ທ່ານ ກົງແກ້ວ ມີວໍລະຈັກ ສສຊ ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ປະກອບຄຳເຫັນ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ສະເໜີໃຫ້ທາງລັດຖະບານແກ້ໄຂບັນຫາຄູອາສາທີ່ຍັງບໍ່ໄດ້ເຂົ້າເປັນລັດຖະກອນ ເນື່ອງຈາກວ່າຍັງມີຫຼາຍພະນັກງານທີ່ຍັງຄົງຄ້າງໂຄຕ້າມີບໍ່ຫຼາຍ ຈຳນວນພະນັກງານຄູອາສາເປັນມາຫຼາຍປີ ແຕ່ຍັງບໍ່ໄດ້ເປັນລັດຖະກອນ, ສະນັ້ນ ທາງ ສສຊ ແຂວງສະຫວັນນະເຂດ ຈຶ່ງສະເໜີມາຍັງສະພາເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ມີປະສິດທິພາບ.

ຜ່ານມາຍັງມີຄູ-ອາຈານ ຫຼາຍຄົນ, ເຂດ ແລະ ຫຼາຍເມືອງ ທີ່ໄດ້ໄປສອນແລ້ວແຕ່ຍັງບໍ່ທັນໄດ້ຮັບເຂົ້າເປັນລັດຖະກອນ ຜ່ານການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຊາຊົນກໍໄດ້ສະເໜີແລ້ວສະເໜີອີກໃນປີຜ່ານມາ. ປັດຈຸບັນ ມີພະນັກງານຄູ-ອາຈານ ກະສຽນ ຫຼື ບໍານານ ມີຈຳນວນຫຼາຍ ແຕ່ໂຄຕ້າຮັບລັດຖະກອນເຂົ້າໃໝ່ຍັງມີໜ້ອຍ, ຄິດວ່າໃນອະນາຄົດ ອາດຈະເຮັດໃຫ້ຂາດແຄນຄູສອນ.

ໂດຍສະເພາະຄູອາສາ ທີ່ໄດ້ສອນຫ້ອງຄວບ ອັນນີ້ກໍແມ່ນມີຄວາມຫຍຸ້ງຍາກຫຼາຍ ບາງຄົນກໍມີແນວຄິດລໍຄອຍ ແລະ ຄອງຄອຍຖ້າມາຫຼາຍປີ ແຕ່ຍັງບໍ່ໄດ້ຮັບຕົວເລກ ຫຼື ໂຄຕ້າ ການເຂົ້າເປັນພະນັກງານລັດຖະກອນ ເຊິ່ງເຮັດໃຫ້ພະນັກງານຄູອາສາຄິດຖອດໃຈ ແລະ ໝົດກຳລັງໃຈ ແລ້ວກໍໄດ້ຂໍລາອອກຈາກການເປັນຄູອາສາເປັນຈຳນວນຫຼາຍ. ສະນັ້ນ ຈຶ່ງສະເໜີຜ່ານກອງປະຊຸມນີ້ ແລະ ພາກສ່ວນທີ່ກ່ຽວຂ້ອງນຳເອົາບັນຫານີ້ ໄປຄົ້ນຄວ້າຊ່ວຍຕື່ມ.

ຂອບໃຈຂໍ້ມູນຈາກ: https://bit.ly/3UDPv4E
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/