ວິທະຍາສາດກ່ຽວກັບສີຜິວຂອງຄົນ ເປັນຫຍັງຄົນເຮົາຈຶ່ງມີສີຜິວແຕກຕ່າງກັນ?


ທ່ານສົງໄສບໍ່ວ່າ ເປັນຫຍັງຄົນເຮົາຈຶ່ງມີສີຜິວບໍ່ຄືກັນ? ຄົນຢູ່ທາງພາກຕາເວັນຕົກ ກໍຄືແຖວເອີຣົບ ອາເມລິກາ ສ່ວນໃຫຍ່ມີຜິວ ສີຂາວ, ຂາວຫຼາຍ ຈົນເຖິງ ຂາວຈືດ. ສ່ວນຄົນຢູ່ອາຟຣິກາພັດມີຜິວສີເຂັ້ມ (ຜິວດຳ). ຄົນອາຊີສ່ວນໃຫຍ່ກໍພັດມີຜິວເຫຼືອງ ຜິວບໍ່ດຳຫຼາຍ ແລະ ບໍ່ຂາວຫຼາຍ.

ໃນທາງວິທະຍາສາດ ເພິ່ນມີຄຳອະທິບາຍໃຫ້ຄື ໃນເວລາທີ່ແສງອຸນຕຣ້າໄວໂອເລັດກະທົບໃສ່ຜິວໜັງຂອງຄົນເຮົາ ແສງນັ້ນຈະສົ່ງຜົນຕໍ່ຜິວຂອງແຕ່ລະຄົນຕ່າງກັນ ເຊິ່ງກໍຂຶ້ນກັບສີຜິວຂອງແຕ່ລະຄົນ. ສຳລັບບາງຄົນ ຖ້າຖືກແສງແດດເປັນເວລາບໍ່ພໍເທົ່າໃດນາທີ ຜິວກໍຈະກາຍເປັນສີບົວແດງໆ ໃນຂະນະທີ່ບາງຄົນ ເຖິງວ່າຈະຖືກແສງແດດເປັນເວລາດົນ ສີຜິວກໍບໍ່ໄດ້ປ່ຽນແປງຫຍັງຫຼາຍ.

ແລ້ວເປັນຫຍັງຄືເປັນແນວນັ້ນ? ສີຜິວນັ້ນ ມີເລື່ອງລາວ ບົ່ງບອກເຖິງຄວາມກ້າຫານ ແລະ ການປັບຕົວຂອງມະນຸດ ແລະ ຊີ້ໃຫ້ເຫັນການເຮັດວຽກຂອງລະບົບຊີວະຂອງຄົນ. ມັນກ່ຽວພັນກັບເມັດເມລານິນ ກໍຄື ເມັດທີ່ກຳນົດສີຂອງຜົມ ແລະ ຜິວໜັງ. ສ່ວນປະກອບນີ້ແມ່ນມາຈາກເຊວຜິວໜັງ ທີ່ມີຊື່ວ່າ ເມລາໂນໄຊທ໌ (melanocytes) ເຊິ່ງມັນມີ 2 ຮູບແບບ. ຮູບແບບທີໜຶ່ງ ເອີ້ນວ່າ ຢູເມລານິນ (eumelanin) ເຊິ່ງເປັນໂຕເພີ່ມລະດັບຄວາມເຂັ້ມໃຫ້ຜິວເປັນ ສີນ້ຳຕານ ລວມທັງໃຫ້ ສີດຳ, ແລະ ສີບຼອນແກ່ເສັ້ນຜົມ. ຮູບແບບທີສອງ ແມ່ນ ຟີໂອເມລານິນ (pheomelanin) ທີ່ພາໃຫ້ເກີດມີເມັນສີແດງນໍ້າຕານ ແລະ ຜົມແດງ.

ແຕ່ມັນກໍບໍ່ແມ່ນແບບນີ້ສະເໝີໄປ. ສີຜິວຂອງພວກເຮົາຖືກກຳນົດມາແຕ່ດົນນານແລ້ວ ຜ່ານຂະບວນວິວັດທະນາການ ທີ່ມີຜົນມາຈາກດວງຕາເວັນ. ເລີ່ມແຕ່ 50.000 ປີທີ່ຜ່ານມາ ຕັ້ງແຕ່ທີ່ບັນພະບຸລຸດຂອງພວກເຮົາໄດ້ຍ້າຍຖິ່ນຖານ ຈາກທະວີບອາຟຣິກາ ໄປທາງເໜືອ ໄປຫາໂຊນ ທະວີບເອີຣົບ ແລະ ອາຊີ.

