ມະຫາວິທະຍາໄລແຫ່ງໜຶ່ງໃນເກົາຫຼີໃຕ້ ສ້າງຫ້ອງນ້ຳທີ່ສາມາດປ່ຽນ “ອາຈົມ” ໃຫ້ກາຍເປັນພະລັງງານ ແລະ ສາມາດແລກເປັນຫຼຽນຄຣິບໂຕໄດ້


ຫຼາຍຄົນອາດຄິດວ່າ “ອາຈົມ” ຂອງຕົນເອງເປັນພຽງຂອງເສຍທີ່ຂັບອອກຈາກຮ່າງກາຍ ນອກຈາກຈະສົ່ງກິ່ນເໝັນແລ້ວຍັງບໍ່ມີປະໂຫຍດຫຍັງເລີຍ. ແຕ່ຮູ້ບໍ່ວ່າ ອາຈົມຂອງຄົນເຮົານັ້ນສາມາດປ່ຽນແປງເປັນພະລັງງານໄດ້ ໂດຍອາຈົມຂອງເຮົາຖ້າມີປະລິມານຢູ່ທີ່ 500 ກຣາມ ແມ່ນຈະມີແກ໊ສມີເທນ (metan) 50 ລິດ ເຊິ່ງສາມາດນໍາໄປຜະລິດໄຟຟ້າໄດ້ 0.5 kW/h  (ກິໂລວັດ/ຊົ່ວໂມງ) ຫຼື ໃຊ້ຂັບລົດໄດ້ 1.2  km ເລີຍ.

ທັງນີ້ ຈາກຄຸນສົມບັດຂອງອາຈົມທີ່ໄດ້ກ່າວມາເບື້ອງຕົ້ນ ເຮັດໃຫ້ ສາສະດາຈານ Cho Jae-Won ຈາກມະຫາວິທະຍາໄລ Ulsan National Institute of Science and Technology ຂອງເກົາຫຼີໃຕ້ ເກີດແນວຄິດສ້າງຫ້ອງນ້ຳທີ່ຈະປ່ຽນອາຈົມໃຫ້ກາຍເປັນພະລັງງານ.

ຫ້ອງປ່ຽນອາຈົມເປັນພະລັງງານນີ້ມັນມີຊື່ວ່າ Beevi Toilet ເປັນແນວຄິດຂອງສາສະດາຈານ Cho ໂດຍຊື່ເອີ້ນດັ່ງກ່າວເປັນການປະສົມຄໍາລະຫວ່າງ Bee ແລະ Vision ທີ່ອາຈານ Cho ໃຫ້ຄວາມໝາຍວ່າເປັນການຄິດນອກກອບ ແລະ ເຮັດໃຫ້ເຫັນວ່າອາຈົມຂອງເຮົາມີຄ່າກວ່າທີ່ຄິດ.

ໂດຍກົນໄກການເຮັດວຽກຂອງຫ້ອງນ້ຳນີ້ກໍຄືເມື່ອເວລາເຮົາປ່ອຍອາຈົມລົງໄປໃນຊັກໂຄກ ແມ່ນຈະມີລະບົບປໍ້າສູນຍາກາດທີ່ຈະສົ່ງອາຈົມໄປຍັງຖັງໃນໃຕ້ດິນ ແລະ ອາຈົມທີ່ໄດ້ມາກໍຈະນໍາມາປ່ຽນເປັນພະລັງງານເພື່ອໃຊ້ໃນອາຄານຂອງມະຫາວິທະຍາໄລ ເຊິ່ງບາງສ່ວນກໍສາມາດນໍາໄປເຮັດປຸ໋ຍອີກດ້ວຍ. ທັງນີ້ ກົນໄກເຮັດວຽກທີ່ກ່າວມາແມ່ນບໍ່ມີການໃຊ້ນ້ຳແຕ່ຢ່າງໃດ ແລະ ຍັງສາມາດປະຢັດນໍ້າໄດ້ອີກພ້ອມ.

ນອກຈາກນີ້ ສາສະດາຈານ Cho ຍັງຄິດໄອເດຍຜະລິດຫຼຽນຄຣິບໂຕທີ່ມີຊື່ວ່າ ggool ຂຶ້ນມາ (ແປວ່າ “ນ້ຳເຜິ້ງ” ໃນພາສາເກົາຫຼີ) ເພື່ອໄວ້ແຈກໃຫ້ຄົນທີ່ມາໃຊ້ຫ້ອງນ້ຳແຫ່ງນີ້.

ໂດຍຂັ້ນຕອນໃນການຮັບຫຼຽນຄຣິບໂຕດັ່ງກ່າວມີຄື ຖ້າວ່າໃຜທີ່ມາໃຊ້ຫ້ອງນ້ຳແມ່ນສາມາດສະແກນ QR Code ທີ່ຕິດໄວ້ຂ້າງຝາຫ້ອງນ້ຳ ເພື່ອຮັບຫຼຽນ 10 ggool ໄປໃຊ້ໄດ້ ແຕ່ວ່າມີກໍານົດໃຫ້ມື້ລະ 1 ຄັ້ງເທົ່ານັ້ນ ແລະ ຫຼຽນທີ່ໄດ້ມານີ້ແມ່ນສາມາດນໍາໄປຊື້ເຄື່ອງໃນມະຫາວິທະຍາໄລໄດ້ແບບແທ້ຈິງ ໂດຍຊື້ໄດ້ຕັ້ງແຕ່ກາເຟ, ໝີ່, ໝາກໄມ້ ແລະ ປຶ້ມ ເປັນຕົ້ນ.

ຟັງເບິ່ງແລ້ວແນວຄິດຂອງສາສະດາຈານ Cho ແມ່ນແນວຄິດທີ່ດີອີກຢ່າງໜຶ່ງເລີຍກໍວ່າໄດ້ ນອກຈາກຈະປ່ຽນຂອງເສຍມາເປັນພະລັງງານແລ້ວ ຍັງສາມາດຊ່ວຍຮັກສາສິ່ງແວດລ້ອມໄດ້ດ້ວຍ ຖ້າວ່າແນວຄິດນີ້ເປັນໄປໃນທິດທາງທີ່ດີ ບາງເທື່ອຫ້ອງນ້ຳໃນອະນາຄົດເຮົາອາດຈະເປັນແບບດຽວກັນກັບຂອງມະຫາໄລແຫ່ງນີ້ກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/