ໃນລະຫວ່າງກອງປະຊຸມ ພາກອະພິປາຍແບບເປີດກ້ວາງ ຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຫຼື UNSC ທາງການ ສປປ ລາວ ໄດ້ຮຽກຮ້ອງໃຫ້ ທຸກຝ່າຍຢຶດໝັ້ນໃນ “ລັດທິຫຼາຍຝ່າຍ” ເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນ.

ໃນວັນທີ 24 ເມສາ ທີ່ນະຄອນນິວຢອກ ສະຫະລັດ ອາເມຣິກາ ໄດ້ມີການຈັດກອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ພາຍໃຕ້ຫົວຂໍ້ “ການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ: ຮັກສາລະບົບການພົວພັນຫຼາຍຝ່າຍທີ່ມີປະສິດຕິພາບ ໂດຍຜ່ານການປ້ອງກັນຫຼັກການໃນກົດບັດ ສປຊ”. ໃນໂອກາດດັ່ງກ່າວ, ທ່ານ ອະນຸພາບ ວົງນໍແກ້ວ ເອກອັກລະລັດຖະທູດ, ຜູ້ຕາງໜ້າສະມາຊິກຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການ ສປຊ ໄດ້ກ່າວຄໍາເຫັນ ໂດຍໄດ້ເນັ້ນເຖິງຄວາມສໍາຄັນຂອງການຮັກສາ ຂອບການຮ່ວມມືແບບຫຼາຍຝ່າຍ ເພື່ອເປັນກົນໄກແກ້ໄຂບັນດາສິ່ງທ້າທາຍຕ່າງໆ ທີ່ປະຊາຄົມໂລກພວມປະເຊີນຢູ່.
ໂດຍ ທ່ານອະນຸພາບ ວົງນໍແກ້ວ ລະບຸວ່າ: “ປັດຈຸບັນ ພວກເຮົາໄດ້ເດີນທາງມາຮອດຈຸດທີ່ສຳຄັນທີ່ສຸດ ເມື່ອປະຊາຄົມໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ, ໃນນັ້ນມີທັງການປະທະກັນດ້ວຍກຳລັງອາວຸດ, ຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ. ລັດທິຫຼາຍຝ່າຍທີ່ເຄີຍເປັນຫຼັກຂອງການຮ່ວມມືສາກົນໄດ້ຖືກທຳລາຍ, ໃນຂະນະທີ່ລັດທິຝ່າຍດຽວກຳລັງເພີ່ມຂຶ້ນ”.

“ພວກເຮົາຈະມາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອຊອກຫາວິທີແກ້ໄຂທີ່ເໝາະສົມທີ່ສຸດ ແລະ ດຳເນີນການຢ່າງຮີບດ່ວນເພື່ອແກ້ໄຂບັນຫາທີ່ພວກເຮົາປະເຊີນໜ້າຢູ່ໃນທຸກວັນນີ້. ເຊິ່ງສິ່ງເຫຼົ່ານີ້ຈະບໍ່ສາມາດເຮັດໄດ້ ຖ້າບໍ່ມີການຢຶດໝັ້ນຫຼັກການຂອງກົດບັດ ສປຊ ແລະ ຮັກສາລັດທິຫຼາຍຝ່າຍ”.
ທ່ານອະນຸພາບ ວົງນໍແກ້ວ ຍັງໄດ້ຮຽກຮ້ອງໃຫ້ ບັນດາປະເທດສະມາຊິກຕ້ອງເພີ່ມທະວີຄວາມສາມັກຄີ, ແກ້ໄຂຄວາມແຕກຕ່າງ, ຫຼີກເວັ້ນການປະທະກັນ ແລະ ຄວາມແຕກແຍກ. ໃນສະພາບການດັ່ງກ່າວ, ສະຫະປະຊາຊາດ, ພິເສດແມ່ນ UNSC ຕ້ອງປະຕິບັດໜ້າທີ່ຢ່າງມີປະສິດທິຜົນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ປະຊາຄົມໂລກຕ້ອງຊອກຫາມາດຕະການແກ້ໄຂທີ່ມີສັນຕິພາບ ແລະ ຍາວນານຕໍ່ການປະທະກັນ ແລະ ການຂັດແຍ້ງກັນທີ່ຍັງຄົງຄ້າງ.

ໂອກາດດຽວກັນ ຕາງໜ້າ ສປປ ລາວ ຍັງໄດ້ຢໍ້າຄືນຄວາມໝາຍໝັ້ນ ໃນການເຄົາລົບບັນດາຫຼັກການພື້ນຖານ ຂອງກົດບັດ ສປຊ ແລະ ກຽມພ້ອມທີ່ຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ ອົງການ ສປຊ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ໃນນາມປະເທດສະມາຊິກ ອາຊຽນ, ສປປ ລາວ ຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການບໍ່ເຜີຍແຜ່ອາວຸດນິວເຄຼຍ ແລະ ຄວາມຈໍາເປັນທີ່ຕ້ອງ ກັບຄືນສູ່ຂະບວນການແກ້ໄຂຂໍ້ຂັດແຍ້ງ ດ້ວຍສັນຕິວິທີ ລວມທັງ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການເຈລະຈາທາງການທູດເພື່ອສາມາດແກ້ໄຂບັນຫາສາກົນ.
ໂດຍການປະຊຸມສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນຄັ້ງນີ້ ເກີດຂຶ້ນທ່າມກາງການວິພາກວິຈານ ຈາກຝັ່ງຂອງຢູໂຣບພໍສົມຄວນ ເນື່ອງຈາກວ່າການປະຊຸມຄັ້ງນີ້ໄດ້ ມີ ເຊີເກ ຣາຟຣອຟ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດຂອງຣັດເຊຍ ນັ່ງເປັນປະທານໝູນວຽນ. ເນື່ອງຈາກ ຣັດເຊຍ ເປັນໜຶ່ງໃນ 5 ສະມາຊິກຖາວອນຂອງຄະນະມົນຕີ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮ່ວມກັບ ສະຫະລັດ ອາເມຣິກາ, ຝຣັ່ງ, ອັງກິດ ແລະ ຈີນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/