ຈາກການປະກວດຮອບ Preliminary ຂອງເວທີ Miss Universe 2022 ໃນວັນທີ 12 ມັງກອນ ທີ່ຜ່ານມາ ນອກຈາກຄວາມງາມ ແລະ ຄວາມສາມາດຂອງຜູ້ເຂົ້າປະກວດແລ້ວ ອີກໜຶ່ງ highlight ທີ່ບໍ່ເວົ້າບໍ່ໄດ້ເລີຍ ນັ້ນຄື ຊຸດຣາຕີ ຂອງ ແອນນາ ເສືອງາມອ່ຽມ Miss Universe Thailand 2022 ທີ່ເປັນການນຳເອົາຝາກະປ໋ອງອະລູມີນຽມມາຕັດເປັນຊຸດຣາຕີແສນສວຍງາມ. ພ້ອມນັ້ນຊຸດດັ່ງກ່າວຍັງສະທ້ອນໃຫ້ເຫັນການຮຽກຮ້ອງໃຫ້ຄົນໃສ່ໃຈສິ່ງແວດລ້ອມຫຼາຍຂຶ້ນ ໂດຍການນຳເອົາຂີ້ເຫຍື້ອມາຄັດແຍກ ແລະ ຣີໄຊເຄິລອີກພ້ອມ.


ໂດຍໄອເດຍຊຸດຣາຕີຂອງແອນນາແມ່ນມີຄວາມເປັນມາ ເພາະເຈົ້າຕົວແມ່ນເຮັດວຽກຮ່ວມກັບທາງການ ກທມ (ນະຄອນກຸງເທບມະຫານະຄອນ) ຮຽກຮ້ອງໃຫ້ຄົນແຍກຂີ້ເຫຍື້ອ ແລະໃຫ້ໜ່ວຍງານລັດຖະບານ ແລະ ເອກະຊົນຮ່ວມມືກັນມາໂດຍຕະຫຼອດ. ດັ່ງນັ້ນຊຸດຣາຕີຂອງແອນນາຈຶ່ງເຮັດມາຈາກຝາກະປ໋ອງອະລູມີນຽມ ເຊິ່ງສື່ເຖິງການອັບໄຊເຄິລ (Upcycle) ຫຼື ກໍຄືການເອົາຂີ້ເຫຍື້ອ-ວັດສະດຸທີ່ບໍ່ໄດ້ໃຊ້ແລ້ວມາຜະລິດໃຫ້ເປັນຂອງໃຊ້ທີ່ມີມູນຄ່າ ແລະ ໃຊ້ປະໂຫຍດໄດ້.

ເອີ້ນໄດ້ວ່າເປັນໄອເດຍທີ່ດີບໍ່ໜ້ອຍເລີຍ ທັງງາມ ແລະ ໃສ່ໃຈສິ່ງແວດລ້ອມ.
ທີ່ມາ: https://bit.ly/3X44rLw
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/