ຜູ້ປະທ້ວງຕັ້ງຂໍ້ສັງເກດ ລັດຖະບານອີຣ່ານອາດນຳໃຊ້ເທັກໂນໂລຢີຈື່ຈຳໃບໜ້າຈາກຈີນ ເພື່ອຈັບຕາເບິ່ງແມ່ຍິງທີ່ບໍ່ສວມໃສ່ຮິຢາບ

ຜູ້ປະທ້ວງຕັ້ງຂໍ້ສັງເກດ

ຖ້າມື້ໃດມື້ໜຶ່ງລັດຖະບານເຂົ້າມາແຊກແຊງຊີວິດປະຈຳວັນຂອງເຮົາ ດ້ວຍການນຳໃຊ້ເທັກໂນໂລຢີຈື່ຈຳໃບໜ້າ ເພື່ອຈັບຕາເບິ່ງທຸກໆການກະທຳຂອງເຮົາ ຈະຮູ້ສຶກແນວໃດດີ? ໂດຍການຕັ້ງຄຳຖາມດັ່ງກ່າວ ສືບເນື່ອງມາຈາກຜູ້ປະທ້ວງຫຼາຍຄົນໃນອີຣ່ານຕັ້ງຂໍ້ສັງເກດວ່າ ທາງລັດຖະບານອາດຈະນຳເທັກໂນໂລຢີດັ່ງກ່າວມາໃຊ້ເພື່ອຈັບຕາເບິ່ງການປະທ້ວງຕໍ່ຕ້ານລັດຖະບານ.

ການທີ່ຫຼາຍຄົນຕັ້ງຂໍ້ສັງເກດແບບນີ້ກໍຍ້ອນວ່າ ມີຜູ້ປະທ້ວງຫຼາຍຄົນທີ່ບໍ່ໄດ້ຖືກຈັບກຸມເທິງຖະໜົນທີ່ພວກເຂົາໄປປະທ້ວງ ແຕ່ພວກເຂົາຖືກຈັບກຸມຢູ່ເຮືອນຫຼັງຈາກການປະທ້ວງ 1-2 ມື້.

ຜູ້ປະທ້ວງຕັ້ງຂໍ້ສັງເກດ

ຊາປາຣັກ ຊາຈາຣິຊາເດ (Shaparak Shajarizadeh) ນັກກິດຈະກໍາຊາວອີຣ່ານໄດ້ຕັ້ງຂໍ້ສັງເກດວ່າ ອີຣ່ານອາດຈະໃຊ້ເທັກໂນໂລຢີນີ້ເປັນໄລຍະປີປາຍແລ້ວ ຫຼັງຈາກຝ່າຍນິຕິບັນຍັດຂອງອີຣ່ານສະເໜີລະບົບດັ່ງກ່າວ. ນອກຈາກນີ້ ໃນເດືອນກັນຍາ 2022 ທີ່ຜ່ານມາ ທາງໜ່ວຍງານຂອງລັດທີ່ມີໜ້າທີ່ບັງຄັບໃຊ້ກົດໝາຍ ຍັງກ່າວອີກວ່າ ຈະໃຊ້ລະບົບຈື່ຈຳໃບໜ້າເພື່ອກວດຫາຄວາມບໍ່ເໝາະສົມ ແລະ ຄົນທີ່ບໍ່ປະຕິບັດຕາມກົດໝາຍຮິຢາບ.

ນອກນີ້ ມາຊາ ອາລີມາດານີ (Mahsa Alimardani) ນັກວິໄຈຈາກມະຫາວິທະຍາໄລ Oxford ທີ່ສຶກສາເລື່ອງເສລີພາບໃນອີຣ່ານຍັງເຊື່ອວ່າ ອີຣ່ານໄດ້ໃຊ້ເທັກໂນໂລຢີຈື່ຈຳໃນດ້ານໃບໜ້າດັ່ງກ່າວແລ້ວ ເພາະໃນໄລຍະຫຼາຍປີທີ່ຜ່ານມາ ອີຣ່ານໄດ້ສ້າງຖານຂໍ້ມູນຊີວະມະຕິ (Biometric database) ທີ່ເກັບອັດຕະລັກບຸກຄົນບໍ່ວ່າຈະເປັນລາຍນິ້ວມື, ຮູບຮ່າງ, ພຶດຕິກຳ ລວມໄປເຖິງການສະແກນໃບໜ້າດ້ວຍເຊັ່ນກັນ.

ຜູ້ປະທ້ວງຕັ້ງຂໍ້ສັງເກດ

ຂະນະດຽວກັນ ມີລາຍງານວ່າອີຣ່ານໄດ້ລົດຈຳນວນຈົນໄປເຖິງຍົກເລີກຕຳຫຼວດສິນທຳ ເຊິ່ງບາງຄົນອາດຈະເຂົ້າໃຈວ່ານີ້ອາດເປັນໄຊຊະນະຂອງຜູ້ປະທ້ວງ ແຕ່ແທ້ຈິງແລ້ວອີຣ່ານອາດຈະຫັນໄປໃຊ້ເທັກໂນໂລຢີດັ່ງກ່າວ ເພື່ອແກ້ໄຂຂໍ້ຈຳກັດບາງຢ່າງທີ່ຕຳຫຼວດບໍ່ສາມາດເຮັດໄດ້.

ຜູ້ປະທ້ວງຕັ້ງຂໍ້ສັງເກດ

ສຳລັບເທັກໂນໂລຢີຈື່ຈຳໃບໜ້າໄດ້ກາຍມາເປັນສິ່ງທີ່ລະບອບຜະເດັດການຈາກທົ່ວໂລກໃຫ້ຄວາມສົນໃຈ ເຊິ່ງເປັນໄປໄດ້ວ່າອີຣ່ານອາດຈະຊື້ເທັກໂນໂລຢີດັ່ງກ່າວຈາກບໍລິສັດ Tiandy ເຊິ່ງເປັນຜູ້ຜະລິດ ແລະ ເປັນຜູ້ນຳດ້ານເທັກໂນໂລຢີລະບົບກ້ອງວົງຈອນຂອງຈີນ ທີ່ຫາກໍຖືກສະຫະລັດອາເມຣິກາຂວ້ຳບາດໄປເມື່ອເດືອນທີ່ຜ່ານມາ ເພາະມີບົດບາດໃນກາດກົດຂີ່ຊາວມຸດສະລິມອຸຍກູ ແລະ ໃຊ້ເທັກໂນໂລຢີທີ່ພັດທະນາຂຶ້ນໃນສະຫະລັດ ໄປຂາຍໃຫ້ກັບກອງກຳລັງພິທັກການປະຕິວັດຂອງອີຣ່ານ.

ຢ່າງໃດກໍຕາມ ຜູ້ນຳອີຣ່ານຍັງໄດ້ກ່າວເຖິງບົດລົງໂທດຮູບແບບໃໝ່ສຳລັບຜູ້ທີ່ຝ່າຝືນກົດການສວມໃສ່ຮິຢາບ ແລະ ການແຕ່ງກາຍ ໂດຍພວກເຂົາເຊື່ອວ່າເທັກໂນໂລຢີໃໝ່ນີ້ຈະຊ່ວຍໃຫ້ປະຊາຊົນປະຕິບັດຕາມກົດໝາຍ ແລະ ອາດຈະຊ່ວຍໃຫ້ລົດການປະເຊີນໜ້າລະຫວ່າງຕຳຫຼວດກັບຜູ້ປະທ້ວງເຊັ່ນກັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/