10 ໝາກໄມ້ຄາຍຮ້ອນທີ່ຈະເຮັດໃຫ້ທ່ານສົດຊື່ນຕະຫຼອດມື້


10 ໝາກໄມ້ຄາຍຮ້ອນທີ່ຈະຊ່ວຍໃຫ້ຮ່າງກາຍຂອງເຮົາບໍ່ຂາດນໍ້າ ເເຖມຍັງມີປະໂຫຍດຫຼາຍຢ່າງຕໍ່ຮ່າງກາຍ ທີ່ຈະຊ່ວຍໃຫ້ທ່ານສົດຊື່ນ ເເລະ ຍັງມີສຸຂະພາບທີ່ດີອີກດ້ວຍ.

  1. ໝາກໂມ

ໝາກໄມ້ລະດູຮ້ອນກໍຕ້ອງຍົກໃຫ້ໝາກໂມເລີຍ, ໝາກໂມອຸດົມໄປດ້ວຍວິຕາມິນຊີ, ວິຕາມິນເອ, ວິຕາມິນບີ, ໂພແທດຊຽມ, ສັງກະສີ, ທອງແດງ ແລະ ແຮ່ທາດອື່ນໆໝາກໂມຍັງມີນ້ຳເປັນຈຳນວນຫຼາຍ ຈະເອົາໄປປັ່ນ ຫຼື ກິນເເບບປົກກະຕິກໍຊ່ວຍໃຫ້ຄາຍຮ້ອນໄດ້ດີ.

  1. ສະຕໍເບີຣີ

ສະຕໍເບີຣີ’ ຍັງເປັນໜຶ່ງໃນຫມາກໄມ້ທີ່ເຕັມໄປດ້ວຍນໍ້າ. ການຄົ້ນຄວ້າໄດ້ເປີດເຜີຍວ່າ ການກິນສະຕໍເບີຣີເປັນປະຈຳຈະຊ່ວຍລົດການອັກເສບ, ປ້ອງກັນພະຍາດຫົວໃຈ, ເບົາຫວານ, ຄວາມຈຳເສື່ອມ ແລະ ມະເຮັງຫຼາຍຊະນິດ ມັນຍັງອຸດົມໄປດ້ວຍວິຕາມິນ C ເເລະ ສານຕ້ານອະນຸມູນອິດສະລະ, ໄຟເບີ ແຕ່ແຄລໍຣີຕໍ່າ.

  1. ແຄນຕາລຸບ

ແຄນຕາລຸບ ໜຶ່ງຖ້ວຍ (177 ກຣາມ) ປະກອບໄປດ້ວຍນ້ຳປະມານ 90% ຊ່ວຍໃຫ້ຮ່າງກາຍສົດຊື່ນ ພ້ອມຍັງລົດຜ່ອນຄວາມຢາກອາຫານ. ນອກຈາກນີ້ຍັງອຸດົມໄປດ້ວຍວິຕາມິນ C, fiber ແລະ ວິຕາມິນ A, ເຊິ່ງຊ່ວຍເພີ່ມພູມຕ້ານທານໂດຍປ້ອງກັນການຕິດເຊື້ອ ແລະ ບຳລຸງສາຍຕາ.

  1. Peach

Peach ເປັນໝາກໄມ້ທີ່ອຸດົມໄປດ້ວຍສານອາຫານທີ່ໃຫ້ຄວາມຊຸ່ມຊື່ນແກ່ຜິວໜັງ, ລວມທັງນໍ້າ, ວິຕາມິນເອ, ວິຕາມິນຊີ, ວິຕາມິນບີ ແລະ ໂພແທດຊຽມ. ນອກຈາກນີ້ມັນຍັງເປັນແຫຼ່ງທີ່ດີຂອງໂພແທດຊຽມ ແລະ phosphorus ອີກດ້ວຍ.

