ລາວ-ຄິວບາ ເສີມສ້າງສາຍພົວພັນ ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ


ໃນວັນທີ 11 ເມສາ 2023 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ, ຫົວໜ້າຄະນະພົວພັນຕ່າງປະເທດ​ສູນ​ກາງ​ພັກ​ຄອມ​ມູນິດ​ຄິວ​ບາ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບ​ປະ​ຜ່ານວິ​ດີໂອທາງໄກ​ ກັບ ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ​ ແລະ ສະແດງຄວາມຊົມເຊີຍ ຕໍ່ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກຄອມມູນິດຄິວບາ ຄົນໃໝ່, ພ້ອມທັງແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ;​ ຊົມ​ເຊີຍ ແລະ ຕີລາຄາສູງ​ຕໍ່​​ຜົນສຳ​ເລັດ​ອັນໃຫຍ່ຫຼວງທີ່ປະຊາຊົນຄິວ​ບາອ້າຍນ້ອງ ​ພາຍໃຕ້ການນໍາພາ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ ຂອງພັກຄອມມູນິດຄິວບາ ຍາດມາໄດ້ຕະຫຼອດໄລຍະ 60 ກວ່າປີຜ່ານມາ ໂດຍສະເພາະແມ່ນຜົນ​ສຳ​ເລັດ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​​ ແລະ ປົກ​ປັກ​ຮັກສາໝາກຜົນ​​ຂອງການ​ປະຕິວັດ ໃນທ່າມກາງການຖືກປິດລ້ອມ ທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ເປັນເວລາຫົກທົດສະວັດ; ຕີ​ລາຄາ​ສູງ​ຕໍ່ຄວາມ​ສາ​ມັກ​ຄີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່​ເປັນ​ມູນ​ເຊື້ອອັນດີງາມມາແຕ່ດົນນານ ລະ​ຫວ່າງ ລາວ-ຄິວ​ບາ ກໍຄື ສອງຄະນະພົວພັນຕ່າງປະເທດສູນກາງພັກ ເຊິ່ງໄດ້ຮັບການເສີມຂະຫຍາຍ​ໃຫ້ນັບ​ມື້​ນັບ ແໜ້ນ​ແຟ້ນຍິ່ງໆຂຶ້ນ, ປະກອບສ່ວນສຳ​ຄັນເຂົ້າໃນພາລະກິດປະ​ຕິ​ວັດ ​ຢູ່​ສອງ​ປະ​ເທດລາວ ແລ​ະ ຄິວບາ ກໍ​ຄື​ ພາ​ລະ​ກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ​ ໄດ້ແຈ້ງໃຫ້ຊາບສະພາບ​ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກຄອມ​ມູ​ນິດ​ຄິວ​ບາ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ ແລະ ຕີ​ລາຄາ​ສູງ​ຕໍ່ບັນດາຜົນສຳ​ເລັດ​ຂອງ ສປປ ລາວ ທີ່​ຍາດ​ມາ​ໄດ້ ໃນ​ພາລະກິດປົກປັກຮັກສາ ແລະ ​ສ້າງສາ​ພັດທະນາ​ປະ​ເທ​ດຊາດ ພາຍ​ໃຕ້​ການ​ນຳພາ​ອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກ ປປ ລາວ, ອັນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ; ບົ​ດ ບາດ ແລະ ​​ອິດ​ທິພົນ ຂອງ ພັກ ແລະ ລັດຖະບານ ສປປ ລາວ​ ນັບ​ມື້​ສູງ​ເ​​ດັ່ນຂຶ້ນ​ໃນ​ເວ​ທີພາກ​ພື້ນ ແລະ ​ສາກົ​ນ. ພ້ອມ​ທັງສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວອ້າຍ​ນ້ອງທີ່​ໃຫ້ການຊ່ວຍ​ເຫຼືອ​ ແລະ ​ສະໜັບສະໜູນ​ການ​ປະຕິວັດ​ຄິວ​ບາ ຕະຫຼອດ​ໄລຍະ​ຜ່ານ​ມາ.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າ ພ້ອມທັງໄດ້ແລກປ່ຽນ​ທັດ​ສະ​ນະ ​ກ່ຽວ​ກັບ​ບັນຫາພາກ​ພື້ນ ​ແລະ ​ສາກົນ ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

ຂໍ້ມູນຈາກ:

https://bit.ly/3mwjWij

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/