ພວກຄົນເກົ່າແກ່ເຫຼົ່ານັ້ນພາກັນອາໄສຢູ່ລະຫວ່າງເສັ້ນສູນສູດ ແລະ the Tropic of Capricorn, ພື້ນທີ່ ທີ່ມີລັງສີຢູວີຈາກແສງຕາເວັນຫຼາຍ. ເວລາທີ່ຜິວຂອງເຮົາໄດ້ຮັບແສງຢູວີເປັນເວລາດົນ ແສງຢູວີຈະໄປທຳລາຍ ດີເອັນເອ ໃນເຊວຂອງພວກເຮົາ ແລະ ຈະເຮັດໃຫ້ມີຄວາມຮູ້ສຶກວ່າຜິວໄໝ້. ຖ້າຫາກວ່າໄດ້ຮັບຄວາມເສຍຫາຍຫຼາຍ ການກາຍພັນຂອງເຊວ ຈະພາໃຫ້ເປັນ ເມລາໂນມາ (melanoma) ເຊິ່ງແມ່ນໂລກມະເຮັງທີ່ກໍ່ໂຕຂຶ້ນໃນ ເຊວຜິວ ເມລາໂນໄຊ (ໂລກທີ່ອາດພາໃຫ້ເຖິງແກ່ຄວາມຕາຍໄດ້).

ໃນ 50.000 ປີກ່ອນ ຍັງບໍ່ທັນມີຄຣີມກັນແດດດັ່ງທີ່ພວກເຮົາຮູ້ຈັກກັນໃນປະຈຸບັນນີ້ ແລ້ວບັນພະບູລຸດເຮົາເຮັດແນວໃດ ເພື່ອຕ້ານກັບອັນຕະລາຍຈາກແສງຢູວີ? ສິ່ງຫຼັກໆທີ່ຊ່ວຍໃຫ້ລອດມາໄດ້ ກໍແມ່ນສານທີ່ເປັນຕົວປະກອບສຳຄັນທີ່ພົບເຫັນໃນຄຣີມກັນແດດ ແຕ່ມັນເຮັດໜ້າທີ່ຢູ່ພາຍໃຕ້ຜິວຂອງຄົນເຮົາ ນັ້ນກໍຄື ເມລານິນ. ຊະນິດ ແລະ ຈຳນວນຂອງເມລານິນໃນຜິວຂອງເຮົາ ເປັນຕົວກຳນົດໃນໂຕວ່າ ຜິວເຮົາຈະຖືກປ້ອງກັນຈາກແສງແດດໜ້ອຍຫຼາຍເທົ່າໃດ. ເວລາທີ່ມັນຖືກແສງຢູວີ ມັນພາໃຫ້ເກີດຕົວຮັບແສງ ເອີ້ນວ່າ ຣີດັອບຊິນ (Rhedopsin) ທີ່ກະຕຸ້ນໃຫ້ມີການຜະລິດເມັດສີເມລານິນ ເພື່ອປົກປ້ອງເຊວຜິວຈາກຄວາມເສຍຫາຍ. ສຳລັບຄົນທີ່ມີຜິວຂາວ ເມັດສີທີ່ເພີ່ມຂຶ້ນນັ້ນ ເຮັດໃຫ້ຜິວພວກເຂົາມີສີເຂັ້ມຂຶ້ນ ແລະ ຜະລິດສີນ້ຳຕານ (tan).

ຜ່ານມາຫຼາຍຮຸ່ນຄົນ ຜູ້ຄົນທີ່ເຄີຍອາໄສຢູ່ອາຟຣິກາບ່ອນທີ່ເຕັມໄປດ້ວຍແສງແດດ ໄດ້ປັບໂຕ ຜະລິດເມັດເມລານິນຫຼາຍຂຶ້ນ ແລະ ມີເມັດຢູເມລານິນຫຼາຍຂຶ້ນ ພາໃຫ້ມີຜິວສີເຂັ້ມຂຶ້ນ. ລະບົບການປ້ອງກັນພາຍໃນໂຕນີ້ ຊ່ວຍປົກປ້ອງເຂົາເຈົ້າຈາກໂລກມະເຮັງ ເມລາໂນມາ. ຜ່ານວິວັດທະນາການນີ້ເຮັດໃຫ້ເຂົາເຈົ້າ ຄ່ອຍໆປັບໂຕ ແລະ ສົ່ງຕໍ່ຄຸນລັກສະນະນີ້ໃຫ້ແກ່ຄົນຮຸ່ນຫຼັງ.

