ສວຍງາມໃສ່ໃຈສິ່ງແວດລ້ອມ! ນາງງາມ Miss Universe Thailand ສວມໃສ່ຊຸດຣາຕີທີ່ເຮັດມາຈາກຝາກະປ໋ອງອະລູມີນຽມ

ສວຍງາມໃສ່ໃຈສິ່ງແວດລ້ອມ!

ຈາກການປະກວດຮອບ Preliminary ຂອງເວທີ Miss Universe 2022 ໃນວັນທີ 12 ມັງກອນ ທີ່ຜ່ານມາ ນອກຈາກຄວາມງາມ ແລະ ຄວາມສາມາດຂອງຜູ້ເຂົ້າປະກວດແລ້ວ ອີກໜຶ່ງ highlight ທີ່ບໍ່ເວົ້າບໍ່ໄດ້ເລີຍ ນັ້ນຄື ຊຸດຣາຕີ ຂອງ ແອນນາ ເສືອງາມອ່ຽມ Miss Universe Thailand 2022 ທີ່ເປັນການນຳເອົາຝາກະປ໋ອງອະລູມີນຽມມາຕັດເປັນຊຸດຣາຕີແສນສວຍງາມ. ພ້ອມນັ້ນຊຸດດັ່ງກ່າວຍັງສະທ້ອນໃຫ້ເຫັນການຮຽກຮ້ອງໃຫ້ຄົນໃສ່ໃຈສິ່ງແວດລ້ອມຫຼາຍຂຶ້ນ ໂດຍການນຳເອົາຂີ້ເຫຍື້ອມາຄັດແຍກ ແລະ ຣີໄຊເຄິລອີກພ້ອມ.

ສວຍງາມໃສ່ໃຈສິ່ງແວດລ້ອມ!
ສວຍງາມໃສ່ໃຈສິ່ງແວດລ້ອມ!

ໂດຍໄອເດຍຊຸດຣາຕີຂອງແອນນາແມ່ນມີຄວາມເປັນມາ ເພາະເຈົ້າຕົວແມ່ນເຮັດວຽກຮ່ວມກັບທາງການ ກທມ (ນະຄອນກຸງເທບມະຫານະຄອນ) ຮຽກຮ້ອງໃຫ້ຄົນແຍກຂີ້ເຫຍື້ອ ແລະໃຫ້ໜ່ວຍງານລັດຖະບານ ແລະ ເອກະຊົນຮ່ວມມືກັນມາໂດຍຕະຫຼອດ. ດັ່ງນັ້ນຊຸດຣາຕີຂອງແອນນາຈຶ່ງເຮັດມາຈາກຝາກະປ໋ອງອະລູມີນຽມ ເຊິ່ງສື່ເຖິງການອັບໄຊເຄິລ (Upcycle)  ຫຼື ກໍຄືການເອົາຂີ້ເຫຍື້ອ-ວັດສະດຸທີ່ບໍ່ໄດ້ໃຊ້ແລ້ວມາຜະລິດໃຫ້ເປັນຂອງໃຊ້ທີ່ມີມູນຄ່າ ແລະ ໃຊ້ປະໂຫຍດໄດ້.

ສວຍງາມໃສ່ໃຈສິ່ງແວດລ້ອມ!

ເອີ້ນໄດ້ວ່າເປັນໄອເດຍທີ່ດີບໍ່ໜ້ອຍເລີຍ ທັງງາມ ແລະ ໃສ່ໃຈສິ່ງແວດລ້ອມ.

ທີ່ມາ: https://bit.ly/3X44rLw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/