ສະມາຄົມບານເຕະຈີນ ສັ່ງແບນນັກເຕະຊາວບຣາຊິລ ເປັນເວລາ 1 ປີ ຂໍ້ຫາຕັ້ງໃຈແລ່ນຕຳກຳມະການ

ບານເຕະຈີນ

ສະມາຄົມ ບານເຕະ ຈີນ ຫຼື Chinese Football Association (CFA) ສັ່ງລົງໂທດ ເອັນຣິເກ້ ດູຣາໂດ (Henrique Dourado) ນັກເຕະຊາວ ບຣາຊິລຂອງທີມ ເຫີໜານ ຫຼົງເໝິນ ໃນຂໍ້ຫາຕັ້ງໃຈແລ່ນໄປຕຳກຳມະການຢ່າງແຮງ ໃນເກມທີ່ພົບກັບ ອູຮັ້ນ ເອັຟຊີ ໃນວັນທີ 21 ສິງຫາ ທີ່ຜ່ານມາ ເຊິ່ງຈາກຈັງຫວະນັ້ນລາວຖືກໃບແດງໄລ່ອອກຈາກສະໜາມ.

ບານເຕະ

ເຫດການດັ່ງກ່າວເກີດຂຶ້ນໃນນາທີ 16 ຂອງເກມ ເຊິ່ງເປັນຈັງຫວະທີ່ເກມກຳລັງດຳເນີນໄປຕາມປົກກະຕິ ແຕ່ວ່າ ເອັນຣິເກ້ ດູຣາໂດ ໄດ້ແລ່ນຢ່າງໄວຈາກທາງດ້ານຫຼັງຂອງກຳມະການ ແລະ ໄດ້ແລ່ນເຂົ້າໄປຕຳເອົາກຳມະການແບບເຕັມໆ .

ບານເຕະ

ຈາກການກວດສອບ ສະມາຄົມບານເຕະຈີນ ເຫັນວ່າ ນັກເຕະບຣາຊິລ ຄົນນີ້ຕັ້ງໃຈທຳຮ້າຍກຳມະການ ຈຶ່ງໄດ້ສັ່ງລົງໂທດ ໂດຍການແບນນັກເຕະດັ່ງກ່າວ ເປັນເວລາ 1 ປີ ພ້ອມກັບປັບໃໝເງິນອີກ 30,000 ໂດລາ.

ສະມາຄົມບານເຕະຈີນ ລະບຸໃນຖະແຫຼງການວ່າ: “ຈາກເຫດການນີ້ຫວັງວ່າທຸກຝ່າຍຈະລະມັດລະວັງ ແລະ ຊ່ວຍກັນເຮັດໃຫ້ຊື່ສຽງຂອງການແຂ່ງຂັນມີການພັດທະນາຂຶ້ນ”

ສຳລັບ ເອັນຣິເກ້ ດູຣາໂດ ແມ່ນເຄີຍເປັນນັກເຕະຂອງ ຟາເມັງໂກ້ ທີມດັງໃນລີກ ບຣາຊິລ ກ່ອນຈະຍ້າຍມາ ເຫີໜານ. ສ່ວນຜົນງານ ໃນປີນີ້ ເອັນຣິເກ້ ແມ່ນລົງສະໜາມໄປແລ້ວ 15 ນັດ ແລະ ຍິງໄປແລ້ວ 5 ປະຕູ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