ຕະຫຼາດ NFT ຕົກຢູ່ໃນສະພາວະຂາລົງຢ່າງໜັກ ໂດຍໃນເດືອນສິງຫາ ທີ່ຜ່ານມາ ປະລິມານການຊື້ຂາຍເຫຼືອພຽງແຕ່ 370 ລ້ານໂດລາ

NFT

ທ່າມກາງສະຖານະການຂາລົງຂອງຕະຫຼາດ Cryptocurrency ເອີ້ນໄດ້ວ່າມັນສົ່ງຜົນຕໍ່ ຕະຫຼາດ NFT ໂດຍກົງ ເພາະນັບຕັ້ງແຕ່ ປີ 2022 ເຊິ່ງເປັນຕະຫຼາດຂາລົງຂອງ Cryptocurrency ນັ້ນ ປະລິມານການຊື້ຂາຍ NFT ກໍມີທ່າອ່ຽງລົດລົງເລື້ອຍໆ ແລະ ຫຼ້າສຸດລົດລົງຈາກ 675.43 ລ້ານໂດລາ ໃນເດືອນກໍລະກົດ ເຫຼືອພຽງ 370.91 ລ້ານໂດລາ ໃນເດືອນສິງຫານີ້ ເຊິ່ງຖ້າຄິດເປັນເປີເຊັນແມ່ນຖືໄດ້ວ່າລົດລົງເຖິງ 45%.

ໂດຍຫຼາຍຝ່າຍເບິ່ງວ່າ ປະລິມານການຊື້ຂາຍໃນຕະຫຼາດ NFT ທີ່ລົດລົງນີ້ ສອດຄ່ອງກັບຕະຫຼາດ Cryptocurrency ທີ່ຢູ່ໃນຕະຫຼາດຂາລົງ ໂດຍນັບຕັ້ງແຕ່ຕົ້ນປີ 2022 ລາຄາຂອງ Bitcoin ໄດ້ປັບຕົວລົງມາຢູ່ທີ່ປະມານ 20,000 ໂດລາ ຈາກທີ່ເຮັດລະດັບສູງສຸດຢູ່ທີ່ 64,000 ໂດລາ ໃນປີ 2021 ແລະ Ethereum ທີ່ຊື້ຂາຍກັນຕໍ່າກວ່າລະດັບ 1,500 ໂດລາ ຈາກທີ່ເຄິຍຊື້ຂາຍກັນສູງສຸດຢູ່ທີ່ປະມານ 4,891 ໂດລາ.

NFT

ເຊິ່ງແພລັດຟອມຊື້ຂາຍແລກປ່ຽນ NFT ທຸກໆແພລັດຟອມ ແມ່ນໄດ້ຮັບຜົນກະທົບຢ່າງໜັກ ໂດຍສະເພາະ OpenSea ແພລັດຟອມຊື້ຂາຍ NFT ໃຫຍ່ທີ່ສຸດໃນຕະຫຼາດ ເຊິ່ງສ່ວນແບ່ງໃນຕະຫຼາດ ສູງເຖິງ 82% ທີ່ຫຼ້າສຸດມີຕົວເລກອອກມາວ່າ ໃນໄລຍະ 3 ເດືອນ ນັບແຕ່ເດືອນພຶດສະພາ ມາຮອດປັດຈຸບັນ ມູນຄ່າຂອງການເຮັດທຸລະກຳ ລົດລົງເຖິງ 99% ຈາກໃນວັນທີ 1 ພຶດສະພາ ມີມູນຄ່າທຸລະກຳຢູ່ທີ່ 405.75 ລ້ານໂດລາ ເຫຼືອພຽງ 5 ລ້ານໂດລາ ໃນວັນທີ 28 ສິງຫາ.

NFT

ຂະນະທີ່ LooksRare ແພລັດຟອມຊື້ຂາຍ NFT ອັນດັບ 2 ຂອງຕະຫຼາດ ກໍມີມູນຄ່າການຊື້ຂາຍລົດລົງກາຍເຄິ່ງ ພາຍໃນ ສອງເດືອນ ເພາະລົດລົງຈາກ 30.55 ລ້ານໂດລາ ໃນເດືອນ ກໍລະກົດ ເຫຼືອພຽງ 13.51 ລ້ານໂດລາ ໃນເດືອນ ສິງຫາ ຄິດເປັນ 56%.

NFT

ຢ່າງໃດກໍຕາມ ນອກຈາກຜົນກະທົບຈາກຕະຫຼາດຂາລົງ Cryptocurrency ແລ້ວ ອີກໜຶ່ງເຫດຜົນທີ່ ຫຼາຍບໍລິສັດ ວິເຄາະ Blockchain ເຫັນກົງກັນວ່າ ມັນສົ່ງຜົນຕໍ່ຕະຫຼາດ NFT ກໍຄື ອາຊະຍາກຳທາງໄຊເບີທີ່ເພີ່ມຂຶ້ນ ໂດຍນັບແຕ່ເດືອນ ກໍລະກົດ ປີ 2021 ຫາ ເດືອນ ກໍລະກົດ 2022 ມີ NFT ຖືກລັກໄປແລ້ວມູນຫຼາຍຄ່າກວ່າ 100 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