ວຽກມັນຫຼາຍຂໍໜີທ່ຽວໄດ້ບໍ່! ພົບຫຸ່ນຍົນດູດຝຸ່ນລັກໜີອອກຈາກໂຮງແຮມແຫ່ງໜຶ່ງໃນອັງກິດ


ການເຮັດວຽກງານທີ່ໜັກ, ໜ້າເບື່ອ, ເຮັດແຕ່ອັນເກົ່າໆ ທຸກມື້ ບາງເທື່ອອາດເຮັດໃຫ້ເຮົາຄິດວ່າຖ້າໜີອອກໄປໄດ້ກໍຄືຈະດີ… ເຊັ່ນດຽວກັນກັບເຫດການນີ້ ເມື່ອຫຸ່ນຍົນເຮັດຄວາມສະອາດອັດຕະໂນມັດໃນໂຮງແຮມແຫ່ງໜຶ່ງ ໄດ້ແລ່ນອອກໄປທາງນອກປະຕູແລະຫາຍໄປແບບເລິກລັບ ຈົນມີຫຼາຍຄົນເວົ້າວ່າ ມັນອາດຈະອອກໄປຫາອິດສະຫຼະກໍເປັນໄດ້.

ເຫດການນີ້ເກີດຂຶ້ນເມື່ອວັນທີ 20 ມັງກອນ ທີ່ Orchard Park ປະເທດອັງກິດ ໄດ້ມີຫຸ່ນຍົນດູດຝຸ່ນແລ່ນອອກຈາກປະຕູໂຮງແຮມແລະໄດ້ຫາຍໄປແບບບໍ່ມີໃຜເຫັນ ເຊິ່ງທາງພະນັກງານຂອງໂຮງແຮມເປັນຄົນໂພສເລື່ອງລາວຂອງຫຸ່ນຍົນຕົວນີ້ລົງໂຊຊຽວມີເດຍ ເພື່ອທີ່ຈະຫວັງວ່າຈະມີໃຜພົບເຫັນມັນແລະນຳມັນກັບມາສົ່ງທີ່ໂຮງແຮມ ຂະນະທີ່ຊາວໂຊຊຽວຕ່າງພາກັນຮືຮາ ແລະ ພາກັນຫວັງໃຫ້ຫຸ່ນຕົວນີ້ມີຄວາມສຸກກັບການອອກໜີທ່ຽວໃນຄັ້ງນີ້.

ນອກນີ້ ທາງພະນັກງານຂອງໂຮງແຮມຍັງກ່າວເພີ່ມອີກວ່າ ປົກກະຕິແລ້ວຫຸ່ນຍົນເຮັດຄວາມສະອາດຈະມີເຊັນເຊີ້ກວດຈັບທາງເຂົ້າຂອງໂຮງແຮມໄດ້ ເມື່ອພວກມັນເຂົ້າໃກ້ໂຮງແຮມ ມັນກໍຈະລ້ຽວກັບ ແຕ່ສຳລັບກໍລະນີຂອງຫຸ່ນຍົນຕົວນີ້ ມັນໄດ້ແລ່ນອອກໄປທາງນອກແທນ.

ເມື່ອເວລາຜ່ານໄປໄດ້ 15 ນາທີແລ້ວ ພະນັກງານໂຮງແຮມຈຶ່ງຮູ້ຕົວວ່າ ຫຸ່ນຍົນຕົວນີ້ໄດ້ຫາຍໄປ ແລະ ພະນັກງານກໍພາກັນຊອກຫາມັນໝົດມື້ກໍບໍ່ເຫັນ. ຢ່າງໃດກໍຕາມການໜີທ່ຽວຂອງຫຸ່ນຍົນຕົວນີ້ກໍໄດ້ສິ້ນສຸດລົງ ເພາະວ່າມັນໄດ້ຖືກຄົ້ນພົບໃນມື້ຕໍ່ມາ ໃນບໍລິເວນພຸ່ມໄມ້ແຫ່ງໜຶ່ງ.

ທາງໂຮງແຮມຜູ້ເປັນເຈົ້າຂອງຫຸ່ນຍົນຕົວນີ້ໄດ້ກ່າວວ່າ “ພະນັກງານໄດ້ເຮັດຄວາມສະອາດຫຸ່ນຍົນຕົວນີ້ແລະນຳມັນມາວາງເທິງຊັ້ນພ້ອມກັບຄອບຄົວຫຸ່ນຍົນຕົວອື່ນໆ ເປັນທີ່ຮຽບຮ້ອຍແລ້ວ”.

ເອີ້ນໄດ້ວ່າເປັນເລື່ອງທີ່ໜ້າເຫຼືອເຊື່ອທີ່ຫຸ່ນຍົນໄດ້ເຮັດການໜີທ່ຽວ ແລະສ້າງສຽງຮືຮາໄປທົ່ວໂຊຊຽວ.
ຖ້າຫາກໃຜມີຫຸ່ນຍົນ ກໍໃຫ້ລອງໄປກວດສອບເບິ່ງເດີ້ ບາງເທື່ອມັນອາດຄິດວາງແຜນໜີທ່ຽວຄືກັນກັບຫຸ່ນຍົນຕົວນີ້ກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/