ຖ້າທ່ານເປັນຄົນໜຶ່ງທີ່ຈົບການສຶກສາລະດັບປະລິນຍາໂທ ແລ້ວກຳລັງຊອກຫາໂອກາດທີ່ຈະໄປເຮັດວຽກຢູ່ຕ່າງປະເທດ ໂອກາດຂອງທ່ານມາແລ້ວ ເພາະປະເທດສະວີເດນໄດ້ອອກວີຊ່າແບບໃໝ່ ເພື່ອດຶງດູດແຮງງານ ແລະ ນັກທຸລະກິດທີ່ຈົບການສຶກສາລະດັບປະລິນຍາໂທຂຶ້ນໄປ ເຂົ້າມາເຮັດວຽກໃນສະວີເດນໃຫ້ຫຼາຍຂຶ້ນ.
ປະເທດສະວີເດັນໄດ້ປະກາດ ວີຊ່າເຂົ້າປະເທດແບບໃໝ່ ສໍາລັບໃຜທີ່ຈົບການສຶກສາລະດັບປະລິນຍາໂທ ຈາກທົ່ວທຸກມຸມໂລກ ໃຫ້ສາມາດເຂົ້າມາເພື່ອຢູ່ອາໄສ ແລະ ຊອກຫາວຽກເຮັດງານທໍາ ຫຼື ເລີ່ມຕົ້ນທຸລະກິດຂອງຕົນເອງໄດ້ເລີຍ ເປັນເວລາ 3 ຫາ 9 ເດືອນໂດຍບໍ່ຕ້ອງຢືນຢັນເອກະສານການຍອມຮັບ ຫຼື ຂໍ້ສະເໜີຈາກບ່ອນເຮັດວຽກໃດໆ ເພື່ອສະໝັກຂໍວີຊ່າ.

ຖ້າທ່ານໄດ້ວຽກເຮັດໃນປະເທດສະວີເດັນ ຫຼື ເລີ່ມຕົ້ນທຸລະກິດແລ້ວ ກໍສາມາດຍື່ນຂໍປ່ຽນເປັນ ວີຊ່າ ເຮັດວຽກເພື່ອຢູ່ໃນປະເທດສະວີເດັນໃນໄລຍະຍາວ ແລະ ສາມາດສະໝັກຂໍວີຊ່າຜູ້ຕິດຕາມຢ່າງເຊັ່ນ ຄອບຄົວຂອງທ່ານໄດ້ນຳອີກ.

ສິ່ງທີ່ສຳຄັນທີ່ຕ້ອງມີໃນການຍື່ນຂໍວີຊ່າກໍຄື:
- ຕ້ອງຈົບການສຶກສາປະລິນຍາໂທເປັນຢ່າງຕໍ່າ
- ວາງແຜນທີ່ຈະຊອກວຽກ ແລະ ຄວາມເປັນໄປໄດ້ທີ່ຈະເຮັດທຸລະກິດ
- ມີເງິນຫຼາຍພໍທີ່ຈະລ້ຽງຊີບຕົນເອງໃນໄລຍະທີ່ຍື່ນຂໍອະນຸຍາດ ແລະ ເງິນຈຳນວນນັ້ນຕ້ອງຄອບຄຸມໄປຮອດຄ່າເດີນທາງກັບປະເທດຂອງທ່ານ
- ມີປະກັນຊີວິດຢ່າງຮອບດ້ານທີ່ຄອບຄຸມໄປຮອດປະເທດ ສະວີເດັນ
ຖ້າທ່ານອາໄສຢູ່ໃນສະວີເດັນຕາມໄລຍະເວລາທີ່ກຳນົດ ແລະ ປະຕິບັດຕາມເງື່ອນໄຂຕ່າງໆໄດ້ ທ່ານຍັງສາມາດຍື່ນຂໍສັນຊາດສະວີເດັນໄດ້ນຳອີກ.

ສຳລັບໜັງສືເດີນທາງຂອງພົນລະເມືອງສະວີເດັນ ຍັງຖືເປັນໜັງສືເດີນທາງທີ່ສາມາດເຂົ້າໄດ້ຫຼາຍປະເທດທີ່ສຸດ ເປັນອັນດັບ 4 ຂອງໂລກ ໂດຍສາມາດເດີນທາງເຂົ້າໄດ້ຫຼາຍເຖິງ 188 ປະເທດ ທົ່ວໄລກ.
ເງື່ອນໄຂຕ່າງໆ ແລະ ລາຍລະອຽດເພີ່ມຕື່ມ: https://cutt.ly/hJFJ2UP
ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/