ປົກເວັບ 2026 07 30T121323 629

ທ່ານ ປອ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ໄດ້ອອກສານເນື່ອງໃນວັນຕ້ານການຄ້າມະນຸດ 30 ກໍລະກົດ 2026 ປະກາດນຳໃຊ້ແຜນງານແຫ່ງຊາດ 5 ປີ ເລັ່ງກວາດລ້າງເຄືອຂ່າຍນາຍໜ້າແຕ່ງດອງແອບແຝງ, ຖືພາແທນ ແລະ ຂູດຮີດທາງເພດ ເພື່ອປົກປ້ອງພົນລະເມືອງລາວຈາກການຕົກເປັນເຫຍື່ອອາດຊະຍາກຳໄຊເບີທີ່ພວມຄຸກຄາມສັງຄົມຢ່າງໜັກໜ່ວງ. ໜັງສືພີມຄວາມສະຫງົບລາຍງານ.

ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ສາກົນ “Trapped Behind the Scam” ຫຼື ຕິດກັບດັກຢູ່ເບື້ອງຫຼັງການຫຼອກລວງ, ທ່ານ ປອ ຄຳພັນ ພົມມະທັດ ໃນນາມປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຍົກໃຫ້ເຫັນເຖິງການປ່ຽນແປງຂອງຮູບແບບອາຊະຍາກຳຂ້າມຊາດ ທີ່ຫັນມານຳໃຊ້ເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍເປັນເຄື່ອງມືຫຼັກ. 

ຕາມຂໍ້ມູນຂອງ ອົງການເພື່ອການຍົກຍ້າຍຖິ່ນຖານສາກົນ (IOM), ປະຊາຊົນຫຼາຍແສນຄົນທົ່ວໂລກໄດ້ຕົກເປັນເຫຍື່ອການຄ້າມະນຸດໂດຍເຄືອຂ່າຍອາຊະຍາກຳ ແລະ ຖືກບັງຄັບໃຫ້ເຂົ້າຮ່ວມໃນການຫຼອກລວງທາງອອນລາຍ ເຊິ່ງເປັນອຸດສາຫະກຳອາຊະຍາກຳທີ່ມີມູນຄ່າຫຼາຍຕື້ໂດລາສະຫະລັດ.

IOM ລະບຸວ່າ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດມັກຈະຖືກຫຼອກລວງດ້ວຍໂຄສະນາຮັບສະໝັກງານປອມ ທີ່ສັນຍາວ່າຈະມີວຽກເຮັດງານທຳທີ່ຖືກກົດໝາຍຢູ່ຕ່າງປະເທດ. ເມື່ອພວກເຂົາເດີນທາງໄປຮອດ, ຫຼາຍຄົນຈະຖືກຂັງໄວ້ໃນອາຄານປິດລ້ອມ, ຖືກຍຶດເອກະສານ, ຖືກຕິດຕາມຢູ່ຕະຫຼອດເວລາ, ແລະ ຖືກບັງຄັບດ້ວຍຄວາມຮຸນແຮງ, ການຂົ່ມຂູ່ ແລະ ການຕິດໜີ້ ໃຫ້ດຳເນີນການຫຼອກລວງທາງອອນລາຍເພື່ອແນໃສ່ຄົນທົ່ວໂລກ. ຜູ້ລອດຊີວິດໄດ້ລາຍງານວ່າ ພວກເຂົາຕ້ອງທົນທຸກທໍລະມານຈາກການຖືກທໍລະມານ, ການລ່ວງລະເມີດທາງເພດ, ການອຶດຢາກ ແລະ ການຖືກຂັງດ່ຽວ.

ໃນໄລຍະໜຶ່ງປີທີ່ຜ່ານມາ ສັງຄົມລາວຕ້ອງປະເຊີນກັບໄພຂົ່ມຂູ່ຈາກການໂຄສະນາຊວນເຊື່ອດ້ວຍຂໍ້ອ້າງ “ວຽກສະບາຍ ລາຍໄດ້ສູງ” ເຊິ່ງໄດ້ລໍ້ລວງເອົາປະຊາຊົນຜູ້ບໍລິສຸດທີ່ກຳລັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ລັກລອບໄປອອກແຮງງານຕ່າງປະເທດແບບຜິດກົດໝາຍ ຈົນນຳໄປສູ່ການຖືກບັງຄັບໃຊ້ແຮງງານໜັກ, ຖືກທໍລະມານຮ່າງກາຍ-ຈິດໃຈ ລວມເຖິງການໃຊ້ເງິນຄ່າດອງແພງມາເປັນເຄື່ອງລໍ້ໃຈ ເພື່ອຂົນຂວາຍເອົາຍິງສາວລາວໄປແຕ່ງດອງແອບແຝງແລ້ວບັງຄັບເປັນທາດບໍລິການທາງເພດ.

ຕໍ່ກັບສະພາບການດັ່ງກ່າວ ລັດຖະບານຈຶ່ງໄດ້ຍົກລະດັບມາດຕະການປາບປາມຢ່າງເດັດຂາດ ໂດຍການປະກາດນຳໃຊ້ແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 (2026-2030) ພ້ອມທັງກຳນົດຫົວຂໍ້ລະດັບຊາດປະຈຳປີນີ້ຢ່າງໜັກແໜ້ນວ່າ “ທັບມ້າງວົງຈອນ, ກວດລ້າງເຄື່ອຂ່າຍ ນາຍໜ້າ ແຕ່ງດອງແອບແຝງ ການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດ ໃຫ້ໝົດໄປຈາກສັງຄົມ”. 

ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າວ່າ ຫົວຂໍ້ນີ້ບໍ່ແມ່ນພຽງແຕ່ຄຳຂວັນ ແຕ່ເປັນໜ້າທີ່ການເມືອງທີ່ທຸກພາກສ່ວນຕ້ອງໄດ້ຈັດຕັ້ງປະຕິບັດຕົວຈິງຢ່າງຮີບດ່ວນ.

ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ລັດຖະບານໄດ້ອອກຄຳສັ່ງມອບໝາຍໜ້າທີ່ໃຫ້ບັນດາກະຊວງກ່ຽວຂ້ອງຢ່າງຮອບດ້ານ ໂດຍຮຽກຮ້ອງໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ດຳເນີນການສືບສວນ, ປິດກັ້ນເຄືອຂ່າຍສື່ສັງຄົມອອນລາຍທີ່ຫຼອກລວງຈັດຫາວຽກເຮັດງານທຳທີ່ຜິດກົດໝາຍ ແລະ ເດັດຫົວນາຍໜ້າແຕ່ງດອງແອບແຝງມາລົງໂທດຂັ້ນເດັດຂາດ. 

ພ້ອມດຽວກັນນັ້ນ ກໍໄດ້ມອບໝາຍໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄຸ້ມຄອງບໍລິສັດຈັດຫາງານຢ່າງເຂັ້ມງວດ ຄວບຄູ່ໄປກັບການສ້າງວຽກເຮັດງານທຳພາຍໃນປະເທດ, ຂະນະທີ່ກະຊວງການຕ່າງປະເທດ ຕ້ອງເລັ່ງຜ່ານສະຖານທູດ ແລະ ກົງສຸນ ເພື່ອຕິດຕາມກອບກູ້ພົນລະເມືອງລາວທີ່ຕົກເປັນເຫຍື່ອຢູ່ຕ່າງແດນໃຫ້ກັບຄືນປະເທດຢ່າງປອດໄພ ແລະ ໃຫ້ພາກສ່ວນສື່ມວນຊົນເລັ່ງຕີແຜ່ເລ່ຫຼ່ຽມໃໝ່ໆຂອງກຸ່ມອາຊະຍາກຳເພື່ອໃຫ້ປະຊາຊົນຮູ້ເທົ່າທັນ.

ໃນຕອນທ້າຍ ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງມີສະຕິລະວັງຕົວສູງສຸດກ່ອນທີ່ຈະຕັດສິນໃຈໝັ້ນໝາຍ ຫຼື ແຕ່ງດອງກັບຄົນແປກໜ້າ ທີ່ຮູ້ຈັກກັນຜ່ານສື່ອອນລາຍ. 

ຫາກພົບເຫັນການເຄື່ອນໄຫວທີ່ໜ້າສົງໄສ ຫຼື ຕ້ອງການຄວາມຊ່ວຍເຫຼືອ ສາມາດຮີບຮ້ອນແຈ້ງເບາະແສໄດ້ທັນທີຜ່ານທາງສາຍດ່ວນຕ້ານການຄ້າມະນຸດ 1300 ຫຼື ຕິດຕໍ່ຜ່ານຊ່ອງທາງ ວັອດແອັບ (WhatsApp) ທີ່ເບີ 020 2288 1300 ເພື່ອຮ່ວມກັນສະກັດກັ້ນ ແລະ ເຮັດໃຫ້ໄພຂົ່ມຂູ່ຈາກການຄ້າມະນຸດໝົດສິ້ນໄປຈາກສັງຄົມລາວ.

ຂໍ້ມູນຫຼ້າສຸດຈາກ ຫ້ອງການສະຫະປະຊາຊາດ ວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳ (UNODC) ຄາດຄະເນວ່າ ການຫຼອກລວງທີ່ມີຕົ້ນທາງໃນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສຽງໃຕ້ ໄດ້ສ້າງຜົນກຳໄລໃຫ້ແກ່ຜູ້ຄ້າມະນຸດລະຫວ່າງ 18 ຕື້ ຫາ 37 ຕື້ໂດລາສະຫະລັດ ໃນປີ 2023 ພຽງປີດຽວ, ເຊິ່ງສ່ວນໃຫຍ່ແມ່ນພົວພັນກັບອາດຊະຍາກຳທີ່ມີການຈັດຕັ້ງ, ແລະ ເຊື່ອວ່າສູນຫຼອກລວງທົ່ວພາກພື້ນນີ້ ໄດ້ກັກຂັງແຮງງານທີ່ຕົກເປັນເຫຍື່ອການຄ້າມະນຸດຫຼາຍແສນຄົນ.

#LaoX #ຕ້ານການຄ້າມະນຸດ #TrappedBehindTheScam #ສາຍດ່ວນ1300 #ອາຊະຍາກຳໄຊເບີ #ຂ່າວລາວ #ເຕືອນໄພອອນລາຍ #ແຕ່ງດອງແອບແຝງ

Comments are disabled