ເປັນຂ່າວໜຶ່ງທີ່ໜ້າໂສກເສົ້າເສຍໃຈເມື່ອວັນທີ 30 ມັງກອນ ເວລາປະມານ 07:15 Cheslie Kryst ນາງງາມຜູ້ຄອງຕຳແໜ່ງ Miss USA 2019 ອາຍຸ 30 ປີ ໄດ້ຕັດສິນໃຈຈົບຊີວິດຕົນເອງດ້ວຍການໂດດລົງຈາກອາຄານ Orion ທີ່ມີຄວາມສູງ 60 ຊັ້ນ ຕັ້ງຢູ່ເຂດ 350 W. 42nd ໃນ New York ສະຫະລັດອາເມຣິກາ.


ຕາມແຫຼ່ງຂ່າວໄດ້ບອກວ່າ Cheslie ແມ່ນອາໄສຢູ່ຄົນດຽວໃນຊັ້ນທີ 9 ຂອງອາຄານແຫ່ງນີ້ ແລະຖືກພົບເປັນພົບຄັ້ງສຸດທ້າຍເທິງລະບຽງຊັ້ນທີ 29 ຂອງອາຄານ. ກ່ອນທີ່ Cheslie ຈະຕັດສິນໃຈໂດດຕຶກ ລາວໄດ້ຖິ້ມຂໍ້ຄວາມໂດຍມີເນື້ອໃນວ່າ ລາວຕ້ອງການຖິ້ມທຸກຢ່າງໃຫ້ແມ່ຂອງລາວ ແຕ່ຈົດໝາຍດັ່ງກ່າວບໍ່ໄດ້ລະບຸເຖິງແຮງຈູງໃຈໃນການຈົບຊີວິດຂອງຕົນເອງໃນຄັ້ງນີ້.

ນອກຈາກຂໍ້ຄວາມແລ້ວ Cheslie ກໍໄດ້ໂພສຂໍ້ຄວາມໃນ Instagram ສ່ວນຕົວຂອງລາວອີກພ້ອມ ໂດຍໄດ້ກ່າວວ່າ “May this day bring you rest and peace” ເຊິ່ງມີຄວາມໝາຍວ່າ “ຂໍໃຫ້ມື້ນີ້ຈົ່ງນຳຄວາມສະຫງົບມາໃຫ້ເຈົ້າ”.
ຫຼັງຈາກການເສຍຊີວິດຂອງອະດີດນາງງາມ ຄອບຄົວຂອງ Cheslie ກໍໄດ້ກ່າວໃນຖະແຫຼງເມື່ອວັນອາທິດທີ່ຜ່ານມາວ່າ “ໃນຄວາມສູນເສຍແລະຄວາມໂສກເສົ້າອັນໃຫຍ່ຫຼວງ ເຮົາຢາກບອກວ່າ Cheslie ອັນເປັນທີ່ຮັກຂອງເຮົາໄດ້ຈາກໄປແລ້ວ”.
“Cheslie ຄືແສງສະຫວ່າງທີ່ສ້າງແຮງບັນດານໃຈໃຫ້ກັບຄົນອື່ນທົ່ວໂລກດ້ວຍຄວາມງາມ ແລະຄວາມເຂັ້ມແຂງຂອງລາວ, ລາວຫ່ວງໃຍ, ລາວຮັກ, ລາວສົດໃສ ແລະ ສະຫງ່າງາມ. Cheslie ເປັນຄວາມຮັກແລະຊ່ວຍເຫຼືອຜູ້ອື່ນ ບໍ່ວ່າຈະໃນຖານະຂອງທະນາຍຄວາມທີ່ຕໍ່ສູ້ເພື່ອຄວາມຍຸຕິທຳໃນສັງຄົມ, ໃນຖານະ Miss USA ແລະ Host ໃນ ‘Extra News’ ແຕ່ທີ່ສຳຄັນສຸດແມ່ນໃນຖານະລູກສາວ, ນ້ອງສາວ, ໝູ່ ທີ່ປຶກສາ ແລະ ໝູ່ຮ່ວມງານ ເຮົາຮູ້ວ່າສິ່ງທີ່ລາວສ້າງໄວ້ຈະຍັງຄົງຢູ່ຕະຫຼອດໄປ”.


ຕາມແຫຼ່ງຂ່າວໄດ້ບອກວ່າໃນເດືອນຕຸລາ 2019 Cheslie ເຄີຍໂພສຂໍ້ຄວາມໃນ facebook ສ່ວນຕົວ ເນື່ອງໃນວັນສຸຂະພາບຈິດໂລກ ໂດຍສະເໜີຄຳແນະນຳກ່ຽວກັບວິທີຮັບມືກັບຄວາມກົດດັນ.
“ຂ້ອຍເຮັດຫຼາຍຢ່າງເພື່ອໃຫ້ແນ່ໃຈວ່າຂ້ອຍປິ່ນປົວສຸຂະພາບຈິດຂອງຂ້ອຍໄດ້ ແລະ ສິ່ງທີ່ສຳຄັນທີ່ສຸດຄືການທີ່ຂ້ອຍໄດ້ລົມກັບທີ່ປຶກສາ ລາວເປັນຄົນລົມງ່າຍ ລາວໄດ້ໃຫ້ກົນລະຍຸດທີ່ສຸດຍອດແກ່ຂ້ອຍ ໂດຍສະເພາະຢ່າງຍິ່ງຖ້າຂ້ອຍເສົ້າ ມີຄວາມສຸກ ຫຼື ມີເດືອນທີ່ວຽກງານຫຼາຍຢ່າງຢູ່ຕໍ່ໜ້າຂ້ອຍ”.
“ເມື່ອຂ້ອຍບໍ່ໄດ້ລົມກັບທີ່ປຶກສາ ຂ້ອຍໃຊ້ເວລາໃນຕອນທ້າຍຂອງທຸກໆມື້ເພື່ອຄາຍຄຽດ ຂ້ອຍຖອດປັກສຽບ, ປິດໂທລະສັບ, ຂ້ອຍບໍ່ຕອບຂໍ້ຄວາມ ແລະ ນັ່ງເບິ່ງຮູບເງົາເລື່ອງທີ່ຂ້ອຍມັກ”

ໃນເດືອນ ທັນວາ 2021 ທີ່ຜ່ານມານີ້ Cheslie ກໍເປັນໜຶ່ງໃນຄະນະກຳມະການຕັດສິນ Miss Universe 2021 ເຊິ່ງນັ້ນເປັນຜົນງານສຸດທ້າຍຂອງ Cheslie ກ່ອນທີ່ຈະຈົບຊີວິດລົງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/