  1. ໝາກກ້ຽງ

ໝາກກ້ຽງມີວິຕາມິນຊີ ແລະ ໂພແທດຊຽມທີ່ຊ່ວຍເພີ່ມການເຮັດວຽກຂອງພູມຕ້ານທານ, ບຳລຸງຫົວໃຈໃຫ້ແຂງແຮງ, ເເລ້ວປະກອບໄປດ້ວຍນໍ້າ ແລະ fiber ທີ່ຊ່ວຍລົດຜ່ອນຄວາມຢາກອາຫານ ເຮັດໃຫ້ທ່ານຮູ້ສຶກອີ່ມ. ຈາກການສຶກສາພົບວ່າ ການບໍລິໂພກໝາກໄມ້ຣົດສົ້ມເປັນປະຈຳເຊັ່ນ: ໝາກກ້ຽງ ສາມາດຊ່ວຍປ້ອງກັນພະຍາດໜິ້ວໃນໄຂ່ຫຼັງໄດ້ ເນື່ອງຈາກອາຊິດ citric ສາມາດດັກຈັບ Calcium oxalate ທີ່ກໍ່ຕົວຂຶ້ນເປັນຫີນ ແລະ ຂັບອອກຈາກຮ່າງກາຍ.

  1. ໝາກພ້າວ

ອາກາດຮ້ອນໆແບບນີ້ ບໍ່ມີຫຍັງດີໄປເທົ່າການດື່ມນ້ຳໝາກພ້າວເຢັນໆອີກເເລ້ວ ນອກຈາກຈະເປັນເຄື່ອງດື່ມທີ່ດີຕໍ່ສຸຂະພາບ ເຮັດ​ໃຫ້​ທ່ານ​ບໍ່ຂາດນ້ຳ ແລະ ຍັງອຸດົມສົມບູນໄປດ້ວຍ electrolytes ໂພແທດຊຽມ, ໂຊດຽມ ແລະ chloride ອີກດ້ວຍ, ຈາກການສຶກສາພົບວ່າ ນໍ້າໝາກພ້າວອາດຈະເປັນປະໂຫຍດການທົດເເທນນ້ຳທີ່ເສຍໄປ ແລະ ເຮັດໃຫ້ຮ່າງກາຍສົດຊື່ນ ເໝາະສຳລັບດື່ມຫຼັງອອກກຳລັງກາຍ.

  1. ແອັບເປິ້ນ

ໝາກໄມ້ທີ່ຫຼາຍຄົນມັກນີ້ປະກອບໄປດ້ວຍນ້ຳ 85% ແລະ ເປັນແຫຼ່ງວິຕາມິນຕ່າງໆ, fiber ແລະ ສານຕ້ານອະນຸມູນອິດສະຫຼະທີ່ສໍາຄັນເເຖມມີແຄລໍຣີຕໍ່າອີກດ້ວຍ.

  1. ບລູເບີຣີ

ບລູເບີຣີເຕັມໄປດ້ວຍ Fiber, ວິຕາມິນ ແລະ ແຮ່ທາດ ,ຕົວຂອງມັນປະກອບໄດ້ດ້ວຍນ້ຳ 84% ບໍ່ພຽງແຕ່ເທົ່ານັ້ນ, ມັນຍັງມີສານຕ້ານອະນຸມູນອິສະລະ ເຊິ່ງມີຄຸນສົມບັດຊ່ວຍປົກປ້ອງເຊລຈາກການຖືກທຳລາຍ.

  1. ໝາກນັດ

ໝາກນັດມີຄຸນຄ່າທາງໂພຊະນາການ ລວມທັງວິຕາມິນ C, ວິຕາມິນບີ, ແມກນີຊຽມ, ໂພແທດຊຽມ ແລະ manganese, ເຊິ່ງມີລິດຕ້ານການອັກເສບ, ຊ່ວຍປ້ອງກັນ sinusitis ແລະ osteoarthritis.

  1. Melon

Melon ມີຣົດຫວານ ເເລະ ເປັນແຫຼ່ງຂອງໂພແທດຊຽມ, ວິຕາມິນ C, ໂຟເລດ, ແມກນີຊຽມ, ແລະ ວິຕາມິນ K. ໃນຕົວມັນຍັງມີນໍ້າຫຼາຍ ຄືກັນກັບໝາກໂມທີ່ເຮົາມັກກິນນັ້ນເອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/