ແຕ່ຫຼັງຈາກນັ້ນ ບັນພະບູລຸດເຫຼົ່ານັ້ນ ບາງຈຳພວກກໍໄດ້ຍ້າຍຖິ່ນຖານ ອອກຈາກເຂດຮ້ອນໄປທາງເບື້ອງເໜືອ ແລ້ວກະຈັດກະຈາຍກັນອອກໄປໄກຂຶ້ນ ແລະ ກວ້າງຂວາງໄປທົ່ວທຸກມຸມໂລກ. ຍິ່ງຍ້າຍຂຶ້ນໄປທາງເໜືອເທົ່າໃດ ເຂົາເຈົ້າແຮງໄດ້ພົບກັບແສງຕາເວັນໜ້ອຍລົງ ແລະ ນີ້ກໍເປັນບັນຫາ ເຖິງແມ່ນວ່າ ແສງຢູວີມັນທຳລາຍເຊວຜິວ ແຕ່ມັນກໍມີຜົນດີຢູ່. ແສງຢູວີຊ່ວຍໃຫ້ຮ່າງກາຍເຮົາຜະລິດ ວິຕາມິນ ດີ (Vitamin D), ສ່ວນປະກອບທີ່ຊ່ວຍໃຫ້ກະດູກເຮົາແຂງແຮງ ແລະ ຊ່ວຍດູດຊຶມເກືອແຮ່ທີ່ສຳຄັນ ເຊັ່ນ ແຄວຊຽມ, ທາດເຫຼັກ, ແມັກເນຊຽມ, ຟົດສ໌ຟັດ ແລະ ສັງກະສີ. ຖ້າບໍ່ມີວິຕາມິນ ດີ ຈະເຮັດໃຫ້ຄົນເຮົາເມື່ອຍ ແລະ ມີກະດູກທີ່ບໍ່ແຂງແຮງ ພາໃຫ້ເປັນໂລກກະດູກອ່ອນ (Rickets). ສຳລັບຄົນຜິວເຂັ້ມທີ່ລະບົບພາຍໃນໂຕສາມາດປ້ອງກັນແສງຕາເວັນໄດ້ປະສິດທິພາບດີຫຼາຍນັ້ນ ຈະພາໃຫ້ມີ ວິຕາມິນ ດີ ບໍ່ພຽງພໍ ເຊິ່ງເຮັດໃຫ້ເກີດໄພທີ່ຮ້າຍແຮງຢ່າງໜຶ່ງ ໂດຍສະເພາະຢູ່ເຂດບັນດາປະເທດທາງເໜືອ. ແຕ່ສຳລັບບາງຄົນ ສາມາດຜະລິດເມັດສີເມລານິນໄດ້ໜ້ອຍ ແຕ່ເຂົາເຈົ້າກໍຢູ່ໃນບ່ອນທີ່ບໍ່ໄດ້ພົບກັບແສງແດດຫຼາຍ ແລະ ສີຜິວທີ່ຈາງກວ່ານັ້ນ ກໍສາມາດດູດຊັບເອົາແສງຢູວີໄດ້ດີກວ່າ ພວກເຂົາກໍເລີຍໄດ້ຮັບຜົນປະໂຫຍດຈາກ ວິຕາມິນ ດີ ທີ່ພາໃຫ້ມີກະດູກແຂງແຮງ, ຢູ່ລອດ ແລະ ຜະລິດເຊື້ອສາຍທີ່ມີສຸຂະພາບດີ.

ຜ່ານຂະບວນການຄັດເລືອກມາຫຼາຍຮຸ່ນຄົນ ໃນໂຊນນັ້ນ ຄົນກໍເລີຍມີສີຜິວທີ່ຂາວຂຶ້ນ. ເນື່ອງຈາກການປັບໂຕຂອງບັນພະບູລຸດເຮົາ ໃນໂລກປັດຈຸບັນ ຈຶ່ງເຕັມໄປດ້ວຍຄົນທີ່ມີສີຜິວຫຼາກຫຼາຍ. ໂດຍທົ່ວໄປແລ້ວ ຄົນທີ່ມີເມັດສີຢູເມລານິນສີເຂັ້ມຫຼາຍ ແມ່ນອາໄສຢູ່ເຂດອາກາດຮ້ອນແຖວໆເສັ້ນສູນສູດ ສ່ວນຄົນທີ່ມີເມັດສີຟິໂອເມລານິນສີຈາງກວ່າ ແມ່ນເຄື່ອນໂຕອອກໄປຢູ່ເຂດອື່ນທີ່ມີແສງແດດໜ້ອຍກວ່າ.

ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ສີຜິວແມ່ນມີຄວາມໝາຍຫຼາຍ ເປັນຄຸນລັກສະນະທີ່ຊ່ວຍໃຫ້ມີການປັບໂຕ ເພື່ອໃຫ້ຢູ່ລອດໄດ້ເທິງໂລກທີ່ມີການໂຄຈອນອ້ອມດວງຕາເວັນ. ຜິວສາມາດດູດຊັບແສງແດດ ແຕ່ສີຜິວ ບໍ່ສາມາດບົ່ງບອກນິໄສ ແລະ ໂຕຕົນຂອງຄົນໄດ້.

ທີ່ມາ: https://www.ted.com/talks/angela_koine_flynn_the_science_of_skin_color