ສປປ ລາວ ສຶກສາຄວາມເປັນໄປໄດ້ໃນການຫັນປ່ຽນໄປໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ຄັ້ງທຳອິດໃນ ສປປ ລາວ

ສປປ-ລາວ-ສຶກສາຄວາມເປັນໄປໄດ້

ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ນັ້ນຖືເປັນອີກໜຶ່ງພະລັງງານສະອາດທີ່ຫຼາຍປະເທດກຳລັງໃຫ້ຄວາມສົນໃຈ ແລະ ສຸມໃສ່ການພັດທະນາ ເພື່ອລົດແຮງກົດດັນຕໍ່ສະພາບແວດລ້ອມ ພູມອາກາດ ໃນໂລກ ຈາກການຜະລິດພະລັງງານທີ່ໃຊ້ພະລັງງານຈາກຟອສຊິວແບບເກົ່າ.

ໃນຕອນເຊົ້າ ຂອງວັນທີ 27 ມີນາ 2023 ທີ່ຜ່ານມາ, ທີ່ຫ້ອງປະຊຸມຂອງໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຂຶ້ນ ເພື່ອສຶກສາຫາໂອກາດ ແລະ ຄວາມເປັນໄປໄດ້ ໃນການຫັນປ່ຽນພະລັງງານໃນ ສປປ ລາວ ໃຫ້ມານຳໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ.

ສປປ-ລາວ-ສຶກສາຄວາມເປັນໄປໄດ້

ທ່ານ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ ວ່າ: ໂອກາດຄວາມເປັນໄປໄດ້ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ ໃນດ້ານເທັກໂນໂລຢີແລ້ວ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ປັດຈຸບັນແມ່ນ ມີທ່າອ່ຽງເປັນທີ່ຍອມຮັບຂອງຕະຫຼາດ ແລະ ລາຄາສາມາດແຂ່ງຂັນໄດ້, ຄວາມຕ້ອງການພະລັງງານດັ່ງກ່າວໄດ້ມີທ່າອຽງຫຼາຍຂຶ້ນໂດຍສະເພາະ ຢູ່ບັນດາປະເທດເກົາຫຼີໃຕ້, ຍີ່ປຸ່ນ ແລະ ສປ ຈີນ, ສໍາລັບ ສປປ ລາວ ພວກເຮົາລັດຖະບານໄດ້ມີຍຸດທະສາດ ກ່ຽວກັບການສະໜອງພະລັງງານສະອາດໃຫ້ແກ່ຂະແໜງຄົມມະນາຄົມຂົນສົ່ງ ໂດຍສະເພາະພະລັງງານໄຣໂດຣເຈນ ພ້ອມດຽວກັນນັ້ນ, ລັດຖະບານກຳລັງຮ່າງຍຸດທະສາດ ກ່ຽວກັບ ພະລັງງານໄຮໂດຣເຈນ ແລະ ເອກະສານດ້ານນິຕິກຳທີ່ກ່ຽວຂ້ອງ ເພື່ອສົ່ງເສີມວຽກງານດັ່ງກ່າວໃຫ້ໄດ້ຮັບການປະຕິບັດຜົນເປັນຈິງເທື່ອລະກ້າວ.

ສປປ-ລາວ-ສຶກສາຄວາມເປັນໄປໄດ້

ທ່ານຍັງໃຫ້ຮູ້ຕື່ມວ່າ: ໂຄງການສຶກສານີ້ ເຫັນວ່າມີຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນ ສຳລັບພວກເຮົາໃນການກຳນົດຍຸດທະສາດກ່ຽວກັບພະລັງງານດັ່ງກ່າວໃນອະນາຄົດ ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນແມ່ນລະບົບການເກັບຮັກສາ, ຄວາມປອດໄພ, ການຜະລິດໄຟຟ້າ, ຂະແໜງຄົມມະນາຄົມຂົນສົ່ງທີ່ມີຕົ້ນທຶນຕໍ່າ, ຂະແໜງອຸດສາຫະກໍາບໍ່ແຮ່-ອຸດສາຫະກໍາໜັກ ແລະ ຂະແໜງກະສິກຳ ແລະ ຂະແໜງອື່ນໆ ເພື່ອປະກອບສ່ວນການໃນລົດຜ່ອນມົນລະພາວະຕາມນະໂຍບາຍການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວຕາມທິດຍືນຍົງ.

ສປປ-ລາວ-ສຶກສາຄວາມເປັນໄປໄດ້

ສປປ ລາວ ເປັນປະເທດທີ່ນໍາເຂົ້ານ້ຳມັນເຊື້ອໄຟ 100%, ໃນປີ 2021 ນໍາເຂົ້ານໍ້າມັນເຊື້ອໄຟປະມານ 1,4 ລ້ານລິດ ເຊິ່ງລວມເປັນມູນຄ່າປະມານ 803 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປຸຍເຄມີ ຈາກຕ່າງປະເທດ ໃນປີ 2022 ປະມານ 450 ລ້ານໂດລາສະຫະລັດ ເພີ່ມຂຶ້ນປະມານ 4 ເທື່ອທຽບໃສ່ປີ 2020 ເນື່ອງຈາກວ່າລາຄາຕົ້ນທຶນປຸຍເຄມີໄດ້ເພີ່ມຂື້ນ ຖ້າທຽບໃສ່ປີດຽວກັນ.

ພ້ອມດຽວກັນນັ້ນ, ສປປ ລາວ ກໍຍັງມີທ່າແຮງດ້ານພະລັງງານຫຼາຍດ້ານເປັນຕົ້ນ: ໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ, ພະລັງງານລົມ, ທີ່ສາມາດຫັນປ່ຽນມາເປັນພະລັງງານທາງເລືອກໃໝ່ ເພື່ອທົດແທນການນໍາໃຊ້ພະລັງງານຈາກຟອສຊິວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/