ໃນວັນທີ 11 ເມສາ 2023 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຄິວບາ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະຜ່ານວິດີໂອທາງໄກ ກັບ ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ ແລະ ສະແດງຄວາມຊົມເຊີຍ ຕໍ່ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກຄອມມູນິດຄິວບາ ຄົນໃໝ່, ພ້ອມທັງແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ; ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ປະຊາຊົນຄິວບາອ້າຍນ້ອງ ພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນ ຂອງພັກຄອມມູນິດຄິວບາ ຍາດມາໄດ້ຕະຫຼອດໄລຍະ 60 ກວ່າປີຜ່ານມາ ໂດຍສະເພາະແມ່ນຜົນສຳເລັດທີ່ມີຄວາມໝາຍຄວາມສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ໃນທ່າມກາງການຖືກປິດລ້ອມ ທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ເປັນເວລາຫົກທົດສະວັດ; ຕີລາຄາສູງຕໍ່ຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ລາວ-ຄິວບາ ກໍຄື ສອງຄະນະພົວພັນຕ່າງປະເທດສູນກາງພັກ ເຊິ່ງໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ນັບ ແໜ້ນແຟ້ນຍິ່ງໆຂຶ້ນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດປະຕິວັດ ຢູ່ສອງປະເທດລາວ ແລະ ຄິວບາ ກໍຄື ພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ ໄດ້ແຈ້ງໃຫ້ຊາບສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກຄອມມູນິດຄິວບາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງ ສປປ ລາວ ທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກ ປປ ລາວ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ; ບົດ ບາດ ແລະ ອິດທິພົນ ຂອງ ພັກ ແລະ ລັດຖະບານ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງສະແດງຄວາມຂອບໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນການປະຕິວັດຄິວບາ ຕະຫຼອດໄລຍະຜ່ານມາ.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າ ພ້ອມທັງໄດ້ແລກປ່ຽນທັດສະນະ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈ.
ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/