ລາວປັບລາຄານໍ້າມັນໃໝ່ ກາຊວນລົງກວ່າ 3% ຂະນະທີ່ຕະຫຼາດໂລກ ຍັງເຄັງຕຶງຈາກສົງຄາມ
ກະຊວງອຸດສາຫະກຳ ແລະ ການຄ້າ ປະກາດປັບລາຄານໍ້າມັນເຊື້ອໄຟໃໝ່ທົ່ວປະເທດ ໂດຍກາຊວນປັບລົງກວ່າ 1,000 ກີບ ຂະນະທີ່ແອັດຊັງປັບຂຶ້ນເລັກນ້ອຍ ເຊິ່ງເປັນຜົນກະທົບໂດຍກົງຈາກຄວາມຜັນຜວນຂອງຕະຫຼາດໂລກ ແລະ ຄວາມເຄັ່ງຕຶງໃນຕາເວັນອອກກາງ ທີ່ຍັງຄົງກົດດັນຕົ້ນທຶນການຂົນສົ່ງ ແລະ ຄ່າຄອງຊີບຂອງປະຊາຊົນ.
ອີງຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1859/ກຄພນ ລົງວັນທີ 30 ກັນຍາ 2026 ໄດ້ມີການປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໂດຍສະເພາະລາຄາຢູ່ນະຄອນຫຼວງວຽງຈັນ ນໍ້າມັນແອັດຊັງພິເສດແມ່ນປັບຂຶ້ນ 90 ກີບ/ລິດ ມາຢູ່ທີ່ 43,750 ກີບ/ລິດ ແລະ ນໍ້າມັນແອັດຊັງທຳມະດາປັບຂຶ້ນ 80 ກີບ/ລິດ ມາເປັນ 36,330 ກີບ/ລິດ ໃນຂະນະດຽວກັນ ນໍ້າມັນກາຊວນໄດ້ປັບຫຼຸດລົງເຖິງ 1,080 ກີບ/ລິດ ເຮັດໃຫ້ລາຄາໃໝ່ຢູ່ທີ່ 34,200 ກີບ/ລິດ.
ການປັບປ່ຽນໃນຄັ້ງນີ້ແມ່ນເພື່ອຊ່ວຍຮັບປະກັນການສະໜອງນໍ້າມັນເຊື້ອໄຟພາຍໃນປະເທດໃຫ້ເປັນປົກກະຕິ ແລະ ສອດຄ່ອງກັບການເໜັງຕີງຂອງລາຄາໃນຕະຫຼາດໂລກ.
ການປັບລາຄາພາຍໃນປະເທດນີ້ ແມ່ນເກີດຂຶ້ນທ່າມກາງສະຖານະການຕະຫຼາດນໍ້າມັນໂລກທີ່ຍັງຄົງຮັກສາລະດັບສູງ ແລະ ມີຄວາມອ່ອນໄຫວ ໂດຍປັດຈຸບັນລາຄານໍ້າມັນດິບ Brent ຍັງຄົງເຄື່ອນໄຫວໃນລະດັບ 97.5-98 ໂດລາສະຫະລັດຕໍ່ບາເຣວ ແລະ WTI ຢູ່ທີ່ປະມານ 90 ໂດລາສະຫະລັດຕໍ່ບາເຣວ ເຊິ່ງສູງກວ່າປີກ່ອນເຖິງ 45-50%.
ເຖິງແມ່ນວ່າຈະມີປັດໄຈບວກຈາກການຟື້ນຕົວຂອງປະລິມານການສົ່ງອອກນໍ້າມັນໃນຕາເວັນອອກກາງ ຫຼັງຈາກຊາອຸດີອາຣາເບຍກັບມາເປີດນຳໃຊ້ທ່າເຮືອ Yanbu ອີກຄັ້ງ ຫຼັງສ້ອມແປງທໍ່ສົ່ງສຳເລັດ ຈົນດັນຍອດສົ່ງອອກພາກພື້ນແຕະ 16.3 ລ້ານບາເຣວຕໍ່ມື້ ແຕ່ຄວາມບໍ່ແນ່ນອນຂອງສົງຄາມລະຫວ່າງ ອາເມລິກາ, ອິສຣາເອນ ແລະ ອີຣ່ານ ທີ່ແກ່ຍາວມາເກືອບ 7 ເດືອນ ຍັງຄົງເປັນປັດໄຈຫຼັກທີ່ສ້າງຄວາມກັງວົນໃຫ້ນັກລົງທຶນວ່າການຟື້ນຕົວນີ້ອາດບໍ່ຍືນຍົງ.
ແນວໂນ້ມຕະຫຼາດໃນໄລຍະຕໍ່ໄປຍັງຄົງຂຶ້ນຢູ່ກັບປັດໄຈດ້ານພູມສາດການເມືອງ ແລະ ຄວາມຄືບໜ້າໃນການເຈລະຈາລະຫວ່າງປະເທດມະຫາອຳນາດ ຫາກການສະໜອງສາມາດຟື້ນຕົວໄດ້ຢ່າງຍືນຍົງ ລາຄາກໍອາດຈະມີທ່າອ່ຽງປັບຕົວລົງໃນອະນາຄົດ ແຕ່ຫາກຄວາມຂັດແຍ່ງຍັງຄົງຮຸນແຮງ ລາຄານໍ້າມັນທີ່ສູງນີ້ຈະຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ເສດຖະກິດຂອງປະເທດທີ່ຕ້ອງເພິ່ງພາການນຳເຂົ້ານໍ້າມັນເປັນຫຼັກ ເຊັ່ນ: ສປປ ລາວ, ໄທ ແລະ ຫວຽດນາມ ຢ່າງຫຼີກລ່ຽງບໍ່ໄດ້.
#LaoXperts #ອັບເດດລາຄານໍ້າມັນລາວ #ລາຄານໍ້າມັນ #ລາຄານໍ້າມັນໂລກ #ເສດຖະກິດ #ນໍ້າມັນແພງ


