ລາຄາຫຼຽນ ApeCoin ເພີ່ມຂຶ້ນຢ່າງຮຸນເເຮງເຖິງ 1,950% ໃນ Cryptocurrency exchange Upbit


ໃນວັນທີ 12 ເມສາທີ່ຜ່ານມາ ApeCoin (APE) ໂທເຄັນ ERC-20 ຂອງ Yuga Labs ມີລາຄາເພີ່ມຂຶ້ນຢ່າງຮຸນເເຮງຈາກ 4,20 ໂດລາ ເພິ່ມຂຶ້ນເປັນ 90 ໂດລາຢູ່ໃນ Cryptocurrency exchange Upbit ຂອງສັນຊາດເກົາຫຼີໃຕ້. ກ່ອນທີ່ຈະເກີດການເທຂາຍເອົາກຳໄລກັນຢ່າງໄວວາ, ເຊິ່ງໃນເວລາທີ່ຂຽນລາຄາຂອງຫຼຽນ APE ຢູ່ທີ່ 4,44 ໂດລາ

ໃນປັດຈຸບັນ, ຄູ່ການຊື້ຂາຍ APE ມີພຽງຄູ່ດຽວທີ່ສະເເດງໃນ Upbit ແມ່ນ BTC/APE. ນີ້ແມ່ນພຽງແຕ່ສ່ວນນ້ອຍໆຂອງປະລິມານການຊື້ຂາຍຫຼຽນ APE ທີ່ເກີດຂຶ້ນ, ໂດຍມີ ApeCoin ປະມານ 4 ລ້ານ APE ຖືກຊື້ຂາຍພາຍໃນລະຫວ່າງມື້ເມື່ອທຽບກັບ APE ໂດຍລວມກວ່າ 369 APEs ທີ່ຢູ່ໃນການໝຸນວຽນຂອງຕະຫຼາດ. ເບິ່ງຄືວ່າການເພີ່ມຂຶ້ນຢ່າງໄວວາຂອງລາຄາ APE ແມ່ນຍ້ອນການຊື້ຫຼຽນເປັນຈຳນວນຫຼາຍຈາກນັກລົງທຶນລາຍຍ່ອຍ ແລະ ຄູ່ການຊື້ຂາຍທີ່ມີຈຳນວນຈຳກັດໃນ exchange.

ໃນມື້ດຽວກັນນັ້ນ, Upbit ໄດ້ລະງັບການຝາກ ແລະ ຖອນເງິນຂອງ Ethereum ແລະ ERC-20 tokens ທີ່ກຳລັງລໍຖ້າການຍົກລະດັບ Shanghai ຂອງເຄືອຂ່າຍ Ethereum ໃຫ້ສຳເລັດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/