ໄດ້ແລ້ວ CEO ຄົນໃໝ່ຂອງ Twitter ພ້ອມເລີ່ມວຽກໃນອີກ 6 ອາທິດ


Elon musk ປະກາດວ່າ ໄດ້ພົບກັບ CEO ຄົນໃໝ່ທີ່ຈະເຂົ້າມາສືບຕໍ່ການບໍລິຫານແທນຕົນເອງເປັນທີ່ຮຽບຮ້ອຍ ຫຼັງຈາກເປັນເວລາຫຼາຍເຄິ່ງປີທີ່ Elon musk ໄດ້ເຂົ້າຊື້ບໍລິສັດ Twitter ໄດ້ສຳເລັດແຕ່ຫຼັງຈາກເຂົ້າມາບໍລິຫານ ຢ່າງທີ່ຮູ້ກັນດີວ່າເຕັມໄປຄວາມວຸ້ນວາຍຕ່າງ ຈົນຫຼາຍບໍລິສັດລົດຄວາມເຊື່ອຖື ແລະ ຖອນໂຄສະນາອອກໄປ.

ວັນທີ 12 ພຶດສະພາ 2023 ສຳນັກງານຂ່າວຕ່າງປະເທດໄດ້ລາຍງານວ່າ Elon Musk ປະທານຄະນະເຈົ້າໜ້າບໍລິຫານ ຂອງ Twitter ຫຼື X Corp ເຊິ່ງເປັນບໍລິສັດທີ່ຕັ້ງຂຶ້ນມາໃໝ່ເມື່ອເດືອນ ມີນາ 2023 ທີ່ຜ່ານມາ ເພື່ອເຮັດໜ້າທີ່ເປັນບໍລິສັດແມ່ໃຫ້ແກ່ Twitter ໄດ້ປະກາດວ່າ ເຂົາໄດ້ຈ້າງ CEO ຄົນໃໝ່ຂອງ Twitter  ເປັນທີ່ຮຽບຮ້ອຍ ເຖິງແມ່ນວ່າຍັງບໍ່ຮູ້ເທື່ອວ່າແມ່ນໃຜ ແຕ່ຈະພ້ອມເລີ່ມວຽກໃນອີກປະມານ 6 ອາທິດ.

ເຖິງແມ່ນວ່າຍັງບໍ່ມີການເປີດເຜີຍຢ່າງຊັດເຈນແຕ່ Wall Street Journal ໄດ້ອ້າງອີງຈາກແຫຼ່ງຂ່າວລາຍໜຶ່ງເຊິ່ງໃຫ້ຂໍ້ມູນວ່າ CEO ຄົນໃໝ່ຂອງ Twitter ກໍຄື ນາລິນ ຍາຄາລິໂນ ຫົວໜ້າຝ່າຍໂຄສະນາຂອງ NBC Universal ບໍລິສັດສື່ ແລະ ຄວາມບັນເທິງໃນອາເມຣິກາໃນຕອນນນີ້ຢູ່ໃນຂັ້ນຕອນຂອງການເຈລະຈາກັນ ໂດຍທີ່ນາລິນ ຍາຄາລິໂນ ເອີ້ນໄດ້ວ່າເປັຍອີກຍັກໃຫຍ່ຂອງວົງການວັດຈາກປະສິດທິພາບຂອງການໂຄສະນາ ຈາກການບໍລິຫານຂອງ ນາລິນ ຍາຄາລິໂນ ເຮັດໃຫ້ມີລາຍຮັບຈາກການໂຄສະນາປີລະປະມານ 1.3 ໝື່ນລ້ານໂດລາ ພ້ອມຍັງມີຊື່ສຽງໃນເລື່ອງວາທະສິນໃນການຕໍ່ຮ້ອງເປັນຢ່າງດີ ແລະ ໃນບັນດາທຸລະກິດທີ່ຕ້ອງການຊື້ສື່ ຫຼື ໂຄສະນາຕ່າງພາກັນເອີ້ນ ນາລິນ ຍາຄາລິໂນ ດ້ວຍສາຍາວ່າ “ຄ້ອນກຳມະຍີ່”

ທັງນີ້ ຍັງບໍ່ໄດ້ມີການອອກມາຢືນຢັນຢ່າງເປັນທາງການວ່າ ນາລິນ ຍາຄາລິໂນ ຈະເຂົ້າມາເປັນ CEO ຄົນໃໝ່ຂອງ Twitter ຫຼືບໍ່? ແລະ ຫາກເປັນຄວາມຈິງ ກໍຕ້ອງມາຕິດຕາມກັນເບິ່ງວ່າ ເຈົ້າແມ່ສື່ໂຄສະນາເຈົ້າຂອງສາຍາ “ຄ້ອນກຳມະຍີ່”  ຈະເຂົ້າມາກອບກູ້ສະຖານະການລາຍໄດ້ຈາກໂຄສະນາທີ່ຫົດຫາຍໄປຂອງ Twitter ໄດ້ຫຼືບໍ່?.

ທາງດ້ານຂອງ Elon Musk ປະທານຄະນະເຈົ້າໜ້າບໍລິຫານ ຂອງ Twitter ຫຼື X Corp ໄດ້ກ່າວວ່າຫາກ CEO ຄົນໃໝ່ເຂົ້າມາບໍລິຫານ ຕົນເອງກໍຈະຜັນຕົວໄປເຮັດໜ້າທີ່ປະທານເຈົ້າໜ້າທີ່ຝ່າຍເທັກໂນໂລຢີ ເພື່ອດູແລຊອບແວ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/