຍາດໄດ້ 1 ຫຼຽນທອງ ຈາກ ນາງ ລັດສະໝີ ສີປະເສີດ ນັກກິລາຍົກນ້ຳໜັກຄົນພິການທີມຊາດລາວ ຮຸ່ນນ້ຳໜັກ 41 ກິໂລຍິງ ດ້ວຍນ້ຳໜັກທີ່ຍົກໄດ້ 73 ກິໂລ ຈັດຢູ່ໃນອັນດັບທີ 4 ນ້ຳໜັກລວມຍົກສາມຄັ້ງໄດ້ 141 ກິໂລ ຈັດຢູ່ໃນອັນດັບທີສາມຂອງໂລກ ໃນການແຂ່ງຂັນກິລາຍົກນ້ຳໜັກຄົນພິການ ຊິງແຊ້ມໂລກ ປະຈຳປີ 2022.

ຊົມເຊີຍ! ນັກກິລາຄົນພິການລາວ

ຂອບໃຈຂໍ້ມູນຈາກ: https://bit.ly/3Wr76i0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/