ລົດຜ່ອນບັນຫາ “ຂີ້ເຫຍື້ອລົ້ນເມືອງ” ດ້ວຍວິທີຄັດແຍກຂີ້ເຫຍື້ອຕາມຫຼັກ 3R


ຂີ້ເຫຍື້ອລົ້ນເມືອງ ເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບໂດຍກົງຕໍ່ສິ່ງທີ່ມີຊີວິດນານາຊະນິດທີ່ຢູ່ໃນໂລກ ເພາະຈຳນວນຂີ້ເຫຍື້ອທີ່ເພີ່ມຂຶ້ນຢ່າງມະຫາສານໃນແຕ່ລະປີ ແລະ ບໍ່ຖືກກຳຈັດໃນວິທີທີ່ຖືກຕ້ອງ ແລະ ເໝາະສົມ. ດັ່ງນັ້ນ ຈຶ່ງເຮັດໃຫ້ ຂີ້ເຫຍື້ອ ແລະ ສານພິດ ເຈືອປົນຢູ່ໃນລະບົບນິເວດຕ່າງໆ ບໍ່ວ່າຈະເປັນນ້ຳ, ດິນ, ພືດຜັກ ແລະ ສັດ ສຸດທ້າຍກໍກັບມາສະສົມໃນຮ່າງກາຍມະນຸດເນື່ອງຈາກບໍລິໂພກສານປົນເປື້ອນເຫຼົ່ານັ້ນ.

ນອກຈາກນີ້ ຂີ້ເຫຍື້ອຍັງເປັນສາເຫດທີ່ກໍ່ໃຫ້ເກີດ ພາວະໂລກຮ້ອນ, ບັນຫາຂີ້ເຫຍື້ອທີ່ເພີ່ມຂຶ້ນຈົນລົ້ນເມືອງມີສາເຫດເກືອບທັງໝົດມາຈາກການກະທຳຂອງມະນຸດ. ໃນໜຶ່ງມື້ ທຸກຄົນຈະສ້າງຂີ້ເຫຍື້ອສະເລ່ຍປະມານ 1,14 ກິໂລກຣາມ ເຊິ່ງຖືໄດ້ວ່າເປັນປະລິມານທີ່ຫຼາຍ ເມື່ອທຽບກັບການທຳລາຍ ແລະ ກຳຈັດຂີ້ເຫຍື້ອຕໍ່ມື້ທີ່ເຮັດໄດ້ຢ່າງບໍ່ສະໝໍ່າສະເໝີ ຈົນເກີດບັນຫາຂຶ້ນເຫຍື້ອສະສົມ ເພາະການກຳຈັດຂີ້ເຫຍື້ອເປັນຈຳນວນຫຼາຍຕ້ອງໃຊ້ເວລາໝົດມື້ ແລະ ພື້ນທີ່ຂະໜາດໃຫຍ່ ເນື່ອງຈາກຂີ້ເຫຍື້ອແຕ່ລະປະເພດມີຂັ້ນຕອນ ແລະ ວິທີຈັດການທີ່ແຕກຕ່າງກັນອອກໄປ.

ດັ່ງນັ້ນວິທີແກ້ບັນຫາທີ່ດີທີ່ສຸດກໍຄືການຄັດແຍກ ແລະ ຈັດການຂີ້ເຫຍື້ອກ່ອນຖິ້ມດ້ວຍຫຼັກການ 3R ເຊິ່ງຫຍໍ້ມາຈາກ Reduce Reuse and Recycle. ຫຼັກການຄັດແຍກ 3R ນັ້ນເປັນການແກ້ບັນຫາທີ່ຍືນຍົງຫຼາຍທີ່ສຸດ ເຊິ່ງແມ່ນແນວຄິດ ແລະ ແນວທາງປະຕິບັດເພື່ອຊ່ວຍລົດຜ່ອນປະລິມານຂີ້ເຫຍື້ອໃຫ້ໜ້ອຍລົງ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ໄດ້ຢ່າງກຸ້ມຄ່າ ໂດຍການລົດຜ່ອນການໃຊ້, ການນຳມາໃຊ້ຊ້ຳ ແລະ ການນຳມາໃຊ້ໃໝ່ ເຊິ່ງສາມາດຈຳແນກໄດ້ສາມປະເພດຄື:

  1. ການລົດຜ່ອນການນຳໃຊ້ (Reduce) ປະຕິເສດ ຫຼື ຫຼີກເວັ້ນສິ່ງຂອງ ຫຼື ການຫຸ້ມຫໍ່ທີ່ຈະສ້າງບັນຫາຂີ້ເຫຍື້ອ (Refuse) ແລ້ວຫັນມາໃຊ້ຜະລິດ​ຕະ​ພັນຊະນິດເຕີມເຊັ່ນ: ນໍ້າຢາລ້າງຈານ, ນໍ້າຢາປັບຜ້ານຸ້ມ, ເຄື່ອງສໍາອາງ ແລະ ອື່ນໆ. ເຊິ່ງຈະຊ່ວຍລົດຜ່ອນຈໍານວນສິ່ງເສດເຫຼືອທີ່ເປັນອັນຕະລາຍພາຍໃນເຮືອນ
  2. ການນຳມາໃຊ້ຊ້ຳ (Reuse) ການນຳເອົາສິ່ງຂອງທີ່ນຳໃຊ້ແລ້ວມານຳໃຊ້ຄືນໃໝ່ເຊັ່ນ: ນຳເອົາຖົງພລາສຕິກມາໃສ່ສິ່ງຂອງຕ່າງໆ ຫຼື ໃຊ້ເປັນຖົງໃສ່ຂີ້ເຫຍື້ອ ຫຼື ນຳເອົາສິ່ງຂອງຕ່າງໆມາດັດແປງໃຫ້ໃຊ້ເປັນປະໂຫຍດມັນໄດ້ອີກ
  3. ການນຳກັບມາໃຊ້ໃໝ່ (Recycle) ການນຳເອົາຂີ້ເຫຍື້ອແປຮູບ ຫຼື ແປສະພາບກ່ອນນຳກັບມາໃຊ້ງານອີກຄັ້ງ ເຊິ່ງຫຼາຍຄົນອາດຈະສັບສົນກັບ ການນຳໃຊ້ຊ້ຳ (Reuse) ເພາະເປັນການນຳກັບມາໃຊ້ຄືກັນ, ແຕ່ການນຳກັບມາໃຊ້ໃໝ່ (Recycle) ແມ່ນການນຳເອົາຂີ້ເຫຍື້ອເຂົ້າຂະບວນການຫຼອມລະລາຍແລ້ວຂຶ້ນຮູບໃໝ່ເຊັ່ນ: ການເຮັດໃຫ້ເປັນຖົງດຳ, ຊາມ, ຖັງຂີ້ເຫຍື້ອ ແລະ ອື່ນໆເປັນຕົ້ນ ຫຼື ການນຳເອົາເຈ້ຍຂາວທີ່ໃຊ້ແລ້ວເຂົ້າສູ່ຂະບວນການຜະລິດໃໝ່ເພື່ອໃຫ້ອອກມາເປັນກ່ອງເຈ້ຍຫຸ້ມຫໍ່. ເຊິ່ງສິ່ງຂອງພວກທີ່ສາມາດນຳໄປ Recycle ໄດ້ແກ່ ຈຳພວກແກ້ວ, ເຈ້ຍ, ພລາສຕິກ, ໂລຫະ ແລະ ບໍ່ແມ່ນໂລຫະ ລວມທັງສິ່ງເສດເຫຼືອອິນຊີທີ່ສາມາດນໍາມາໃຊ້ເປັນຝຸ່ນບົ່ມໄດ້.

ການຈັດການ ແລະ ຄັດແຍກສິ່ງເສດເຫຼືອໂດຍໃຊ້ຫຼັກການ 3R ຈະຊ່ວຍລົດປະລິມານຂີ້ເຫຍື້ອອອກສູ່ສິ່ງແວດລ້ອມໄດ້ຢ່າງຫຼວງຫຼາຍ, ເຮັດໃຫ້ການແຜ່ກະຈາຍຂອງສານພິດເຂົ້າສູ່ອາກາດ ຫຼື ທະເລລົດລົງ. ລວມທັງຊ່ວຍລົດຜ່ອນລະດັບການປ່ອຍອາຍພິດເຮືອນແກ້ວ ທີ່ເປັນສາເຫດເຮັດໃຫ້ໂລກຂອງເຮົາຮ້ອນຂຶ້ນອີກດ້ວຍ

ທີ່ມາ:

thairath.co.th

roguedisposal

apthai.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/